2 ເທສະໂລນິກ 2:3 - ພຣະຄຳພີສັກສິ3 ຢ່າໃຫ້ຜູ້ໃດຫລອກລວງພວກເຈົ້າໃນທາງໃດທາງໜຶ່ງເລີຍ. ດ້ວຍວ່າ, ວັນນັ້ນຈະບໍ່ມາເຖິງ ຈົນກວ່າການທໍລະຍົດຄັ້ງສຸດທ້າຍຈະເກີດຂຶ້ນກ່ອນ ແລະຜູ້ຊົ່ວຮ້າຍຈະປາກົດຕົວຂຶ້ນ ຄືຜູ້ທີ່ຖືກໝາຍໄວ້ສຳລັບນະຣົກ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່3 ຢ່າໃຫ້ຜູ້ໃດມາຫລອກລວງພວກເຈົ້າໃນທາງໃດທາງໜຶ່ງ ເພາະວັນນັ້ນຍັງຈະບໍ່ມາເຖິງຈົນກວ່າການກະບົດຈະເກີດຂຶ້ນ ແລະ ຄົນລ່ວງລະເມີດທີ່ຖືກກຳນົດໃຫ້ເຖິງຄວາມຈິບຫາຍນັ້ນມາປາກົດໂຕ. Uka jalj uñjjattʼäta |
ເມື່ອຂ້ານ້ອຍຍັງຢູ່ກັບພວກເຂົານັ້ນ ຂ້ານ້ອຍກໍໄດ້ປົກປັກຮັກສາພວກເຂົາໄວ້ ໂດຍຣິດອຳນາດແຫ່ງພຣະນາມຂອງພຣະອົງ ຄືພຣະນາມທີ່ພຣະອົງໄດ້ໃຫ້ແກ່ຂ້ານ້ອຍນັ້ນ ຂ້ານ້ອຍໄດ້ປົກປ້ອງພວກເຂົາໄວ້ ແລະບໍ່ມີຜູ້ໃດໃນພວກເຂົາໄດ້ເສຍໄປ ເວັ້ນໄວ້ແຕ່ຜູ້ທີ່ຖືກໝາຍໄວ້ສຳລັບຄວາມຈິບຫາຍ ເພື່ອຈະໄດ້ສຳເລັດຕາມທີ່ມີຄຳຂຽນໄວ້ໃນພຣະຄຳພີ.
ສັດຮ້າຍທີ່ທ່ານໄດ້ເຫັນນັ້ນ ໄດ້ເປັນຢູ່ໃນຄາວກ່ອນ ແຕ່ບັດນີ້ບໍ່ໄດ້ເປັນຢູ່ ມັນກຳລັງຈະຂຶ້ນມາຈາກເຫວເລິກ ເພື່ອໄປສູ່ຄວາມຈິບຫາຍ ບັນດາຊາວໂລກທີ່ບໍ່ມີຊື່ຈົດໄວ້ໃນທະບຽນແຫ່ງຊີວິດ ຕັ້ງແຕ່ເລີ່ມຕົ້ນຊົງສ້າງໂລກນັ້ນ ກໍຈະປະຫລາດໃຈ ເມື່ອພວກເຂົາເຫັນສັດຮ້າຍທີ່ໄດ້ເປັນຢູ່ໃນຄາວກ່ອນ ແຕ່ບັດນີ້ບໍ່ໄດ້ເປັນຢູ່ ແລະກຳລັງຈະມາປາກົດອີກ.”