Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ເທສະໂລນິກ 3:11 - ພຣະຄຳພີສັກສິ

11 ພວກເຮົາ​ກ່າວ​ເຊັ່ນນີ້ ເພາະ​ພວກເຮົາ​ໄດ້ຍິນ​ວ່າ ມີ​ບາງຄົນ​ໃນ​ພວກເຈົ້າ​ດຳເນີນ​ຊີວິດ​ຢ່າງ​ກຽດຄ້ານ ແລະ​ບໍ່​ເຮັດ​ວຽກ​ເຮັດ​ການ​ຫຍັງ ມີ​ແຕ່​ທ່ຽວ​ຫາ​ຫຍຸ້ງກ່ຽວ​ກັບ​ກິດ​ທຸລະ​ຂອງ​ຄົນອື່ນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

11 ພວກເຮົາ​ໄດ້​ຍິນ​ວ່າ​ບາງຄົນ​ໃນ​ທ່າມກາງ​ພວກເຈົ້າ​ຂີ້ຄ້ານ ແລະ ກໍ່ກວນ. ພວກເຂົາ​ບໍ່​ຍອມ​ເຮັດວຽກ ແຕ່​ພວກເຂົາ​ຫຍຸ້ງ​ແຕ່​ກັບ​ເລື່ອງ​ຂອງ​ຄົນ​ອື່ນ.

Uka jalj uñjjattʼäta Copia luraña




2 ເທສະໂລນິກ 3:11
5 Jak'a apnaqawi uñst'ayäwi  

ຝ່າຍ​ຄົນ​ທີ່​ເຄີຍ​ລັກ​ກໍ​ຈົ່ງ​ເຊົາ​ລັກ​ຕໍ່ໄປ, ແຕ່​ໃຫ້​ລົງ​ມື​ເຮັດ​ວຽກ​ເພື່ອ​ລ້ຽງຊີບ​ໃນ​ທາງ​ສັດຊື່ ເພື່ອ​ຈະ​ໄດ້​ມີ​ສ່ວນ​ຊ່ວຍເຫລືອ​ຄົນ​ຍາກຈົນ.


ຈົ່ງ​ຕັ້ງ​ເປົ້າໝາຍ​ທີ່​ຈະ​ໃຊ້​ຊີວິດ​ຢູ່​ຢ່າງ​ສະຫງົບສຸກ ທີ່​ຈະ​ເອົາໃຈໃສ່​ຕໍ່​ກິດທຸລະ​ຂອງ​ຕົນເອງ ແລະ​ທີ່​ຈະ​ທຳມາ​ຫາກິນ​ລ້ຽງ​ຊີບ​ດ້ວຍ​ມື​ຂອງ​ຕົນເອງ ຕາມ​ທີ່​ພວກເຮົາ​ໄດ້​ສັ່ງ​ພວກເຈົ້າ​ໄວ້​ແລ້ວ​ນັ້ນ.


ພີ່ນ້ອງ​ທັງຫລາຍ​ເອີຍ, ພວກເຮົາ​ຂໍ​ສັ່ງ​ພວກເຈົ້າ​ໃນ​ນາມ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ​ວ່າ, ຈົ່ງ​ຫລີກ​ໜີ​ຈາກ​ຄົນ​ທີ່​ໃຊ້​ຊີວິດ​ໃນ​ທາງ​ບໍ່​ເປັນ​ປະໂຫຍດ ແລະ​ຜູ້​ທີ່​ບໍ່​ປະຕິບັດ​ຕາມ​ຄຳສັ່ງສອນ ທີ່​ພວກເຮົາ​ໄດ້​ມອບ​ໃຫ້​ພວກເຂົາ​ແລ້ວ​ນັ້ນ.


ນອກ​ນັ້ນ​ພວກເຂົາ​ຍັງ​ເປັນ​ຄົນ​ມັກ​ຢູ່​ລ້າ ທຽວ​ຂຶ້ນ​ເຮືອນນັ້ນ​ເຮືອນນີ້ ຍິ່ງ​ຮ້າຍ​ກວ່າ​ນັ້ນ ພວກເຂົາ​ມັກ​ເວົ້າຂວັນ​ນິນທາ ມັກ​ຫຍຸ້ງກ່ຽວ​ຢູ່​ກັບ​ກິດທຸລະ​ຂອງ​ຄົນອື່ນ ແລະ​ມັກ​ເວົ້າ​ແຕ່​ສິ່ງ​ທີ່​ບໍ່​ສົມຄວນ.


ແຕ່​ວ່າ​ຢ່າ​ໃຫ້​ຜູ້ໃດ​ໃນ​ພວກເຈົ້າ ໄດ້​ຮັບ​ຄວາມ​ທຸກ ເພາະ​ເປັນ​ຜູ້​ຂ້າ​ຄົນ ເປັນ​ຂະໂມຍ ເປັນ​ຜູ້​ທຳຮ້າຍ ຫລື​ເປັນ​ຜູ້​ທ່ຽວ​ຫຍຸ້ງກ່ຽວ​ກັບ​ກິດທຸລະ​ຂອງ​ຄົນອື່ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka