Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ເທສະໂລນິກ 3:13 - ພຣະຄຳພີສັກສິ

13 ແຕ່​ພີ່ນ້ອງ​ທັງຫລາຍ​ເອີຍ ພວກເຈົ້າ​ບໍ່​ຕ້ອງ​ອິດເມື່ອຍ​ທີ່​ຈະ​ເຮັດ​ຄວາມດີ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

13 ແລະ ສຳລັບ​ພວກເຈົ້າ​ນັ້ນ ພີ່ນ້ອງ​ທັງຫລາຍ​ເອີຍ, ຢ່າ​ອິດເມື່ອຍ​ທີ່​ຈະ​ເຮັດ​ສິ່ງ​ດີ.

Uka jalj uñjjattʼäta Copia luraña




2 ເທສະໂລນິກ 3:13
17 Jak'a apnaqawi uñst'ayäwi  

ຂ້ານ້ອຍ​ໝັ້ນໃຈ​ວ່າ​ຂ້ານ້ອຍ​ຍັງ​ຈະ​ເຫັນ ພຣະຄຸນ​ຄວາມດີ​ຂອງ​ພຣະເຈົ້າຢາເວ​ຢູ່​ໃນ​ຊີວິດ​ນີ້.


ເມື່ອ​ວັນ​ນັ້ນ​ມາ​ເຖິງ ພວກເຂົາ​ຈະ​ເວົ້າ​ຕໍ່​ນະຄອນ​ເຢຣູຊາເລັມ​ວ່າ, “ນະຄອນ​ຊີໂອນ ຢ່າ​ຢ້ານ, ຢ່າ​ເສຍ​ກຳລັງໃຈ​ເທາະ


ພວກເຈົ້າ​ເວົ້າ​ວ່າ, ‘ຊ່າງ​ອິດເມື່ອຍ​ຕໍ່​ການຖວາຍ​ນີ້​ແທ້ນໍ’ ແລະ​ພວກເຈົ້າ​ກໍ​ງຶກດັງ​ຂຶ້ນ​ປະໝາດ​ເຮົາ.” ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນັ້ນແຫຼະ. “ແລະ​ເມື່ອ​ຖວາຍບູຊາ ພວກເຈົ້າ​ນຳ​ສັດ​ທີ່​ລັກ​ມາ ຫລື​ສັດ​ທີ່​ຂາ​ພິການ ຫລື​ສັດ​ທີ່​ເຈັບໂຊ​ມາ​ຖວາຍ. ພວກເຈົ້າ​ຄິດວ່າ​ເຮົາ​ຈະ​ຮັບ​ເອົາ​ສິ່ງນັ້ນ​ຫລື?” ພຣະເຈົ້າຢາເວ​ກ່າວ​ດັ່ງນັ້ນແຫຼະ.


ແລ້ວ​ພຣະເຢຊູເຈົ້າ​ໄດ້​ກ່າວ​ຄຳອຸປະມາ​ເລື່ອງ​ໜຶ່ງ​ສູ່​ພວກ​ສາວົກ​ຟັງ ເພື່ອ​ສັ່ງສອນ​ພວກເພິ່ນ​ວ່າ, ຈຳເປັນ​ຕ້ອງ​ໝັ່ນ​ພາວັນນາ​ອະທິຖານ​ຢູ່​ສະເໝີ ແລະ​ບໍ່​ໃຫ້​ທໍ້ຖອຍ​ໃຈ.


ສຳລັບ​ຄົນ​ທີ່​ມີ​ຄວາມ​ພຽນ​ພະຍາຍາມ​ກະທຳ​ດີ, ສະແຫວງ​ຫາ​ສະຫງ່າຣາສີ ກຽດຕິຍົດ ແລະ​ຊີວິດ​ທີ່​ຕາຍ​ບໍ່​ເປັນ​ນັ້ນ ພຣະອົງ​ຈະ​ຊົງ​ປະທານ​ຊີວິດ​ນິຣັນດອນ​ໃຫ້​ແກ່​ພວກເຂົາ.


ແລະ​ເມື່ອ​ສິ່ງສາລະພັດ​ໄດ້​ຖືກ​ປາບ​ລົງ​ຢູ່​ໃຕ້​ພຣະອົງ​ແລ້ວ ເມື່ອນັ້ນ​ອົງ​ພຣະບຸດ​ຈະ​ຊົງ​ຍອມ​ລົງ​ຢູ່​ໃຕ້​ພຣະເຈົ້າ ຜູ້​ຊົງ​ປາບ​ສິ່ງສາລະພັດ​ຢູ່​ໃຕ້​ພຣະອົງ​ນັ້ນ ເພື່ອ​ພຣະເຈົ້າ​ຈະ​ໄດ້​ຊົງ​ເປັນ​ເອກ ເປັນ​ໃຫຍ່​ໃນ​ສິ່ງສາລະພັດ​ທັງປວງ.


ເພາະ​ດ້ວຍ​ພຣະ​ກະລຸນາ​ຂອງ​ພຣະເຈົ້າ ພວກເຮົາ​ຈຶ່ງ​ໄດ້​ຮັບໃຊ້​ພັນທະກິດ ດັ່ງນັ້ນ ພວກເຮົາ​ຈຶ່ງ​ບໍ່​ທໍ້ຖອຍ.


ເຫດສະນັ້ນ, ພວກເຮົາ​ຈຶ່ງ​ບໍ່​ທໍ້ຖອຍ ເຖິງ​ແມ່ນ​ວ່າ​ກາຍ​ພາຍ​ນອກ​ຂອງ​ພວກເຮົາ​ກຳລັງ​ຊຸດໂຊມ​ລົງ​ກໍຕາມ, ແຕ່​ໃຈ​ພາຍໃນ​ຂອງ​ພວກເຮົາ​ນັ້ນ ກໍ​ຍັງ​ຈະເລີນ​ຂຶ້ນ​ໃໝ່​ທຸກໆ​ວັນ.


ນາຍ​ທະຫານ​ຈະ​ກ່າວ​ກັບ​ນັກຮົບ​ອີກ​ວ່າ, ‘ມີ​ຜູ້ໃດ​ແດ່​ໃນ​ທີ່​ນີ້ ທີ່​ເສຍຂວັນ​ແລະ​ຢ້ານ? ຖ້າ​ມີ ຈົ່ງ​ໃຫ້​ຜູ້ນັ້ນ​ກັບຄືນ​ເມືອ​ເຮືອນ​ສາ. ບໍ່​ດັ່ງນັ້ນ ລາວ​ອາດ​ຈະ​ເຮັດ​ໃຫ້​ຜູ້​ອື່ນ​ເສຍຂວັນ​ໄປ​ນຳ​ເໝືອນກັນ.’


ເຮົາ​ພາວັນນາ​ອະທິຖານ​ຂໍ​ໃຫ້​ຄວາມຮັກ​ຂອງ​ພວກເຈົ້າ​ໃຫຍ່​ຂຶ້ນ​ຢູ່​ສະເໝີ ຈົນ​ເກີດ​ມີ​ຄວາມ​ຮູ້​ອັນ​ແທ້ຈິງ ແລະ​ຄວາມ​ເຂົ້າໃຈ​ອັນ​ຄົບຖ້ວນ​ບໍຣິບູນ,


ພີ່ນ້ອງ​ທັງຫລາຍ​ເອີຍ, ທ້າຍສຸດ​ນີ້ ພວກເຮົາ​ວອນຂໍ ແລະ​ເຕືອນ​ສະຕິ​ພວກເຈົ້າ​ໃນ​ພຣະນາມ​ຂອງ​ອົງ​ພຣະເຢຊູເຈົ້າ​ວ່າ ພວກເຈົ້າ​ໄດ້​ຮຽນ​ຮູ້​ຈາກ​ເຮົາ​ແລ້ວ​ວ່າ ຈຳເປັນ​ຕ້ອງ​ດຳເນີນ​ຊີວິດ​ຢ່າງ​ໃດ ຈຶ່ງ​ຈະ​ເປັນ​ທີ່​ພໍພຣະໄທ​ພຣະເຈົ້າ ເໝືອນ​ດັ່ງ​ພວກເຈົ້າ​ກຳລັງ​ປະຕິບັດ​ຢູ່​ແລ້ວ ກໍ​ຈົ່ງ​ປະຕິບັດ​ດັ່ງນັ້ນ​ໃຫ້​ຫລາຍກວ່າ​ເກົ່າ​ອີກ.


ແຕ່​ເຖິງ​ປານ​ນັ້ນ​ກໍຕາມ ຢ່າ​ຖື​ຄົນ​ນັ້ນ​ວ່າ​ເປັນ​ສັດຕູ ແຕ່​ຈົ່ງ​ເຕືອນ​ສະຕິ​ລາວ ໃນ​ຖານະ​ເປັນ​ພີ່ນ້ອງ​ຄົນ​ໜຶ່ງ.


ຈົ່ງ​ພິຈາລະນາ​ຄິດເຖິງ​ພຣະອົງ ຜູ້​ຊົງ​ໄດ້​ອົດທົນ​ຕໍ່​ການ​ຂັດຂວາງ​ຂອງ​ຄົນ​ບາບ​ທີ່​ຕໍ່ສູ້​ພຣະອົງ ເພື່ອ​ເຈົ້າ​ທັງຫລາຍ​ຈະ​ບໍ່​ໝົດ​ກຳລັງ​ໃຈ.


ແລະ​ພວກເຈົ້າ​ໄດ້​ລືມ​ຄຳເຕືອນ ທີ່​ພຣະອົງ​ໄດ້​ຊົງ​ເຕືອນ​ໃນ​ຖານະ​ທີ່​ເປັນ​ລູກ​ວ່າ, “ລູກ​ຂອງເຮົາ​ເອີຍ ຢ່າ​ປະໝາດ​ຕໍ່​ການ​ຕີສອນ​ ຂອງ​ອົງພຣະ​ຜູ້​ເປັນເຈົ້າ ແລະ​ຢ່າ​ນ້ອຍໃຈ​ເມື່ອ​ພຣະອົງ​ ຊົງ​ຕິຕຽນ​ເຈົ້າ.


ເຮົາ​ຮູ້​ວ່າ​ເຈົ້າ​ໄດ້​ອົດທົນ​ແລະ​ທົນທຸກ ເພາະ​ເຫັນ​ແກ່​ນາມ​ຂອງເຮົາ ແລະ​ເຈົ້າ​ກໍ​ບໍ່ໄດ້​ທໍ້ຖອຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka