Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ເທສະໂລນິກ 3:10 - ພຣະຄຳພີສັກສິ

10 ເມື່ອ​ພວກເຮົາ​ຍັງ​ຢູ່​ກັບ​ພວກເຈົ້າ​ນັ້ນ ພວກເຮົາ​ເຄີຍ​ບອກ​ພວກເຈົ້າ​ແລ້ວ​ວ່າ, “ຜູ້ໃດ​ທີ່​ບໍ່​ຢາກ​ເຮັດ​ວຽກ ກໍ​ຢ່າ​ໃຫ້​ຜູ້ນັ້ນ​ກິນ.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

10 ເພາະ​ແມ່ນ​ແຕ່​ຂະນະ​ທີ່​ພວກເຮົາ​ຢູ່​ກັບ​ພວກເຈົ້າ ພວກເຮົາ​ກໍ​ໄດ້​ວາງ​ກົດ​ນີ້​ໄວ້​ໃຫ້​ພວກເຈົ້າ​ວ່າ: “ຖ້າ​ຜູ້ໃດ​ບໍ່​ເຮັດວຽກ​ກໍ​ບໍ່​ຕ້ອງ​ກິນ”.

Uka jalj uñjjattʼäta Copia luraña




2 ເທສະໂລນິກ 3:10
11 Jak'a apnaqawi uñst'ayäwi  

ເຈົ້າ​ຈະ​ເຮັດ​ວຽກ​ໜັກ​ຈົນ​ເຫື່ອ​ໄຫລ​ໄຄ​ຍ້ອຍ​ອອກ​ມາ; ເພື່ອ​ຈະ​ເຮັດ​ໃຫ້​ດິນ​ເກີດຜົນ​ພຽງພໍ​ລ້ຽງ​ຊີວິດ​ເຈົ້າ. ຈົນກວ່າ​ເຈົ້າ​ຄືນ​ໄປ​ສູ່​ດິນ​ທີ່​ເຈົ້າ​ຖືກ​ສ້າງ​ຂຶ້ນ​ມາ; ເຈົ້າ​ຖືກ​ສ້າງ​ມາ​ແຕ່​ດິນ ເຈົ້າ​ຈະ​ຄືນ​ໄປ​ເປັນ​ດິນ​ອີກ.”


ຄົນ​ຂີ້ຄ້ານ​ຈະ​ບໍ່ໄດ້​ສິ່ງ​ທີ່​ຕົນ​ໄຝ່ຝັນ, ແຕ່​ຄົນ​ດຸໝັ່ນ​ຈະ​ໄດ້​ຕາມ​ທີ່​ຕົນ​ຕ້ອງການ​ທັງນັ້ນ.


ພໍ່ນາ​ທີ່​ຂີ້ຄ້ານ​ຄາດ​ໄຖ​ຕາມ​ລະດູການ ກໍ​ຈະ​ບໍ່ໄດ້​ເກັບກ່ຽວ​ຫຍັງ​ຈັກດີ້.


ຄົນ​ຂີ້ຄ້ານ​ທີ່​ບໍ່​ຍອມ​ເຮັດ​ວຽກ ກໍ​ກຳລັງ​ຂ້າ​ຕົນເອງ​ໃຫ້​ຕາຍ.


ແລ້ວ​ພຣະອົງ​ກໍໄດ້​ກ່າວ​ແກ່​ພວກເພິ່ນ​ວ່າ, “ນີ້​ແຫຼະ ແມ່ນ​ສິ່ງ​ທີ່​ເຮົາ​ໄດ້​ບອກ​ພວກເຈົ້າ​ແລ້ວ ເມື່ອ​ເຮົາ​ຍັງ​ຢູ່​ກັບ​ພວກເຈົ້າ ຄື​ທຸກສິ່ງ​ທີ່​ໄດ້​ມີ​ຂຽນ​ໄວ້​ເຖິງ​ເຮົາ​ໃນ​ໜັງສື​ກົດບັນຍັດ​ຂອງ​ໂມເຊ, ໃນ​ໜັງສື​ຂອງ​ພວກ​ຜູ້ທຳນວາຍ ແລະ​ໃນ​ໜັງສື​ເພງ​ສັນລະເສີນ ຈຳເປັນ​ຕ້ອງ​ສຳເລັດ​ເປັນຈິງ​ຕາມ​ນັ້ນ.”


ແຕ່​ເຮົາ​ໄດ້​ບອກ​ສິ່ງ​ເຫຼົ່ານີ້​ແກ່​ພວກເຈົ້າ ເພື່ອ​ວ່າ​ເມື່ອ​ເວລາ​ນັ້ນ​ມາ​ເຖິງ ພວກເຂົາ​ຈະ​ເຮັດ​ສິ່ງ​ເຫຼົ່ານີ້ ພວກເຈົ້າ​ຈະ​ສຳນຶກ​ໄດ້​ວ່າ ເຮົາ​ໄດ້​ບອກ​ພວກເຈົ້າ​ໄວ້​ແລ້ວ.” “ເຮົາ​ບໍ່ໄດ້​ບອກ​ສິ່ງ​ເຫຼົ່ານີ້​ແກ່​ພວກເຈົ້າ​ຕັ້ງແຕ່​ຕົ້ນ ເພາະວ່າ​ເຮົາ​ຍັງ​ຢູ່​ກັບ​ພວກເຈົ້າ.


ເມື່ອ​ພວກເຂົາ​ມາ​ແລ້ວ ເພິ່ນ​ກໍ​ກ່າວ​ແກ່​ພວກເຂົາ​ວ່າ, “ທ່ານ​ທັງຫລາຍ​ກໍ​ຮູ້​ແລ້ວ​ວ່າ ຕະຫລອດ​ເວລາ​ທີ່​ຂ້າພະເຈົ້າ​ຢູ່​ກັບ​ພວກທ່ານ ຂ້າພະເຈົ້າ​ໄດ້​ປະພຶດ​ຢ່າງ​ໃດ ຕັ້ງແຕ່​ວັນ​ທີ່​ຂ້າພະເຈົ້າ​ໄດ້​ຍ່າງ​ເຂົ້າ​ມາ​ໃນ​ແຂວງ​ເອເຊຍ.


ດ້ວຍວ່າ, ໃນ​ລະຫວ່າງ​ທີ່​ພວກເຮົາ​ຍັງ​ຢູ່​ກັບ​ພວກເຈົ້າ​ນັ້ນ ພວກເຮົາ​ກໍໄດ້​ບອກ​ພວກເຈົ້າ​ລ່ວງໜ້າ​ໄວ້​ແລ້ວ​ວ່າ ພວກເຮົາ​ຈະ​ຖືກ​ຂົ່ມເຫັງ ແລະ​ກໍ​ເປັນ​ຢ່າງ​ນັ້ນ​ແທ້ ດັ່ງ​ທີ່​ພວກເຈົ້າ​ຮູ້​ແລ້ວ.


ຈົ່ງ​ຕັ້ງ​ເປົ້າໝາຍ​ທີ່​ຈະ​ໃຊ້​ຊີວິດ​ຢູ່​ຢ່າງ​ສະຫງົບສຸກ ທີ່​ຈະ​ເອົາໃຈໃສ່​ຕໍ່​ກິດທຸລະ​ຂອງ​ຕົນເອງ ແລະ​ທີ່​ຈະ​ທຳມາ​ຫາກິນ​ລ້ຽງ​ຊີບ​ດ້ວຍ​ມື​ຂອງ​ຕົນເອງ ຕາມ​ທີ່​ພວກເຮົາ​ໄດ້​ສັ່ງ​ພວກເຈົ້າ​ໄວ້​ແລ້ວ​ນັ້ນ.


ພວກເຈົ້າ​ຈື່​ໄດ້​ບໍ? ເມື່ອ​ເຮົາ​ຍັງ​ຢູ່​ກັບ​ພວກເຈົ້າ​ນັ້ນ ເຮົາ​ກໍ​ເຄີຍ​ບອກ​ສິ່ງ​ເຫຼົ່ານີ້​ທັງໝົດ​ແກ່​ພວກເຈົ້າ​ແລ້ວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka