Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ເທສະໂລນິກ 3:12 - ພຣະຄຳພີສັກສິ

12 ໃນ​ພຣະນາມ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ ພວກເຮົາ​ສັ່ງ​ແລະ​ເຕືອນ​ສະຕິ​ຄົນ​ຢ່າງ​ນັ້ນ​ວ່າ ໃຫ້​ດຳເນີນ​ຊີວິດ​ຢ່າງ​ມີ​ລະບຽບ ແລະ​ໃຫ້​ເຮັດ​ວຽກງານ​ເພື່ອ​ລ້ຽງຊີບ​ຕົນເອງ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

12 ພວກເຮົາ​ຂໍ​ສັ່ງ ແລະ ເຕືອນສະຕິ​ໃນ​ນາມ​ຂອງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ວ່າ​ໃຫ້​ຄົນ​ເຫລົ່ານີ້​ຕັ້ງໃຈ​ເຮັດວຽກ​ເພື່ອ​ໃຫ້​ມີ​ລາຍໄດ້​ຊື້​ອາຫານ​ລ້ຽງ​ຕົນເອງ

Uka jalj uñjjattʼäta Copia luraña




2 ເທສະໂລນິກ 3:12
9 Jak'a apnaqawi uñst'ayäwi  

ກິນ​ເຂົ້າແຫ້ງ​ຢ່າງ​ສະຫງົບສຸກ​ໃນ​ບ້ານ ກໍ​ດີກວ່າ​ກິນລ້ຽງ​ໃນ​ງານ​ທີ່​ມີ​ຄວາມ​ວຸ້ນວາຍ.


ແຕ່​ການ​ມີ​ຈິດໃຈ​ສະຫງົບສຸກ​ຢູ່​ພຽງ​ເລັກນ້ອຍ ກໍ​ຍັງ​ດີກວ່າ​ມື​ສອງ​ເບື້ອງ​ຫຍຸ້ງ​ຢູ່​ຕະຫລອດ​ເວລາ​ຄື: ພະຍາຍາມ​ຄວ້າຈັບ​ລົມ.


ຂໍໂຜດ​ປະທານ​ເຂົ້າ​ຈີ່​ປະຈຳ​ວັນ ທີ່​ພວກ​ຂ້ານ້ອຍ​ຕ້ອງການ


ຝ່າຍ​ຄົນ​ທີ່​ເຄີຍ​ລັກ​ກໍ​ຈົ່ງ​ເຊົາ​ລັກ​ຕໍ່ໄປ, ແຕ່​ໃຫ້​ລົງ​ມື​ເຮັດ​ວຽກ​ເພື່ອ​ລ້ຽງຊີບ​ໃນ​ທາງ​ສັດຊື່ ເພື່ອ​ຈະ​ໄດ້​ມີ​ສ່ວນ​ຊ່ວຍເຫລືອ​ຄົນ​ຍາກຈົນ.


ພີ່ນ້ອງ​ທັງຫລາຍ​ເອີຍ, ທ້າຍສຸດ​ນີ້ ພວກເຮົາ​ວອນຂໍ ແລະ​ເຕືອນ​ສະຕິ​ພວກເຈົ້າ​ໃນ​ພຣະນາມ​ຂອງ​ອົງ​ພຣະເຢຊູເຈົ້າ​ວ່າ ພວກເຈົ້າ​ໄດ້​ຮຽນ​ຮູ້​ຈາກ​ເຮົາ​ແລ້ວ​ວ່າ ຈຳເປັນ​ຕ້ອງ​ດຳເນີນ​ຊີວິດ​ຢ່າງ​ໃດ ຈຶ່ງ​ຈະ​ເປັນ​ທີ່​ພໍພຣະໄທ​ພຣະເຈົ້າ ເໝືອນ​ດັ່ງ​ພວກເຈົ້າ​ກຳລັງ​ປະຕິບັດ​ຢູ່​ແລ້ວ ກໍ​ຈົ່ງ​ປະຕິບັດ​ດັ່ງນັ້ນ​ໃຫ້​ຫລາຍກວ່າ​ເກົ່າ​ອີກ.


ຈົ່ງ​ຕັ້ງ​ເປົ້າໝາຍ​ທີ່​ຈະ​ໃຊ້​ຊີວິດ​ຢູ່​ຢ່າງ​ສະຫງົບສຸກ ທີ່​ຈະ​ເອົາໃຈໃສ່​ຕໍ່​ກິດທຸລະ​ຂອງ​ຕົນເອງ ແລະ​ທີ່​ຈະ​ທຳມາ​ຫາກິນ​ລ້ຽງ​ຊີບ​ດ້ວຍ​ມື​ຂອງ​ຕົນເອງ ຕາມ​ທີ່​ພວກເຮົາ​ໄດ້​ສັ່ງ​ພວກເຈົ້າ​ໄວ້​ແລ້ວ​ນັ້ນ.


ພວກເຮົາ​ບໍ່ໄດ້​ອາໄສ​ຢູ່​ກິນ​ລ້າໆ​ນຳ​ຜູ້ໃດ ແຕ່​ພວກເຮົາ​ໄດ້​ເຮັດ​ວຽກງານ​ຢ່າງ​ໜັກໜ່ວງ ພວກເຮົາ​ໄດ້​ເຮັດ​ວຽກ​ທັງເວັນ​ທັງຄືນ ເພື່ອ​ບໍ່​ໃຫ້​ເປັນ​ພາລະ​ແກ່​ຜູ້ໃດ​ໃນ​ພວກເຈົ້າ.


ເພື່ອ​ກະສັດ​ທັງຫລາຍ​ແລະ​ຄົນ​ທັງປວງ ທີ່​ມີ​ຕຳແໜ່ງ​ສູງ ເພື່ອ​ເຮົາ​ທັງຫລາຍ​ຈະ​ໄດ້​ດຳເນີນ​ຊີວິດ​ຢ່າງ​ງຽບໆ​ແລະ​ສະຫງົບສຸກ​ໃນ​ທາງ​ທຳ ດ້ວຍ​ຄວາມນັບຖື​ຢຳເກງ​ພຣະເຈົ້າ​ແລະ​ດ້ວຍ​ກຽດ​ສັກສີ​ທຸກປະການ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka