Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຕີໂມທຽວ 1:15 - ພຣະຄຳພີສັກສິ

15 ເຈົ້າ​ກໍ​ຮູ້​ແລ້ວ​ວ່າ ທຸກຄົນ​ໃນ​ແຂວງ​ເອເຊຍ​ລວມ​ທັງ​ຟູເຄໂລ ແລະ ເຮຣະໂມເກນ​ໄດ້​ປະຖິ້ມ​ເຮົາ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

15 ເຈົ້າ​ກໍ​ຮູ້​ວ່າ ທຸກຄົນ​ໃນ​ແຂວງເອເຊຍ​ກໍ​ໄດ້​ປະຖິ້ມ​ເຮົາ ລວມທັງ​ຟູເຄໂລ ແລະ ເຮຣະໂມເກນ.

Uka jalj uñjjattʼäta Copia luraña




2 ຕີໂມທຽວ 1:15
10 Jak'a apnaqawi uñst'ayäwi  

ພຣະວິນຍານ​ບໍຣິສຸດເຈົ້າ ບໍ່​ອະນຸຍາດ​ໃຫ້​ເພິ່ນ​ປະກາດ​ພຣະທຳ​ໃນ​ແຂວງ​ເອເຊຍ ພວກເພິ່ນ​ຈຶ່ງ​ເດີນທາງ​ໄປ​ທົ່ວ​ເຂດແດນ​ຂອງ​ເມືອງ​ຟີເຄຍ ແລະ ເມືອງ​ຄາລາເຕຍ.


ການ​ນີ້​ໄດ້​ດຳເນີນ​ໄປ​ເປັນ​ເວລາ​ສອງ​ປີ ຈົນ​ວ່າ​ປະຊາຊົນ​ທັງໝົດ​ທີ່​ຢູ່​ໃນ​ແຂວງ​ເອເຊຍ ໄດ້ຍິນ​ພຣະຄຳ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ຕະຫລອດ​ທັງ​ຄົນ​ຢິວ ແລະ​ຄົນ​ກຣີກ​ດ້ວຍ.


ເລື່ອງ​ນີ້​ເປັນ​ອັນຕະລາຍ​ແກ່​ທຸລະກິດ​ຂອງ​ພວກເຮົາ ທີ່​ຈະ​ໃຫ້​ເກີດ​ມີ​ຊື່ສຽງ​ບໍ່​ດີ ບໍ່​ພຽງແຕ່​ເທົ່ານັ້ນ ປະຊາຊົນ​ຍັງ​ຈະ​ຄິດ​ຕໍ່ໄປ​ອີກ​ວ່າ, ວິຫານ​ຂອງ​ພະ​ອາເຕມາ​ເທບທິດາ ຜູ້​ຍິ່ງໃຫຍ່​ບໍ່ມີ​ຄວາມ​ສຳຄັນ​ຫຍັງ ແລະ​ຄວາມ​ຍິ່ງໃຫຍ່​ຂອງ​ພະນາງ​ກໍ​ຈະ​ຖືກ​ທຳລາຍ ຊຶ່ງ​ພະນາງ​ເຄີຍ​ເປັນ​ທີ່​ນັບຖື​ຂອງ​ບັນດາ​ຊາວ​ເອເຊຍ ແລະ​ຂອງ​ຊາວ​ໂລກ​ທັງໝົດ.”


ມີ​ບາງຄົນ​ໃນ​ພວກ​ເຈົ້າໜ້າທີ່ ຊຶ່ງ​ເປັນ​ເພື່ອນ​ຂອງ​ໂປໂລ​ກໍ​ໃຊ້​ຄົນ​ໄປ​ວອນຂໍ ບໍ່​ໃຫ້​ໂປໂລ​ເຂົ້າ​ໄປ​ກ່າວ​ກັບ​ປະຊາຊົນ​ໃນ​ສະໜາມ​ລະຄອນ​ເຊັ່ນກັນ.


ຄື​ພາສາ​ປາເທຍ, ເມເດຍ ແລະ ເອລາມ ມາ​ຈາກ​ເມໂຊໂປຕາເມຍ, ຢູດາ, ກາປາໂດເກຍ ມາ​ຈາກ​ປົນໂຕ ແລະ ເອເຊຍ,


ໂປໂລ​ໄດ້​ຕັດສິນໃຈ​ຂີ່​ເຮືອ​ກາຍ​ເມືອງ​ເອເຟໂຊ​ໄປ ເພື່ອ​ບໍ່​ຢາກ​ເສຍ​ເວລາ​ຢູ່​ໃນ​ແຂວງ​ເອເຊຍ, ເພິ່ນ​ຢາກ​ຟ້າວ​ໄປ​ເຖິງ​ນະຄອນ​ເຢຣູຊາເລັມ ໃຫ້​ທັນ​ວັນ​ເທດສະການ​ເພັນເຕຄໍສະເຕ​ຖ້າ​ເປັນ​ໄປ​ໄດ້.


ຄຣິສຕະຈັກ​ຕ່າງໆ​ໃນ​ແຂວງ​ເອເຊຍ ສົ່ງ​ຄວາມ​ຄິດເຖິງ​ຂອງ​ພວກເຂົາ​ມາ​ຍັງ​ພວກເຈົ້າ, ອາກີລາ​ກັບ​ປີຊະກີລາ​ພ້ອມ​ດ້ວຍ​ຄຣິສຕະຈັກ ທີ່​ປະຊຸມ​ກັນ​ຢູ່​ໃນ​ເຮືອນ​ຂອງ​ພວກເຂົາ ກໍ​ສົ່ງ​ຄວາມ​ຄິດເຖິງ​ອັນ​ອົບອຸ່ນ​ໃນ​ອົງພຣະ​ຜູ້​ເປັນເຈົ້າ ມາ​ເຖິງ​ພວກເຈົ້າ​ດ້ວຍ.


ສ່ວນ​ຄົນອື່ນໆ ຕ່າງ​ກໍ​ຫ່ວງ​ນຳ​ແຕ່​ທຸລະ​ສ່ວນຕົວ​ຂອງຕົນ ບໍ່​ຫ່ວງ​ນຳ​ພາລະກິດ​ຂອງ​ພຣະເຢຊູ​ຄຣິດເຈົ້າ.


ບໍ່ມີ​ຜູ້ໃດ​ເຂົ້າຂ້າງ​ເຮົາ​ຈັກ​ຄົນ ເມື່ອ​ເຮົາ​ກ່າວ​ແກ້​ຄະດີ​ເທື່ອ​ທຳອິດ​ນັ້ນ ທຸກຄົນ​ໄດ້​ປະຖິ້ມ​ເຮົາ​ໝົດ ຂໍ​ພຣະເຈົ້າ​ຢ່າ​ຖື​ໂທດ​ພວກເຂົາ​ເລີຍ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka