2 ຕີໂມທຽວ 1:12 - ພຣະຄຳພີສັກສິ12 ເພາະເຫດນີ້ແຫຼະ ເຮົາຈຶ່ງຍອມທົນທຸກຕໍ່ສິ່ງເຫຼົ່ານີ້ ແຕ່ເຖິງປານນັ້ນ ເຮົາກໍບໍ່ລະອາຍ ເພາະວ່າເຮົາຮູ້ຈັກພຣະອົງ ຜູ້ທີ່ເຮົາໄດ້ເຊື່ອແລະໄວ້ວາງໃຈນັ້ນ ແລະເຮົາເຊື່ອໝັ້ນວ່າພຣະອົງຊົງສາມາດຮັກສາ ຊຶ່ງເຮົາໄດ້ມອບໄວ້ກັບພຣະອົງ ຈົນເຖິງວັນນັ້ນ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່12 ດ້ວຍເຫດນີ້ ເຮົາກຳລັງທົນທຸກເໝືອນທີ່ເຮົາເປັນຢູ່. ແຕ່ເຮົາກໍບໍ່ອາຍ ເພາະວ່າເຮົາຮູ້ຈັກພຣະອົງຜູ້ທີ່ເຮົາໄດ້ເຊື່ອ ແລະ ເຮົາໝັ້ນໃຈວ່າພຣະອົງສາມາດເບິ່ງແຍງຮັກສາສິ່ງທີ່ເຮົາໄດ້ມອບໄວ້ກັບພຣະອົງຈົນເຖິງວັນນັ້ນໄດ້. Uka jalj uñjjattʼäta |
ທີ່ຈິງ ເຮົາຖືວ່າສິ່ງສາລະພັດເປັນຂອງໄຮ້ປະໂຫຍດ ເພາະເຫັນແກ່ສິ່ງທີ່ມີຄຸນຄ່າຫລາຍເຫລືອລົ້ນກວ່ານັ້ນອີກ ຄືການຮູ້ເຖິງພຣະຄຣິດເຈົ້າເຢຊູ ອົງພຣະຜູ້ເປັນເຈົ້າຂອງເຮົາ ເພາະເຫດພຣະອົງນັ້ນ ເຮົາຈຶ່ງໄດ້ຍອມສະຫລະສິ່ງສາລະພັດ ແລະຖືວ່າສິ່ງເຫຼົ່ານັ້ນເປັນເໝືອນຂີ້ເຫຍື້ອ ເພື່ອຈະໄດ້ອົງພຣະຄຣິດມາເປັນປະໂຫຍດແກ່ເຮົາ
ຈົ່ງປັກຕາເບິ່ງພຣະເຢຊູເຈົ້າ ຄືຜູ້ບຸກເບີກຄວາມເຊື່ອ ແລະຜູ້ຊົງເຮັດໃຫ້ຄວາມເຊື່ອຂອງພວກເຮົາເຖິງທີ່ສຳເລັດ. ພຣະອົງໄດ້ຊົງອົດທົນຕໍ່ໄມ້ກາງແຂນ ເພາະເຫັນແກ່ຄວາມຍິນດີທີ່ຕັ້ງໄວ້ຕໍ່ໜ້າພຣະອົງ ພຣະອົງຊົງຖືວ່າຄວາມລະອາຍນັ້ນບໍ່ເປັນສິ່ງສຳຄັນ ຈຶ່ງໄດ້ປະທັບລົງເບື້ອງຂວາພຣະທີ່ນັ່ງຂອງພຣະເຈົ້າ.