Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ເທສະໂລນິກ 3:1 - ພຣະຄຳພີສັກສິ

1 ສຸດທ້າຍ​ນີ້ ພີ່ນ້ອງ​ທັງຫລາຍ​ເອີຍ ຈົ່ງ​ພາວັນນາ​ອະທິຖານ​ສຳລັບ​ພວກເຮົາ​ດ້ວຍ. ເພື່ອ​ພຣະທຳ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ຈະ​ໄດ້​ແຜ່​ຂະຫຍາຍ​ໄປ ແລະ​ໄດ້​ຮັບ​ຄຳ​ສັນລະເສີນ ດັ່ງ​ທີ່​ໄດ້​ເປັນ​ໄປ​ແລ້ວ​ໃນ​ທ່າມກາງ​ພວກເຈົ້າ​ນັ້ນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

1 ສຸດທ້າຍ​ນີ້​ພີ່ນ້ອງ​ທັງຫລາຍ​ເອີຍ, ຈົ່ງ​ອະທິຖານ​ເພື່ອ​ພວກເຮົາ​ດ້ວຍ​ເພື່ອ​ວ່າ​ພຣະຄຳ​ຂອງ​ອົງພຣະຜູ້ເປັນເຈົ້າ​ຈະ​ໄດ້​ແຜ່ຂະຫຍາຍ​ໄປ​ຢ່າງ​ໄວວາ ແລະ ເປັນ​ທີ່​ຖວາຍ​ກຽດ​ເໝືອນ​ທີ່​ເປັນ​ຢູ່​ໃນ​ທ່າມກາງ​ພວກເຈົ້າ.

Uka jalj uñjjattʼäta Copia luraña




2 ເທສະໂລນິກ 3:1
22 Jak'a apnaqawi uñst'ayäwi  

ຂ້ານ້ອຍ​ຂາບລົງ​ຫັນໜ້າ​ໃສ່​ພຣະວິຫານ​ອັນ​ບໍຣິສຸດ​ຂອງ​ພຣະອົງ ແລະ​ຍ້ອງຍໍ​ສັນລະເສີນ​ພຣະນາມ​ຂອງ​ພຣະອົງ ເພາະ​ຄວາມຮັກ​ອັນ​ໝັ້ນຄົງ​ແລະ​ຄວາມສັດຊື່​ຂອງ​ພຣະອົງ ເພາະ​ພຣະນາມ​ແລະ​ຖ້ອຍຄຳ​ຂອງ​ພຣະອົງ​ເປັນ​ທີ່​ເທີດທູນ​ຢ່າງ​ສູງສົ່ງ.


ເຫດສະນັ້ນ ພວກເຈົ້າ​ຈົ່ງ​ພາວັນນາ​ອະທິຖານ​ຂໍ​ນຳ​ເຈົ້າ​ຂອງ​ການ​ເກັບກ່ຽວ​ໃຫ້​ສົ່ງ​ຄົນງານ​ມາ​ຫລາຍ​ຂຶ້ນ ເພື່ອ​ການ​ເກັບກ່ຽວ​ຂອງຕົນ​ສາ.”


ພຣະອົງ​ຊົງ​ກ່າວ​ກັບ​ພວກເພິ່ນ​ວ່າ, “ເຂົ້າ​ທີ່​ຈະ​ກ່ຽວ​ກໍ​ມີ​ຫລາຍ​ແທ້ ແຕ່​ຄົນງານ​ມີ​ໜ້ອຍ​ຢູ່ ເພາະ​ສະນັ້ນ ພວກເຈົ້າ​ຈົ່ງ​ພາວັນນາ​ອະທິຖານ​ຕໍ່​ຜູ້​ເປັນ​ເຈົ້າ​ຂອງ​ນາ ໃຫ້​ນຳ​ຄົນງານ​ມາ​ໃນ​ການ​ເກັບກ່ຽວ​ຂອງຕົນ​ເສຍ.


ສ່ວນ​ພຣະທຳ​ຂອງ​ພຣະເຈົ້າ​ກໍ​ແຜ່​ຂະຫຍາຍ ຈະເລີນ​ທະວີ​ຍິ່ງ​ຂຶ້ນ.


ຍ້ອນ​ເຫດ​ນັ້ນ ພຣະທຳ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ຈຶ່ງ​ເກີດຜົນ​ຈະເລີນ​ຂຶ້ນ ມີ​ໄຊຊະນະ​ຢູ່​ດ້ວຍ​ຣິດເດດ.


ດັ່ງນັ້ນ ພຣະທຳ​ຂອງ​ພຣະເຈົ້າ​ຈຶ່ງ​ໄດ້​ຈະເລີນ​ຂຶ້ນ ສືບຕໍ່​ແຜ່​ຂະຫຍາຍ​ອອກ​ໄປ ຈຳນວນ​ພວກ​ສິດ​ໃນ​ນະຄອນ​ເຢຣູຊາເລັມ​ເພີ່ມ​ທະວີ​ຫລາຍ​ຂຶ້ນ ແລະ​ໄດ້​ມີ​ປະໂຣຫິດ​ຫລາຍ​ຄົນ ກໍໄດ້​ຍອມ​ເຊື່ອຟັງ​ຕໍ່​ຄວາມເຊື່ອ​ນັ້ນ.


ພີ່ນ້ອງ​ທັງຫລາຍ​ຂອງເຮົາ​ເອີຍ ໂດຍ​ເຫັນ​ແກ່​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ ແລະ​ໂດຍ​ເຫັນ​ແກ່​ຄວາມຮັກ ຊຶ່ງ​ພຣະວິນຍານ​ປະທານ​ໃຫ້ ເຮົາ​ຂໍ​ຮຽກຮ້ອງ​ພວກເຈົ້າ​ໃຫ້​ຮ່ວມ​ກັບ​ເຮົາ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າ ດ້ວຍ​ໃຈ​ຮ້ອນຮົນ​ເພື່ອ​ເຮົາ​ດ້ວຍ.


ຢູ່​ໃນ​ເມືອງ​ນີ້ ເຮົາ​ມີ​ໂອກາດ​ອັນ​ດີທີ່ສຸດ​ສຳລັບ​ດຳເນີນ​ພາລະກິດ​ອັນ​ຍິ່ງໃຫຍ່, ເຖິງ​ແມ່ນ​ວ່າ ມີ​ຜູ້​ຕໍ່ຕ້ານ​ຈຳນວນ​ຫລວງຫລາຍ​ກໍຕາມ.


ຂໍ​ໃຫ້​ພວກເຈົ້າ​ຮ່ວມ​ກັນ​ຊ່ວຍ​ໃນ​ການ​ພາວັນນາ​ອະທິຖານ​ສຳລັບ​ເຮົາ​ດ້ວຍ ເພື່ອ​ວ່າ​ຄົນ​ຈຳນວນ​ຫລາຍ​ຈະ​ໄດ້​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ເພາະ​ເຮົາ. ເນື່ອງ​ຈາກ​ພຣະພອນ​ທີ່​ຊົງ​ໂຜດ​ປະທານ​ແກ່​ພວກເຮົາ ອັນ​ເປັນ​ການ​ຕອບສະໜອງ​ຄົນ​ຈຳນວນ​ຫລາຍ​ທີ່​ໄດ້​ພາວັນນາ​ອະທິຖານ​ເພື່ອ​ພວກເຮົາ.


ໃນ​ສຸດທ້າຍ​ນີ້ ພີ່ນ້ອງ​ທັງຫລາຍ​ເອີຍ ເຮົາ​ຂໍ​ລາ​ພວກເຈົ້າ​ກ່ອນ ຈົ່ງ​ປັບປຸງ​ໃຫ້​ຕົວ​ຈະເລີນ​ຂຶ້ນ ຈົ່ງ​ຟັງ​ຄຳ​ຮ້ອງ​ຂໍ​ຂອງເຮົາ ຈົ່ງ​ເປັນ​ນໍ້າໜຶ່ງ​ໃຈ​ດຽວກັນ ຈົ່ງ​ຢູ່​ຮ່ວມ​ກັນ​ດ້ວຍ​ຄວາມ​ສະຫງົບສຸກ ແລະ​ພຣະເຈົ້າ​ຜູ້​ຊົງ​ຮັກ ແລະ​ຊົງ​ປະທານ​ສັນຕິສຸກ ຈະ​ຊົງ​ສະຖິດ​ຢູ່​ນຳ​ເຈົ້າ​ທັງຫລາຍ.


ໃນ​ເວລາ​ດຽວກັນ​ນັ້ນ ຈົ່ງ​ພາວັນນາ​ອະທິຖານ​ເພື່ອ​ພວກເຮົາ​ດ້ວຍ ເພື່ອ​ພຣະເຈົ້າ​ຈະ​ຊົງ​ໂຜດ​ໄຂ​ປະຕູ​ໄວ້​ສຳລັບ​ພຣະທຳ​ນັ້ນ ໃຫ້​ພວກເຮົາ​ປະກາດ​ຂໍ້​ເລິກລັບ​ເລື່ອງ​ພຣະຄຣິດ, ການ​ທີ່​ເຮົາ​ຖືກ​ຄຸກ​ຢູ່​ກໍ​ເພາະ​ເລື່ອງ​ນີ້​ແຫຼະ.


ເພາະ​ພວກເຮົາ​ໄດ້​ນຳ​ເອົາ​ຂ່າວປະເສີດ​ມາ​ເຖິງ​ພວກເຈົ້າ ບໍ່ແມ່ນ​ເປັນ​ພຽງແຕ່​ຖ້ອຍຄຳ​ເທົ່ານັ້ນ ແຕ່​ດ້ວຍ​ຣິດອຳນາດ​ຂອງ​ພຣະວິນຍານ​ບໍຣິສຸດເຈົ້າ ແລະ​ດ້ວຍ​ຄວາມ​ໝັ້ນໃຈ​ອັນ​ຄົບຖ້ວນ​ວ່າ ຂ່າວປະເສີດ​ນັ້ນ​ເປັນ​ຄວາມຈິງ ພວກເຈົ້າ​ກໍ​ຮູ້​ວ່າ​ພວກເຮົາ​ໄດ້​ດຳເນີນ​ຊີວິດ​ຢ່າງ​ໃດ ເມື່ອ​ພວກເຮົາ​ຢູ່​ກັບ​ພວກເຈົ້າ ເພາະ​ເຫັນແກ່​ເຈົ້າ​ທັງຫລາຍ.


ເພາະວ່າ​ພຣະຄຳ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ໄດ້​ອອກ​ຈາກ​ພວກເຈົ້າ​ຊ່າລື​ກ້ອງ​ໄປ ບໍ່ແມ່ນແຕ່​ໃນ​ແຂວງ​ມາເກໂດເນຍ ແລະ ແຂວງ​ອະຂາຢາ​ເທົ່ານັ້ນ ແຕ່​ຂ່າວ​ແຫ່ງ​ຄວາມເຊື່ອ​ພຣະເຈົ້າ​ຂອງ​ພວກເຈົ້າ​ນັ້ນ ໄດ້​ຊ່າລື​ໄປ​ທົ່ວ​ທຸກ​ແຫ່ງຫົນ ຈົນ​ພວກເຮົາ​ບໍ່​ຈຳເປັນ​ຈະ​ຕ້ອງ​ເວົ້າ​ອັນ​ໃດ​ອີກ.


ພີ່ນ້ອງ​ທັງຫລາຍ​ເອີຍ, ພວກເຈົ້າ​ເອງ​ກໍ​ຮູ້​ວ່າ ການ​ທີ່​ພວກເຮົາ​ມາ​ຢ້ຽມຢາມ​ພວກເຈົ້າ​ນັ້ນ ບໍ່ໄດ້​ເສຍ​ປະໂຫຍດ.


ດ້ວຍເຫດນີ້ ພວກເຮົາ​ຈຶ່ງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ໂດຍ​ບໍ່​ຢຸດຢັ້ງ ເພາະ​ພວກເຈົ້າ​ໄດ້​ຮັບ​ເອົາ​ພຣະຄຳ​ຂອງ​ພຣະເຈົ້າ ທີ່​ໄດ້ຍິນ​ຈາກ​ພວກເຮົາ​ນັ້ນ ບໍ່​ເໝືອນ​ເປັນ​ຂໍ້​ຄວາມ​ຂອງ​ມະນຸດ, ແຕ່​ເປັນຈິງ ຄື​ເປັນ​ພຣະຄຳ​ຂອງ​ພຣະເຈົ້າ ທີ່​ດຳເນີນ​ງານ​ຢູ່​ພາຍ​ໃນ​ເຈົ້າ​ທັງຫລາຍ​ທີ່​ເຊື່ອ.


ພີ່ນ້ອງ​ທັງຫລາຍ​ເອີຍ, ທ້າຍສຸດ​ນີ້ ພວກເຮົາ​ວອນຂໍ ແລະ​ເຕືອນ​ສະຕິ​ພວກເຈົ້າ​ໃນ​ພຣະນາມ​ຂອງ​ອົງ​ພຣະເຢຊູເຈົ້າ​ວ່າ ພວກເຈົ້າ​ໄດ້​ຮຽນ​ຮູ້​ຈາກ​ເຮົາ​ແລ້ວ​ວ່າ ຈຳເປັນ​ຕ້ອງ​ດຳເນີນ​ຊີວິດ​ຢ່າງ​ໃດ ຈຶ່ງ​ຈະ​ເປັນ​ທີ່​ພໍພຣະໄທ​ພຣະເຈົ້າ ເໝືອນ​ດັ່ງ​ພວກເຈົ້າ​ກຳລັງ​ປະຕິບັດ​ຢູ່​ແລ້ວ ກໍ​ຈົ່ງ​ປະຕິບັດ​ດັ່ງນັ້ນ​ໃຫ້​ຫລາຍກວ່າ​ເກົ່າ​ອີກ.


ຈົ່ງ​ພາວັນນາ​ອະທິຖານ​ຢູ່​ທຸກ​ເວລາ,


ພີ່ນ້ອງ​ທັງຫລາຍ​ເອີຍ, ຈົ່ງ​ພາວັນນາ​ອະທິຖານ​ເພື່ອ​ພວກເຮົາ​ດ້ວຍ.


ເພາະ​ຂ່າວປະເສີດ​ນີ້ ເຮົາ​ຈຶ່ງ​ທົນທຸກ ແລະ​ຖືກ​ຜູກມັດ​ດັ່ງ​ຜູ້ຮ້າຍ ແຕ່​ພຣະທຳ​ຂອງ​ພຣະເຈົ້າ​ນັ້ນ ບໍ່ມີ​ຜູ້ໃດ​ຜູກມັດ​ໄວ້​ໄດ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka