Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ເທສະໂລນິກ 3:3 - ພຣະຄຳພີສັກສິ

3 ແຕ່​ອົງພຣະ​ຜູ້​ເປັນເຈົ້າ​ຊົງ​ສັດຊື່ ພຣະອົງ​ຈະ​ເຮັດ​ໃຫ້​ພວກເຈົ້າ​ເຂັ້ມແຂງ​ຂຶ້ນ ທັງ​ຈະ​ຮັກສາ​ພວກເຈົ້າ​ໄວ້​ໃຫ້​ພົ້ນ​ຈາກ​ມານຊົ່ວຮ້າຍ​ດ້ວຍ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

3 ແຕ່​ອົງພຣະຜູ້ເປັນເຈົ້າ​ສັດຊື່ ພຣະອົງ​ຈະ​ເຮັດ​ໃຫ້​ພວກເຈົ້າ​ເຂັ້ມແຂງ​ຂຶ້ນ ແລະ ປົກປ້ອງ​ພວກເຈົ້າ​ໃຫ້​ພົ້ນ​ຈາກ​ຄົນຊົ່ວຮ້າຍ.

Uka jalj uñjjattʼäta Copia luraña




2 ເທສະໂລນິກ 3:3
16 Jak'a apnaqawi uñst'ayäwi  

ຂໍ​ໃຫ້​ເທວະດາ​ຕົນ​ທີ່​ໄດ້​ຊ່ວຍ​ກູ້​ເອົາ​ຂ້ານ້ອຍ; ຈົ່ງ​ອວຍພອນ​ເຂົາ​ເຫຼົ່ານີ້​ດ້ວຍ ຂໍ​ໃຫ້​ຊື່​ຂອງ​ຂ້ານ້ອຍ​ທັງ​ອີຊາກ​ແລະ​ອັບຣາຮາມ ດຳລົງ​ຄົງ​ຢູ່​ນຳ​ເດັກນ້ອຍ​ເຫຼົ່ານີ້ ຂໍ​ໃຫ້​ພວກເຂົາ​ຈົ່ງ​ມີ​ລູກຫລານ​ຢ່າງ​ຫຼວງຫລາຍ ທັງ​ມີ​ເຊື້ອສາຍ​ມາກມາຍ​ຫລາຍ​ລົ້ນ ແດ່ທ້ອນ.”


ແຕ່​ຢາເບດ​ໄດ້​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ​ວ່າ, “ໂອ ພຣະເຈົ້າ​ເອີຍ ໂຜດ​ອວຍພອນ​ຂ້ານ້ອຍ ແລະ​ໃຫ້​ຂ້ານ້ອຍ​ມີ​ດິນແດນ​ຢ່າງ​ຫລວງຫລາຍ​ແດ່ທ້ອນ. ໂຜດ​ສະຖິດ​ຢູ່​ນຳ​ຂ້ານ້ອຍ​ແລະ​ຮັກສາ​ຂ້ານ້ອຍ ໃຫ້​ພົ້ນ​ຈາກ​ການ​ຊົ່ວຮ້າຍ​ນາໆ​ປະການ​ແດ່ທ້ອນ ຊຶ່ງ​ອາດ​ເຮັດ​ໃຫ້​ຂ້ານ້ອຍ​ໄດ້​ຮັບ​ຄວາມ​ເຈັບປວດ.” ພຣະເຈົ້າ​ໄດ້​ໃຫ້​ສິ່ງ​ທີ່​ລາວ​ໄດ້​ພາວັນນາ​ອະທິຖານ​ຂໍ​ນັ້ນ.


ພຣະເຈົ້າຢາເວ​ຈະ​ປົກປ້ອງ​ເຈົ້າ​ໃຫ້​ພົ້ນ​ຈາກ​ໂພຍໄພ ທັງ​ຈະ​ເຝົ້າ​ຮັກສາ​ເຈົ້າ​ໃຫ້​ຢູ່​ຢ່າງ​ປອດໄພ​ໄດ້.


ຂໍ​ຊົງ​ໂຜດ​ຮັກສາ​ໃຫ້​ພົ້ນ​ຈາກ​ບາບ​ຂອງ​ຂ້ານ້ອຍ​ແດ່ ຢ່າ​ໃຫ້​ການບາບ​ນັ້ນ​ມີໄຊ​ເໜືອ​ຂ້ານ້ອຍ​ເລີຍ. ແລ້ວ​ຂ້ານ້ອຍ​ກໍ​ຈະ​ໄດ້​ເປັນ​ຄົນ​ຄົບ​ບໍຣິບູນ ແລະ​ມີ​ອິດສະຫລະພາບ​ຈາກ​ຄວາມບາບ​ອັນ​ຊົ່ວຮ້າຍ​ນີ້.


ແຕ່​ຈົ່ງ​ໃຫ້​ຖ້ອຍຄຳ​ຂອງ​ເຈົ້າ​ເປັນ​ດັ່ງນີ້, ‘ແມ່ນ’ ກໍ​ວ່າ ‘ແມ່ນ’ ຫລື ‘ບໍ່ແມ່ນ’ ກໍ​ວ່າ ‘ບໍ່ແມ່ນ’ ສ່ວນ​ຄຳເວົ້າ​ທີ່​ເກີນ​ກວ່າ​ນີ້​ແມ່ນ​ມາ​ຈາກ​ມານຊົ່ວຮ້າຍ.”


ແລະ​ຂໍ​ຢ່າ​ພາ​ຂ້ານ້ອຍ​ເຂົ້າ​ໄປ​ ໃນ​ການ​ທົດລອງ ແຕ່​ຂໍ​ຊົງ​ໂຜດ​ໃຫ້​ພົ້ນ​ຈາກ​ມານຊົ່ວຮ້າຍ [ເຫດ​ວ່າ ຣາຊອານາຈັກ ຣິດອຳນາດ ແລະ ພຣະຣັດສະໝີ​ກໍ​ເປັນ​ຂອງ​ພຣະອົງ​ສືບໆໄປ​ເປັນນິດ ອາແມນ’]


ຂໍໂຜດ​ຍົກໂທດ​ບາບກຳ ໃຫ້​ພວກ​ຂ້ານ້ອຍ​ດ້ວຍ​ເທີ້ນ ດ້ວຍວ່າ, ພວກ​ຂ້ານ້ອຍ​ຍົກ​ຄວາມຜິດ​ ຄວາມ​ບາບ​ໃຫ້​ທຸກຄົນ ທີ່​ເຮັດ​ຜິດ​ຕໍ່​ພວກ​ຂ້ານ້ອຍ​ນັ້ນ. ແລະ ຂໍ​ຢ່າ​ນຳ​ພວກ​ຂ້ານ້ອຍ​ເຂົ້າ​ໄປ ໃນ​ການ​ທົດລອງ.”’


ຂ້ານ້ອຍ​ບໍ່ໄດ້​ຂໍ​ພຣະອົງ​ໃຫ້​ເອົາ​ພວກເຂົາ​ອອກ​ໄປ​ຈາກ​ໂລກນີ້ ແຕ່​ຂ້ານ້ອຍ​ຂໍ​ພຣະອົງ​ໃຫ້​ປົກປັກ​ຮັກສາ​ພວກເຂົາ​ຈາກ​ມານຊົ່ວຮ້າຍ.


ພຣະເຈົ້າ​ສັດຊື່ ພຣະອົງ​ໄດ້​ຊົງ​ເອີ້ນ​ພວກເຈົ້າ​ໃຫ້​ສຳພັນ​ສະໜິດ​ກັບ​ພຣະບຸດ​ຂອງ​ພຣະອົງ ຄື​ພຣະເຢຊູ​ຄຣິດເຈົ້າ ພຣະອົງເຈົ້າ​ຂອງ​ພວກເຮົາ.


ບໍ່ມີ​ການ​ທົດລອງ​ອັນ​ໃດ​ເກີດຂຶ້ນ​ກັບ​ເຈົ້າ​ທັງຫລາຍ ນອກຈາກ​ການ​ທົດລອງ​ທີ່​ເຄີຍ​ເກີດຂຶ້ນ​ກັບ​ມະນຸດ​ທົ່ວ​ໄປ ພຣະເຈົ້າ​ຊົງ​ທ່ຽງທຳ ພຣະອົງ​ຈະ​ບໍ່​ຊົງ​ຍອມ​ໃຫ້​ພວກເຈົ້າ​ຖືກ​ທົດລອງ ເກີນ​ກວ່າ​ທີ່​ເຈົ້າ​ຈະ​ທົນ​ໄດ້ ແລະ​ເມື່ອ​ຊົງ​ທົດລອງ​ເຈົ້າ​ນັ້ນ ພຣະອົງ​ຈະ​ຊົງ​ໂຜດ​ໃຫ້​ເຈົ້າ​ມີ​ທາງ​ຫລີກ​ໜີ​ໄປ​ໄດ້​ດ້ວຍ ເພື່ອ​ເຈົ້າ​ທັງຫລາຍ​ຈະ​ສາມາດ​ທົນ​ໄດ້.


ພຣະອົງ​ຜູ້​ຊົງ​ເອີ້ນ​ເອົາ​ເຈົ້າ​ທັງຫລາຍ​ນັ້ນ​ກໍ​ທ່ຽງທຳ ພຣະອົງ​ນັ້ນ​ແຫຼະ ຈະ​ຊົງ​ດຳເນີນ​ງານ.


ຊົງ​ຊູໃຈ​ແລະ​ຕັ້ງ​ເຈົ້າ​ໄວ້​ໃຫ້​ໝັ້ນຄົງ ໃນ​ການງານ​ແລະ​ໃນ​ວາຈາ​ອັນ​ດີ​ທຸກຢ່າງ.


ອົງພຣະ​ຜູ້​ເປັນເຈົ້າ​ຊົງ​ຊ່ວຍກູ້​ເອົາ​ເຮົາ​ໃຫ້​ພົ້ນ​ຈາກ​ຄວາມ​ຊົ່ວຊ້າ​ທຸກຢ່າງ ແລະ​ນຳ​ເຮົາ​ເຂົ້າ​ໄປ​ສູ່​ອານາຈັກ​ສະຫວັນ​ຂອງ​ພຣະອົງ​ຢ່າງ​ປອດໄພ ຂໍ​ໃຫ້​ສະຫງ່າຣາສີ ຈົ່ງ​ມີ​ແກ່​ພຣະອົງ ສືບໆໄປ​ເປັນນິດ​ເທີ້ນ ອາແມນ.


ແລະ​ເມື່ອ​ເຈົ້າ​ທັງຫລາຍ​ໄດ້​ທົນທຸກ​ຢູ່​ຊົ່ວ​ຂະນະ​ໜຶ່ງ​ແລ້ວ ພຣະເຈົ້າ​ຜູ້​ຊົງ​ພຣະຄຸນ​ທັງໝົດ ຜູ້​ໄດ້​ຊົງ​ເອີ້ນ​ພວກເຈົ້າ​ໃຫ້​ເຂົ້າ​ໃນ​ສະຫງ່າຣາສີ​ອັນ​ຕະຫລອດໄປ​ໃນ​ພຣະຄຣິດ ພຣະອົງ​ເອງ​ຈະ​ຊົງ​ໂຜດ​ແປງ​ໃຈ​ພວກເຈົ້າ ໃຫ້​ຕັ້ງ​ຂຶ້ນ​ໃໝ່​ແລະ​ຕັ້ງໝັ້ນຄົງ​ຢູ່ ໃຫ້​ມີ​ກຳລັງ​ຂຶ້ນ​ແລະ​ຊົງ​ບັນດານ​ໃຫ້​ມີ​ຮາກ​ອັນ​ແໜ້ນໜາ.


ດັ່ງນັ້ນ ອົງພຣະ​ຜູ້​ເປັນເຈົ້າ ຈຶ່ງ​ຮູ້ຈັກ​ວິທີ​ທີ່​ຈະ​ໂຜດ​ເອົາ​ຄົນ​ທີ່​ຊອບທຳ ເພື່ອ​ໃຫ້​ພົ້ນ​ຈາກ​ການ​ທົດລອງ ແລະ​ຮູ້ຈັກ​ວິທີ​ຮັກສາ​ຄົນຊົ່ວ​ໄວ້ ເພື່ອ​ໃຫ້​ຢູ່​ໃຕ້​ການ​ລົງໂທດ​ໃນ​ວັນ​ພິພາກສາ.


ອັນ​ໜຶ່ງ ຂໍ​ພຣະກຽດ, ພຣະ​ເດຊານຸພາບ, ພຣະ​ອານຸພາບ ແລະ​ສັກດາ​ນຸພາບ​ຈົ່ງ​ມີ​ແດ່​ພຣະອົງ ຜູ້​ທີ່​ສາມາດ​ປ້ອງກັນ​ຮັກສາ​ພວກເຈົ້າ​ໄວ້​ບໍ່​ໃຫ້​ສະດຸດ​ລົ້ມ​ລົງ ແລະ​ນຳ​ພວກເຈົ້າ​ມາ​ຢູ່​ຊ້ອງ​ພຣະພັກ​ອັນ​ສະຫງ່າຣາສີ​ຂອງ​ພຣະອົງ ຢ່າງ​ຜູ້​ທີ່​ບໍ່ມີ​ຄວາມຜິດ ແຕ່​ມີ​ຄວາມ​ຍິນດີ​ອັນ​ເຫລືອລົ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka