Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ເທສະໂລນິກ 3:15 - ພຣະຄຳພີສັກສິ

15 ແຕ່​ເຖິງ​ປານ​ນັ້ນ​ກໍຕາມ ຢ່າ​ຖື​ຄົນ​ນັ້ນ​ວ່າ​ເປັນ​ສັດຕູ ແຕ່​ຈົ່ງ​ເຕືອນ​ສະຕິ​ລາວ ໃນ​ຖານະ​ເປັນ​ພີ່ນ້ອງ​ຄົນ​ໜຶ່ງ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

15 ແຕ່​ເຖິງຢ່າງໃດ​ກໍ​ຕາມ​ຢ່າ​ຖື​ວ່າ​ພວກເຂົາ​ເປັນ​ສັດຕູ ແຕ່​ຈົ່ງ​ເຕືອນສະຕິ​ພວກເຂົາ​ໃນ​ຖານະ​ພີ່ນ້ອງ​ທີ່​ເຊື່ອ​ຂອງ​ພວກເຈົ້າ.

Uka jalj uñjjattʼäta Copia luraña




2 ເທສະໂລນິກ 3:15
17 Jak'a apnaqawi uñst'ayäwi  

ຝ່າຍ​ຄົນດີ​ອາດ​ລົງໂທດ​ແລະ​ຕຳໜິ​ຕິຕຽນ ດ້ວຍ​ຄວາມຫວັງ​ດີ​ຕໍ່​ຂ້ານ້ອຍ​ກໍໄດ້, ແຕ່​ຂ້ານ້ອຍ​ຈະ​ບໍ່​ຍອມ​ຮັບ​ກຽດ​ຈາກ​ຄົນຊົ່ວ​ເລີຍ ເພາະ​ຂ້ານ້ອຍ​ຍັງ​ພາວັນນາ​ອະທິຖານ​ຕໍ່ສູ້​ການກະທຳ​ຊົ່ວ​ຂອງ​ພວກເຂົາ​ຢູ່.


ຜູ້​ທີ່​ຍອມ​ຟັງ​ຄຳເຕືອນ​ຂອງ​ຄົນມີ​ປັນຍາ ກໍ​ມີ​ຄຸນຄ່າ​ກວ່າ​ແຫວນ ຫລື​ເຄື່ອງເອ້​ທີ່​ເປັນ​ຄຳ​ນໍ້າໜຶ່ງ.


ທຸກສິ່ງ​ທີ່​ເຈົ້າ​ເວົ້າ​ກັບ​ຄົນ​ມີ​ປັນຍາ​ຈະ​ເພີ່ມ​ປັນຍາ​ໃຫ້​ລາວ. ສິ່ງໃດ​ທີ່​ເຈົ້າ​ບອກ​ຄົນ​ຊອບທຳ​ກໍ​ເທົ່າ​ກັບ​ເພີ່ມ​ຄວາມຮູ້​ແກ່​ລາວ​ຕື່ມ​ຂຶ້ນ.


“ຖ້າ​ພີ່ນ້ອງ​ຂອງ​ເຈົ້າ​ເຮັດ​ບາບ​ຕໍ່ສູ້​ເຈົ້າ ຈົ່ງ​ໄປ​ຕັກເຕືອນ​ລາວ​ໃຫ້​ຮູ້​ຄວາມຜິດ​ດ້ວຍ​ຕົນເອງ​ກັບ​ລາວ​ເທົ່ານັ້ນ ຖ້າ​ລາວ​ຍອມ​ຟັງ​ເຈົ້າ ກໍໄດ້​ພີ່ນ້ອງ​ຄືນ​ມາ.


ເຮົາ​ບໍ່ໄດ້​ຂຽນ​ຂໍ້ຄວາມ​ເຫຼົ່ານີ້​ເຖິງ​ພວກເຈົ້າ ເພື່ອ​ໃຫ້​ພວກເຈົ້າ​ອັບອາຍ, ແຕ່​ເພື່ອ​ເຕືອນ​ສະຕິ​ພວກເຈົ້າ ໃນ​ຖານະ​ເປັນ​ລູກ​ທີ່ຮັກ​ຂອງເຮົາ.


ພວກເຈົ້າ​ຈົ່ງ​ມອບ​ຊາຍ​ຄົນ​ນີ້​ໄວ້​ໃຫ້​ມານຊາຕານ​ທຳລາຍ​ເນື້ອກາຍ ເພື່ອ​ໃຫ້​ຈິດ​ວິນຍານ​ຂອງ​ລາວ​ໄດ້​ພົ້ນ ໃນ​ວັນ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ.


ດ້ວຍວ່າ, ເຮົາ​ບໍ່​ຮູ້​ສຶກ​ມີ​ຄວາມ​ອັບອາຍ​ໃດໆ ເຖິງ​ແມ່ນ​ວ່າ ເຮົາ​ໄດ້​ເວົ້າ​ອວດອ້າງ​ຫລາຍ​ໄປ​ແດ່​ແລ້ວ​ກໍຕາມ ເຖິງ​ສິດ​ອຳນາດ ຊຶ່ງ​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ໂຜດ​ປະທານ​ໃຫ້​ແກ່​ພວກເຮົາ ຄື​ສິດ​ອຳນາດ​ເພື່ອ​ເສີມສ້າງ​ພວກເຈົ້າ​ຂຶ້ນ ແລະ​ບໍ່ແມ່ນ​ເພື່ອ​ທຳລາຍ​ພວກເຈົ້າ​ລົງ.


ເຮົາ​ຈຶ່ງ​ຂຽນ​ຂໍ້​ຄວາມ​ທັງຫລາຍ​ນີ້​ເມື່ອ​ເຮົາ​ບໍ່​ຢູ່​ນຳ ກໍ​ເພື່ອ​ເວລາ​ເຮົາ​ຢູ່​ນຳ​ແລ້ວ ເຮົາ​ຈະ​ບໍ່ໄດ້​ກ່າວ​ຄຳ​ເຄັ່ງຄັດ​ໃນ​ການ​ໃຊ້​ອຳນາດ ທີ່​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ຊົງ​ມອບ​ໃຫ້​ແກ່​ເຮົາ ເພື່ອ​ສ້າງ​ພວກເຈົ້າ​ຂຶ້ນ ບໍ່ແມ່ນ​ເພື່ອ​ມ້າງເພ​ລົງ.


ພີ່ນ້ອງ​ທັງຫລາຍ​ເອີຍ, ຖ້າ​ພວກເຮົາ​ຫາກ​ພົບ​ຄົນ​ທີ່​ຫລົງ​ເຮັດ​ຜິດ​ປະການ​ໃດ​ປະການ​ໜຶ່ງ ພວກເຈົ້າ​ທີ່​ຢູ່​ຝ່າຍ​ພຣະວິນຍານ ຄວນ​ຊ່ວຍ​ສ້າງ​ຜູ້ນັ້ນ​ດ້ວຍ​ຄວາມ​ສຸພາບ​ອ່ອນຫວານ​ໃຫ້​ກັບຄືນ​ດີ​ໃໝ່ ຈົ່ງ​ຄອຍ​ລະວັງຕົວ​ເອົາ​ໄວ້ ເພື່ອ​ວ່າ​ຕົນເອງ​ຈະ​ບໍ່ໄດ້​ຖືກ​ທົດລອງ​ໃຫ້​ເຮັດ​ຜິດ​ເໝືອນກັນ.


ພີ່ນ້ອງ​ທັງຫລາຍ​ເອີຍ ພວກເຮົາ​ຮ້ອງຂໍ​ພວກເຈົ້າ​ຕື່ມ​ອີກ ຄື​ຈົ່ງ​ຕັກເຕືອນ​ຜູ້​ທີ່​ບໍ່​ຢູ່​ໃນ​ລະບຽບ, ຈົ່ງ​ໜູນໃຈ​ຜູ້​ທີ່​ນ້ອຍໃຈ, ຈົ່ງ​ຊ່ວຍເຫຼືອ​ຜູ້​ທີ່​ອ່ອນແຮງ ແລະ​ຈົ່ງ​ອົດທົນ​ຕໍ່​ທຸກໆ​ຄົນ.


ແຕ່​ພີ່ນ້ອງ​ທັງຫລາຍ​ເອີຍ ພວກເຈົ້າ​ບໍ່​ຕ້ອງ​ອິດເມື່ອຍ​ທີ່​ຈະ​ເຮັດ​ຄວາມດີ.


ພີ່ນ້ອງ​ທັງຫລາຍ​ເອີຍ, ພວກເຮົາ​ຂໍ​ສັ່ງ​ພວກເຈົ້າ​ໃນ​ນາມ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ​ວ່າ, ຈົ່ງ​ຫລີກ​ໜີ​ຈາກ​ຄົນ​ທີ່​ໃຊ້​ຊີວິດ​ໃນ​ທາງ​ບໍ່​ເປັນ​ປະໂຫຍດ ແລະ​ຜູ້​ທີ່​ບໍ່​ປະຕິບັດ​ຕາມ​ຄຳສັ່ງສອນ ທີ່​ພວກເຮົາ​ໄດ້​ມອບ​ໃຫ້​ພວກເຂົາ​ແລ້ວ​ນັ້ນ.


ຄົນ​ໃດ​ທີ່​ຍຸແຫຍ່​ໃຫ້​ເກີດ​ການ​ແຕກແຍກ​ກັນ ເມື່ອ​ໄດ້​ເຕືອນ​ເຂົາ​ຄັ້ງ​ໜຶ່ງ ຫລື​ສອງ​ຄັ້ງ​ແລ້ວ ຢ່າ​ກ່ຽວຂ້ອງ​ກັບ​ຄົນ​ນັ້ນ​ອີກ​ຕໍ່ໄປ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka