Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ເທສະໂລນິກ 3:16 - ພຣະຄຳພີສັກສິ

16 ຂໍ​ໃຫ້​ອົງພຣະ​ຜູ້​ເປັນເຈົ້າ ອົງ​ເປັນ​ບໍ່​ກຳເນີດ​ແຫ່ງ​ສັນຕິສຸກ​ຂອງ​ພວກເຮົາ ຊົງ​ໂຜດ​ປະທານ​ສັນຕິສຸກ​ແກ່​ພວກເຈົ້າ​ໃນ​ທຸກຢ່າງ​ແລະ​ທຸກ​ເວລາ. ຂໍ​ໃຫ້​ອົງພຣະ​ຜູ້​ເປັນເຈົ້າ ຈົ່ງ​ສະຖິດ​ຢູ່​ກັບ​ພວກເຈົ້າ​ທຸກຄົນ​ເທີ້ນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

16 ຂໍ​ໃຫ້​ອົງພຣະຜູ້ເປັນເຈົ້າ​ແຫ່ງ​ສັນຕິສຸກ ມອບ​ສັນຕິສຸກ​ໃຫ້​ແກ່​ພວກເຈົ້າ​ທັງຫລາຍ​ໃນ​ທຸກ​ເວລາ ແລະ ໃນ​ທຸກ​ດ້ານ. ຂໍ​ໃຫ້​ອົງພຣະຜູ້ເປັນເຈົ້າ​ຢູ່​ກັບ​ພວກເຈົ້າ​ທັງຫລາຍ.

Uka jalj uñjjattʼäta Copia luraña




2 ເທສະໂລນິກ 3:16
40 Jak'a apnaqawi uñst'ayäwi  

ພຣະເຈົ້າຢາເວ​ໃຫ້​ເຫື່ອແຮງ​ແກ່​ປະຊາຊົນ​ຂອງ​ພຣະອົງ ພຣະເຈົ້າຢາເວ​ອວຍພອນ​ປະຊາຊົນ​ຂອງ​ພຣະອົງ​ໃຫ້​ມີ​ສັນຕິສຸກ.


ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ຢູ່​ກັບ​ພວກ​ຂ້ານ້ອຍ ພຣະເຈົ້າ​ຂອງ​ຢາໂຄບ​ເປັນ​ປ້ອມ​ປ້ອງກັນ​ຂອງ​ພວກ​ຂ້ານ້ອຍ.


ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ຢູ່​ກັບ​ພວກ​ຂ້ານ້ອຍ ພຣະເຈົ້າ​ຂອງ​ຢາໂຄບ​ເປັນ​ປ້ອມ​ປ້ອງກັນ​ຂອງ​ພວກ​ຂ້ານ້ອຍ.


ຂໍ​ໃຫ້​ດິນແດນ​ໄດ້​ນຳ​ຄວາມ​ຈະເລີນ​ຮຸ່ງເຮືອງ​ມາ ຂໍ​ໃຫ້​ດິນແດນ​ປະສົບ​ແຕ່​ຄວາມ​ຊອບທຳ​ເຖີດ.


ຂໍ​ໃຫ້​ຄວາມ​ຊອບທຳ​ຈະເລີນ​ຂຶ້ນ​ໃນ​ຄາວ​ທີ່​ເພິ່ນ​ຍັງ​ມີ​ຊີວິດ​ຢູ່ ຂໍ​ໃຫ້​ຄວາມ​ຈະເລີນ​ຍືນຍົງ​ຢູ່​ເທົ່າ​ດວງຈັນ​ຍັງ​ສ່ອງແສງ.


ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ຈະ​ໃຫ້​ພວກ​ຂ້ານ້ອຍ​ນັ້ນ ໄດ້​ຈະເລີນ​ຮຸ່ງເຮືອງ ທຸກສິ່ງ​ທີ່​ພວກ​ຂ້ານ້ອຍ​ກະທຳ ລ້ວນແຕ່​ແມ່ນ​ພຣະປະສົງ​ຂອງ​ພຣະເຈົ້າ.


ເຮົາ​ໄດ້ສ້າງ​ຄວາມ​ສະຫວ່າງ​ຂຶ້ນ​ມາ ຄວາມມືດ ເຮົາ​ກໍ​ນິຣະມິດ​ສ້າງ​ຂຶ້ນ​ດ້ວຍ; ເຮົາ​ນຳ​ພອນ ແລະ​ຄວາມພິນາດ​ມາ​ຄືກັນ ເຮົາ​ຄື​ພຣະເຈົ້າຢາເວ​ເຮັດ​ທຸກສິ່ງ​ເຫຼົ່ານີ້.


ພູ​ໃຫຍ່​ແລະ​ພູນ້ອຍ​ອາດ​ພັງ​ທະລາຍ​ລົງ ແຕ່​ຄວາມຮັກ​ຂອງເຮົາ​ໝັ້ນຄົງ​ບໍ່​ສິ້ນສຸດ​ໄດ້; ເຮົາ​ຈະ​ຮັກສາ​ສັນຍາ​ຄວາມ​ສະຫງົບສຸກ​ໄວ້​ສືບໄປ.” ພຣະເຈົ້າຢາເວ​ຜູ້​ຊົງ​ເມດຕາ​ເຈົ້າ​ກ່າວ​ດັ່ງນີ້ແຫລະ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ເຮົາ​ຈະ​ນຳ​ຄວາມຈະເລີນ​ຮຸ່ງເຮືອງ​ທີ່​ຍາວນານ​ມາ​ສູ່​ພວກເຈົ້າ; ຊັບສົມບັດ​ຂອງ​ປະຊາຊາດ​ຕ່າງໆ​ຈະ​ຫລັ່ງໄຫລ​ມາ​ສູ່​ພວກເຈົ້າ ດັ່ງ​ສາຍນໍ້າ​ທີ່​ບົກແຫ້ງ​ບໍ່​ເປັນ​ຈັກເທື່ອ. ພວກເຈົ້າ​ຈະ​ເປັນ​ດັ່ງ​ເດັກນ້ອຍ ຜູ້​ທີ່​ແມ່​ອຸ້ມ​ໃຫ້​ກິນ​ນົມ​ແລະ​ຖະໜຸ​ຖະໜອມ​ດ້ວຍ​ຄວາມຮັກ.


ວາງແຜນ​ຂອງ​ເຈົ້າ​ໄວ້​ສາ, ແຕ່​ແຜນການ​ນັ້ນ​ຈະ​ບໍ່​ສຳເລັດ​ຈັກເທື່ອ. ປຶກສາ​ກັນ​ຫລາຍໆ, ແຕ່​ການ​ປຶກສາ​ນັ້ນ​ຈະ​ບໍ່ມີ​ປະໂຫຍດ​ຫຍັງ​ໝົດ ເພາະ​ພຣະເຈົ້າ​ສະຖິດ​ຢູ່​ກັບ​ພວກເຮົາ.


ພຣະວິຫານ​ຫລັງ​ໃໝ່​ນີ້​ຈະ​ສະຫງ່າງາມ​ກວ່າ​ຫລັງເກົ່າ; ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນີ້: ໃນ​ທີ່ນັ້ນ ເຮົາ​ຈະ​ໃຫ້​ປະຊາຊົນ​ຂອງເຮົາ​ຈະເລີນ​ຮຸ່ງເຮືອງ​ແລະ​ມີ​ສັນຕິສຸກ.” ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນີ້ແຫລະ.


ລາວ​ຈະ​ເປັນ​ຜູ້​ສ້າງ​ພຣະວິຫານ​ຂອງ​ພຣະເຈົ້າຢາເວ ແລະ​ຈະ​ໄດ້​ຮັບ​ກຽດ​ສົມກັບ​ເປັນ​ກະສັດ ແລະ​ລາວ​ຈະ​ປົກຄອງ​ປະຊາຊົນ​ຂອງຕົນ. ຈະ​ມີ​ປະໂຣຫິດ​ຄົນ​ໜຶ່ງ​ຢືນ​ຢູ່​ທີ່​ຂ້າງ​ບັນລັງ​ຂອງ​ລາວ ແລະ​ພວກເຂົາ​ຈະ​ປົກຄອງ​ຮ່ວມກັນ​ຢ່າງ​ສັນຕິສຸກ ແລະ​ມີ​ຄວາມ​ເຂົ້າໃຈ​ຊຶ່ງກັນແລະກັນ.’


ຂໍ​ພຣະເຈົ້າຢາເວ​ຫຼຽວເບິ່ງ​ພວກເຈົ້າ​ດ້ວຍ​ຄວາມ​ເມດຕາ​ເອັນດູ ແລະ​ໂຜດ​ສັນຕິສຸກ​ແກ່​ພວກເຈົ້າ​ເຖີດ.”


“ຍິງ​ພົມມະຈາຣີ​ຜູ້​ໜຶ່ງ​ຈະ​ຖື​ພາ ແລະ​ຈະ​ເກີດ​ລູກຊາຍ​ຄົນ​ໜຶ່ງ ເຂົາ​ຈະ​ເອີ້ນ​ຊື່​ລູກ​ນັ້ນ​ວ່າ, ເອມານູເອນ.” (ໝາຍຄວາມ​ວ່າ, “ພຣະເຈົ້າ​ສະຖິດ​ຢູ່​ກັບ​ເຮົາ​ທັງຫລາຍ.”)


ສັ່ງສອນ​ພວກເຂົາ​ໃຫ້​ຖື​ຮັກສາ​ທຸກໆ​ສິ່ງ​ທີ່​ເຮົາ​ໄດ້​ສັ່ງ​ພວກເຈົ້າ​ໄວ້​ແລ້ວ​ນັ້ນ ນີ້​ແຫຼະ ເຮົາ​ຢູ່​ກັບ​ເຈົ້າ​ທັງຫລາຍ​ທຸກໆ​ວັນ​ຈົນ​ສິ້ນ​ໂລກນີ້.”


“ພຣະ​ຣັດສະໝີ ຈົ່ງ​ມີ​ແດ່​ພຣະເຈົ້າ ໃນ​ສະຫວັນ​ທີ່​ສູງສຸດ ແລະ ທີ່​ແຜ່ນດິນ​ໂລກ​ຈົ່ງ​ມີ​ສັນຕິສຸກ ແກ່​ມະນຸດ​ທັງປວງ​ຜູ້​ທີ່​ພຣະອົງ​ ຊົງ​ພໍພຣະໄທ​ນັ້ນ.”


“ເຮົາ​ມອບ​ສັນຕິສຸກ​ໄວ້​ກັບ​ພວກເຈົ້າ ເປັນ​ສັນຕິສຸກ​ຂອງເຮົາ ທີ່​ເຮົາ​ມອບ​ໃຫ້​ພວກເຈົ້າ, ສັນຕິສຸກ​ທີ່​ເຮົາ​ໃຫ້​ນັ້ນ ບໍ່​ເໝືອນ​ສັນຕິສຸກ​ທີ່​ໂລກ​ໃຫ້, ຢ່າ​ວຸ້ນວາຍ​ເປັນທຸກໃຈ ແລະ​ຢ່າສູ່ຢ້ານ.


ເຮົາ​ບອກ​ເລື່ອງ​ນີ້​ແກ່​ເຈົ້າ​ທັງຫລາຍ ເພື່ອ​ພວກເຈົ້າ​ຈະ​ມີ​ຄວາມ​ສະຫງົບສຸກ​ໃນ​ເຮົາ ໃນ​ໂລກນີ້​ພວກເຈົ້າ​ຈະ​ມີ​ຄວາມ​ທຸກ​ລຳບາກ ແຕ່​ຈົ່ງ​ຊື່ນໃຈ​ເທາະ ເພາະ​ຝ່າຍ​ເຮົາ​ໄດ້​ຊະນະ​ໂລກ​ແລ້ວ.”


ເຖິງ ບັນດາ​ຄົນ​ທັງຫລາຍ​ໃນ​ນະຄອນ​ໂຣມ​ທີ່​ພຣະເຈົ້າ​ຊົງ​ຮັກ ແລະ​ຊົງ​ເອີ້ນ​ໃຫ້​ເປັນ​ໄພ່ພົນ​ບໍຣິສຸດ​ຂອງ​ພຣະອົງ. ຂໍ​ໃຫ້​ພຣະເຈົ້າ ພຣະບິດາເຈົ້າ​ຂອງ​ພວກເຮົາ ແລະ ອົງ​ພຣະເຢຊູ​ຄຣິດເຈົ້າ ໂຜດ​ປະທານ​ພຣະຄຸນ ແລະ​ສັນຕິສຸກ​ໃຫ້​ມີ​ຢູ່​ກັບ​ເຈົ້າ​ທັງຫລາຍ​ເທີ້ນ.


ຂໍ​ໃຫ້​ພຣະເຈົ້າ​ແຫ່ງ​ສັນຕິສຸກ ຈົ່ງ​ສະຖິດ​ຢູ່​ກັບ​ພວກເຈົ້າ​ທຸກຄົນ​ເທີ້ນ ອາແມນ.


ແລະ​ຍັງ​ອີກ​ບໍ່​ດົນ​ພຣະເຈົ້າ​ແຫ່ງ​ສັນຕິສຸກ​ຂອງ​ພວກເຮົາ ຈະ​ປາບ​ມານຊາຕານ​ໃຫ້​ໝຸ່ນ​ທະລາຍ​ຢູ່​ໃຕ້​ພື້ນ​ຕີນ​ຂອງ​ພວກເຈົ້າ. ຂໍ​ໃຫ້​ພຣະຄຸນ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ເຮົາ​ທັງຫລາຍ ຈົ່ງ​ສະຖິດ​ຢູ່​ກັບ​ພວກເຈົ້າ​ເທີ້ນ.


ເພາະວ່າ​ພຣະເຈົ້າ​ບໍ່ໄດ້​ເປັນ​ຜູ້​ກໍ່​ເຫດ​ຄວາມ​ວຸ້ນວາຍ, ແຕ່​ຊົງ​ໃຫ້​ເກີດ​ຄວາມ​ສະຫງົບສຸກ.


ໃນ​ສຸດທ້າຍ​ນີ້ ພີ່ນ້ອງ​ທັງຫລາຍ​ເອີຍ ເຮົາ​ຂໍ​ລາ​ພວກເຈົ້າ​ກ່ອນ ຈົ່ງ​ປັບປຸງ​ໃຫ້​ຕົວ​ຈະເລີນ​ຂຶ້ນ ຈົ່ງ​ຟັງ​ຄຳ​ຮ້ອງ​ຂໍ​ຂອງເຮົາ ຈົ່ງ​ເປັນ​ນໍ້າໜຶ່ງ​ໃຈ​ດຽວກັນ ຈົ່ງ​ຢູ່​ຮ່ວມ​ກັນ​ດ້ວຍ​ຄວາມ​ສະຫງົບສຸກ ແລະ​ພຣະເຈົ້າ​ຜູ້​ຊົງ​ຮັກ ແລະ​ຊົງ​ປະທານ​ສັນຕິສຸກ ຈະ​ຊົງ​ສະຖິດ​ຢູ່​ນຳ​ເຈົ້າ​ທັງຫລາຍ.


ຂໍ​ໃຫ້​ພີ່ນ້ອງ​ຄຣິສຕຽນ​ທຸກຄົນ​ໄດ້​ຮັບ​ສັນຕິສຸກ ແລະ​ຄວາມຮັກ ພ້ອມ​ທັງ​ຄວາມເຊື່ອ​ຈາກ​ພຣະເຈົ້າ ພຣະບິດາເຈົ້າ​ກັບ​ອົງ​ພຣະເຢຊູ​ຄຣິດເຈົ້າ​ດ້ວຍ​ເທີ້ນ.


ຂໍ​ພຣະເຈົ້າ ພຣະບິດາເຈົ້າ ແລະ​ອົງ​ພຣະເຢຊູເຈົ້າ​ຂອງ​ເຮົາ​ທັງຫລາຍ ຊົງ​ນຳ​ພວກເຮົາ​ໄປ​ຫາ​ພວກເຈົ້າ​ດ້ວຍ​ເທີ້ນ


ຂໍ​ພຣະເຈົ້າ​ຜູ້​ໂຜດ​ໃຫ້​ສັນຕິສຸກ ຊົງ​ຊຳລະ​ພວກເຈົ້າ​ໃຫ້​ເປັນ​ຄົນ​ບໍຣິສຸດ​ຮຽບຮ້ອຍ​ໃນ​ທຸກ​ດ້ານ ແລະ​ຊົງ​ຮັກສາ​ທັງ​ຈິດ​ວິນຍານ ຈິດໃຈ ແລະ​ຮ່າງກາຍ​ຂອງ​ພວກເຮົາ ໃຫ້​ປາສະຈາກ​ຄວາມຜິດ​ໃດໆ ຈົນເຖິງ​ວັນ​ທີ່​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ​ສະເດັດ​ມາ​ປາກົດ.


ຂໍ​ໃຫ້​ພຣະຄຸນ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ ຈົ່ງ​ດຳລົງ​ຢູ່​ກັບ​ພວກເຈົ້າ​ທຸກຄົນ​ເທີ້ນ.


ຂໍ​ອົງພຣະ​ຜູ້​ເປັນເຈົ້າ ຈົ່ງ​ສະຖິດ​ຢູ່​ກັບ​ວິນຍານ​ຂອງ​ເຈົ້າ​ເທີ້ນ. ຂໍ​ໃຫ້​ພຣະຄຸນ ຈົ່ງ​ສະຖິດ​ຢູ່​ກັບ​ພວກເຈົ້າ​ທຸກຄົນ​ເທີ້ນ.


ຂໍ​ໃຫ້​ພຣະຄຸນ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ ຈົ່ງ​ສະຖິດ​ຢູ່​ກັບ​ຈິດ​ວິນຍານ​ຂອງ​ພວກເຈົ້າ​ເທີ້ນ.


ຂໍ​ພຣະເຈົ້າ​ຜູ້​ຊົງ​ໂຜດ​ສັນຕິສຸກ ຜູ້​ໄດ້​ຊົງ​ນຳ​ອົງ​ພຣະເຢຊູເຈົ້າ​ຂອງ​ເຮົາ​ທັງຫລາຍ ໃຫ້​ຄືນ​ມາ​ຈາກ​ຄວາມ​ຕາຍ ຄື​ຜູ້​ຊົງ​ເປັນ​ຜູ້​ລ້ຽງ​ແກະ​ອົງ​ຍິ່ງໃຫຍ່ ດ້ວຍ​ພຣະ​ໂລຫິດ​ທີ່​ກ່ຽວກັບ​ພັນທະສັນຍາ​ອັນ​ຕັ້ງ​ຢູ່​ເປັນນິດ​ນັ້ນ,


ອັບຣາຮາມ​ໄດ້​ແບ່ງ​ສິ່ງ​ຂອງ​ທັງໝົດ​ເປັນ​ສິບ​ສ່ວນ ເອົາ​ສ່ວນ​ໜຶ່ງ​ຖວາຍ​ແກ່​ເມຄີເຊເດັກ ເມຄີເຊເດັກ​ແປ​ຢ່າງ​ໜຶ່ງ​ວ່າ ກະສັດ​ແຫ່ງ​ຄວາມ​ຊອບທຳ​ຕາມ​ຄວາມໝາຍ​ແຫ່ງ​ພຣະນາມ​ຂອງທ່ານ ແລະ​ອີກ​ທັງ​ເປັນ​ກະສັດ​ແຫ່ງ​ສັນຕິສຸກ ຕາມ​ຄວາມໝາຍ​ຂອງ​ຊື່​ເມືອງ​ຊາເລັມ.


ແລ້ວ​ກີເດໂອນ​ກໍໄດ້​ສ້າງ​ແທ່ນບູຊາ​ແກ່​ພຣະເຈົ້າຢາເວ​ຢູ່​ໃນ​ທີ່ນັ້ນ ແລະ​ໃສ່​ຊື່​ວ່າ, “ພຣະເຈົ້າຢາເວ​ອົງ​ແຫ່ງ​ສັນຕິສຸກ.” (ແທ່ນບູຊາ​ນີ້​ຍັງ​ຢູ່​ໃນ​ບ້ານ​ໂອຟະຣາ ແລະ​ເປັນ​ຂອງ​ຕະກຸນ​ອາບີເອເຊ​ຈົນເທົ່າ​ເຖິງທຸກ​ວັນ​ນີ້.)


ເວລາ​ຕໍ່ມາ ໂບອາດ​ເອງ​ໄດ້​ມາ​ຈາກ​ເມືອງ​ເບັດເລເຮັມ ເພື່ອ​ຖາມ​ຄວາມສຸກ​ທຸກ​ຂອງ​ຄົນງານ. ເພິ່ນ​ເວົ້າ​ວ່າ, “ຂໍ​ພຣະເຈົ້າຢາເວ​ສະຖິດ​ຢູ່​ນຳ​ພວກເຈົ້າ​ເທີ້ນ.” ພວກເຂົາ​ຕອບ​ວ່າ, “ຂໍ​ພຣະເຈົ້າຢາເວ​ອວຍພອນ​ທ່ານ​ເຖີດ.”


ພຣະເຈົ້າຢາເວ​ໄດ້​ຊ່ວຍ​ຂ້ານ້ອຍ​ໃຫ້​ພົ້ນ​ຈາກ​ໂຕສິງ​ກັບ​ໂຕໝີ​ມາ​ແລ້ວ​ຢ່າງໃດ; ພຣະອົງ​ກໍ​ຈະ​ຊ່ວຍ​ຂ້ານ້ອຍ​ໃຫ້​ພົ້ນ​ຈາກ​ຊາຍ​ຟີລິດສະຕິນ​ຄົນນີ້​ໄດ້​ເໝືອນກັນ​ຢ່າງນັ້ນ.” ກະສັດ​ໂຊນ​ຕອບ​ວ່າ, “ດີແລ້ວ ຈົ່ງ​ໄປ​ສາ ຂໍ​ພຣະເຈົ້າຢາເວ​ສະຖິດ​ຢູ່​ກັບ​ເຈົ້າ.”


ຖ້າ​ເພິ່ນ​ຍັງ​ມີ​ເຈດຕະນາ​ທຳຮ້າຍ​ເຈົ້າ ແລະ​ຖ້າ​ຂ້ອຍ​ບໍ່​ສົ່ງ​ຂ່າວ​ມາ​ບອກ​ໃຫ້​ເຈົ້າ​ໜີ​ໄປ​ຢ່າງ​ປອດໄພ ກໍ​ຂໍ​ໃຫ້​ພຣະເຈົ້າຢາເວ​ລົງໂທດ​ຂ້ອຍ​ເຖິງ​ຕາຍ. ຂໍ​ໃຫ້​ພຣະເຈົ້າຢາເວ​ສະຖິດ​ຢູ່​ກັບ​ເຈົ້າ ດັ່ງ​ທີ່​ພຣະອົງ​ເຄີຍ​ສະຖິດ​ຢູ່​ນຳ​ພໍ່​ຂອງຂ້ອຍ​ເຖີດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka