Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ເທສະໂລນິກ 3:2 - ພຣະຄຳພີສັກສິ

2 ເພື່ອ​ພຣະເຈົ້າ​ຈະ​ຊ່ວຍ​ໃຫ້​ພວກເຮົາ​ພົ້ນ​ຈາກ​ຄົນຊົ່ວຊ້າ ແລະ​ຄົນ​ໂຫດຮ້າຍ ດ້ວຍວ່າ ບໍ່ແມ່ນ​ທຸກຄົນ​ທີ່​ເຊື່ອ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

2 ແລະ ຈົ່ງ​ອະທິຖານ​ເພື່ອ​ວ່າ​ພວກເຮົາ​ຈະ​ໄດ້​ຮັບ​ການ​ຊ່ວຍ​ໃຫ້​ພົ້ນ​ຈາກ​ຄົນຊົ່ວ ແລະ ຄົນຊົ່ວຮ້າຍ ເພາະວ່າ​ບໍ່​ແມ່ນ​ທຸກຄົນ​ທີ່​ຈະ​ມີ​ຄວາມເຊື່ອ.

Uka jalj uñjjattʼäta Copia luraña




2 ເທສະໂລນິກ 3:2
18 Jak'a apnaqawi uñst'ayäwi  

ພຣະເຢຊູເຈົ້າ​ຕອບ​ວ່າ, “ໂອ ຄົນ​ສະໄໝ​ທີ່​ຂາດ​ຄວາມເຊື່ອ ແລະ​ຊົ່ວຊ້າ​ເອີຍ ເຮົາ​ຈະ​ຕ້ອງ​ຢູ່​ກັບ​ພວກເຈົ້າ​ອີກ​ດົນນານ​ປານໃດ? ເຮົາ​ຈະ​ຕ້ອງ​ອົດທົນ​ກັບ​ພວກເຈົ້າ​ອີກ​ດົນ​ປານໃດ? ຈົ່ງ​ພາ​ເດັກ​ມາ​ຫາ​ເຮົາ​ເບິ່ງດູ.”


“ວິບັດ​ແກ່​ເຈົ້າ ພວກ​ທຳມະຈານ​ແລະ​ພວກ​ຟາຣີຊາຍ​ເອີຍ ຄົນ​ໜ້າຊື່​ໃຈຄົດ. ດ້ວຍວ່າ, ພວກເຈົ້າ​ແບ່ງ​ຜັກ​ຫອມ​ລາບ, ຜັກຊີ ແລະ​ຂີ້ໝິ້ນ​ເປັນ​ສິບ​ສ່ວນ ເອົາ​ສ່ວນ​ໜຶ່ງ​ເປັນ​ຂອງ​ຖວາຍ ແຕ່​ສ່ວນ​ຂໍ້​ສຳຄັນ​ຂອງ​ກົດບັນຍັດ ຄື​ຄວາມ​ຍຸດຕິທຳ, ຄວາມ​ເມດຕາ, ຄວາມ​ສັດຊື່​ນັ້ນ​ໄດ້​ປະ​ເສຍ ແມ່ນ​ສິ່ງ​ເຫຼົ່ານີ້​ແຫຼະ ທີ່​ພວກເຈົ້າ​ຄວນ​ປະຕິບັດ​ຢູ່​ໂດຍ​ບໍ່​ຕ້ອງ​ປະຖິ້ມ​ສິ່ງ​ອື່ນ​ນັ້ນ.


ເຮົາ​ບອກ​ເຈົ້າ​ທັງຫລາຍ​ວ່າ, ພຣະອົງ​ຈະ​ໂຜດ​ຄວາມ​ຍຸດຕິທຳ​ແກ່​ພວກເຂົາ​ໂດຍ​ໄວ, ແຕ່​ເຖິງປານນັ້ນ ເມື່ອ​ບຸດ​ມະນຸດ​ສະເດັດ​ມາ ພຣະອົງ​ຈະ​ພົບ​ຄົນ​ທີ່​ມີ​ຄວາມເຊື່ອ​ຢ່າງ​ນີ້​ໃນ​ໂລກ​ຢູ່​ບໍ?”


ເມື່ອ​ພວກ​ຢິວ​ເຫັນ​ປະຊາຊົນ​ຫລວງຫລາຍ​ເຊັ່ນນີ້ ພວກເຂົາ​ກໍ​ເຕັມ​ໄປ​ດ້ວຍ​ຄວາມ​ອິດສາ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ໂຕ້ຖຽງ​ຄຳ​ເວົ້າ​ຂອງ​ໂປໂລ ແລະ​ໝິ່ນປະໝາດ​ເພິ່ນ.


ແຕ່​ພວກ​ຢິວ​ໄດ້​ຍົວະຍົງ​ພວກ​ແມ່ຍິງ​ທີ່​ມີ​ກຽດ​ສູງ​ໃນ​ສັງຄົມ​ທີ່​ຢຳເກງ​ພຣະເຈົ້າ ແລະ​ພວກ​ຜູ້ຊາຍ​ຄົນ​ສຳຄັນ​ໃນ​ເມືອງ​ນີ້ ໄດ້​ກໍ່​ການ​ຂົ່ມເຫັງ​ໂປໂລ ແລະ ບາຣະນາບາ ແລະ​ຂັບໄລ່​ທ່ານ​ທັງສອງ​ໃຫ້​ອອກ​ໄປ​ຈາກ​ເຂດແດນ​ຂອງ​ພວກເຂົາ.


ແຕ່​ພວກ​ຢິວ​ທີ່​ບໍ່​ຍອມ​ເຊື່ອ​ນັ້ນ ໄດ້​ຍົວະ​ຍົງ​ຄົນຕ່າງຊາດ ໃຫ້​ກຽດຊັງ​ພວກ​ພີ່ນ້ອງ​ທີ່​ເຊື່ອ.


ແຕ່​ພວກ​ຢິວ​ເກີດ​ອິດສາ ຈຶ່ງ​ຮ່ວມ​ກຳລັງ​ກັບ​ກຸ່ມ​ນັກເລງ​ບາງຄົນ​ຕາມ​ຖະໜົນ​ຫົນທາງ ໃຫ້​ກໍ່​ການ​ວຸ້ນວາຍ​ຂຶ້ນ​ໃນ​ທ່າມກາງ​ປະຊາຊົນ ພວກເຂົາ​ສ້າງ​ຄວາມ​ປັ່ນປ່ວນ​ຂຶ້ນ​ໃນ​ຕົວເມືອງ ແລະ​ເຂົ້າ​ບຸກລຸກ​ເຮືອນ​ຂອງ​ຊາຍ​ຄົນ​ໜຶ່ງ​ຊື່​ວ່າ ຢາຊົນ ເພື່ອ​ຄົ້ນ​ຫາ​ໂປໂລ ແລະ ຊີລາ​ເພື່ອ​ຈະ​ນຳ​ພວກເພິ່ນ​ອອກ​ມາ​ໃຫ້​ປະຊາຊົນ.


ເພາະ​ສຳລັບ​ຂ້າພະເຈົ້າ​ແລ້ວ​ເຫັນ​ວ່າ ເປັນ​ການ​ບໍ່​ເໝາະສົມ ທີ່​ຈະ​ສົ່ງ​ນັກໂທດ​ຄົນ​ໜຶ່ງ​ໄປ ໂດຍ​ບໍ່ມີ​ຂໍ້​ກ່າວຫາ​ຂອງ​ຜູ້ກ່ຽວ​ໄປ​ພ້ອມ.”


ບາງຄົນ​ກໍ​ເຊື່ອ​ຕາມ​ຄຳ​ທີ່​ໂປໂລ​ກ່າວ​ນັ້ນ ແຕ່​ຄົນອື່ນ​ນັ້ນ​ບໍ່​ເຊື່ອ.


ແຕ່​ບໍ່ແມ່ນ​ທຸກຄົນ​ທີ່​ຍອມ​ຟັງ​ຂ່າວປະເສີດ​ນັ້ນ ເພາະ​ເອຊາຢາ​ໄດ້​ກ່າວ​ໄວ້​ວ່າ, “ພຣະອົງເຈົ້າ​ເອີຍ, ມີ​ຜູ້ໃດ​ແດ່​ທີ່​ໄດ້​ເຊື່ອຟັງ​ໃນ​ຖ້ອຍຄຳ ຕາມ​ທີ່​ພວກເຂົາ​ໄດ້ຍິນ​ຈາກ​ພວກ​ຂ້ານ້ອຍ​ນັ້ນ?”


ຈົ່ງ​ພາວັນນາ​ອະທິຖານ ເພື່ອ​ໃຫ້​ເຮົາ​ພົ້ນ​ຈາກ​ຄົນ​ທີ່​ບໍ່​ເຊື່ອ​ໃນ​ແຂວງ​ຢູດາຍ ແລະ​ເພື່ອ​ການ​ບົວລະບັດ​ຮັບໃຊ້​ຂອງເຮົາ ຢູ່​ໃນ​ນະຄອນ​ເຢຣູຊາເລັມ ຈະ​ເປັນ​ທີ່​ພໍໃຈ​ໄພ່ພົນ​ຂອງ​ພຣະເຈົ້າ​ໃນ​ທີ່ນັ້ນ.


ຖ້າ​ເຮົາ​ໄດ້​ຕໍ່ສູ້​ກັບ​ສັດຮ້າຍ​ທີ່​ເມືອງ​ເອເຟໂຊ (ຕາມ​ຄວາມ​ເຫັນ​ຂອງ​ມະນຸດ) ຈະ​ເປັນ​ປະໂຫຍດ​ອັນ​ໃດ​ແກ່​ເຮົາ ຖ້າ​ພຣະເຈົ້າ​ບໍ່​ຊົງ​ບັນດານ​ໃຫ້​ຄົນ​ຕາຍ​ເປັນ​ຄືນ​ມາ​ອີກ “ກໍ​ໃຫ້​ພວກເຮົາ​ພາກັນ​ກິນ​ແລະ​ດື່ມ​ເທີ້ນ ເພາະວ່າ​ມື້ອື່ນ​ພວກເຮົາ​ກໍ​ຈະ​ຕາຍ.”


ພຣະອົງ​ກ່າວ​ວ່າ, ‘ເຮົາ​ຈະ​ບໍ່​ຊ່ວຍ​ພວກເຂົາ​ຕໍ່ໄປ​ອີກ’ ‘ແລ້ວ​ເຮົາ​ກໍ​ຈະ​ເບິ່ງ​ວ່າ​ສິ່ງໃດ​ເກີດຂຶ້ນ​ກັບ​ເຂົາເຈົ້າ ຄື​ຄົນ​ທີ່​ດື້ດ້ານ​ສອນຍາກ​ແລະ​ຫົວແຂງ ທັງ​ບໍ່​ສັດຊື່​ແລະ​ບໍ່​ໝັ້ນຄົງ​ດ້ວຍ.


ພວກເຮົາ​ຢາກ​ກັບ​ມາ​ຫາ​ພວກເຈົ້າ ເຮົາ​ເອງ​ຄື​ໂປໂລ ພະຍາຍາມ​ທີ່​ຈະ​ກັບ​ມາ​ຫາ​ພວກເຈົ້າ​ຫລາຍ​ເທື່ອ​ແລ້ວ ແຕ່​ມານຊາຕານ​ໄດ້​ຂັດຂວາງ​ພວກເຮົາ​ໄວ້.


ແຕ່​ອົງພຣະ​ຜູ້​ເປັນເຈົ້າ​ສະຖິດ​ຢູ່​ກັບ​ເຮົາ ແລະ​ຊູ​ກຳລັງ​ເຮົາ​ຂຶ້ນ ເພື່ອ​ໃຫ້​ເຮົາ​ສາມາດ​ປະກາດ​ຂ່າວປະເສີດ​ອັນ​ຄົບຖ້ວນ ແກ່​ຄົນຕ່າງຊາດ​ທຸກຄົນ ແລະ​ເຮົາ​ກໍໄດ້​ຖືກ​ຊ່ວຍກູ້​ເອົາ​ໃຫ້​ພົ້ນ​ຈາກ​ປາກ​ຂອງ​ສິງໂຕ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka