Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ເທສະໂລນິກ 2:2 - ພຣະຄຳພີສັກສິ

2 ຢ່າ​ໃຫ້​ໃຈ​ຂອງ​ພວກເຈົ້າ​ທັງຫລາຍ​ປັ່ນປ່ວນ​ໂດຍ​ງ່າຍ ຫລື​ສະທ້ານ​ຕົກໃຈ ບໍ່​ວ່າ​ຈະ​ມາ​ດ້ວຍ​ທາງ​ວິນຍານ ຫລື​ມາ​ທາງ​ຄຳ​ເວົ້າ ຫລື​ທາງ​ຈົດໝາຍ​ທີ່​ອ້າງ​ວ່າ​ມາ​ຈາກ​ເຮົາ ໂດຍ​ອ້າງ​ວ່າ​ວັນ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ມາ​ເຖິງ​ແລ້ວ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

2 ຢ່າ​ຫວັ່ນໄຫວ​ງ່າຍ ຫລື ຕື່ນ​ຕົກໃຈ​ກັບ​ຄຳສັ່ງສອນ​ທີ່​ອ້າງ​ວ່າ​ມາ​ຈາກ​ພວກເຮົາ ບໍ່​ວ່າ​ໂດຍ​ຖ້ອຍຄຳ​ເຜີຍ​ພຣະຄຳ ຫລື ໂດຍ​ຄຳເວົ້າ​ທີ່​ອອກ​ຈາກ​ປາກ ຫລື ໂດຍ​ຈົດໝາຍ​ທີ່​ອ້າງ​ວ່າ​ມາ​ຈາກ​ພວກເຮົາ ເຊິ່ງ​ລະບຸ​ວ່າ​ວັນ​ຂອງ​ອົງພຣະຜູ້ເປັນເຈົ້າ​ມາ​ເຖິງ​ແລ້ວ.

Uka jalj uñjjattʼäta Copia luraña




2 ເທສະໂລນິກ 2:2
27 Jak'a apnaqawi uñst'ayäwi  

ຂໍ​ໂຜດ​ໃຫ້​ມີ​ສັນຕິສຸກ​ເຖີດ ເປັນ​ສັນຕິສຸກ​ອັນ​ຄົບຖ້ວນ​ແກ່​ທຸກຄົນ​ດ້ວຍ ຄື​ຜູ້​ທີ່​ຢຶດໝັ້ນ​ແທ້ຈິງ​ໃນ​ເປົ້າໝາຍ​ຂອງຕົນ ແລະ​ແກ່​ທຸກຄົນ​ທີ່​ໄວ້ວາງໃຈ​ໃນ​ພຣະອົງ.


ເມື່ອ​ກະສັດ​ແຫ່ງ​ຢູດາຍ​ຮູ້​ຂ່າວ​ວ່າ ກອງທັບ​ແຫ່ງ​ຊີເຣຍ​ໄດ້​ຕັ້ງ​ຢູ່​ເຂດແດນ​ອິດສະຣາເອນ​ແລ້ວ ເພິ່ນ​ພ້ອມ​ທັງ​ປະຊາຊົນ​ກໍ​ເກີດ​ຢ້ານກົວ ຈົນ​ຕົວ​ສັ່ນເຊັນ​ດັ່ງ​ຕົ້ນໄມ້​ຖືກ​ລົມ​ພັດ​ແຮງ.


ປະຊາຊົນ​ເຫຼົ່ານີ້ ຕ້ອງການ​ຜູ້ທຳນວາຍ​ທີ່​ທ່ຽວ​ໄປມາ​ເວົ້າ​ຕົວະ ແລະ​ຫລອກລວງ​ໂດຍ​ເວົ້າ​ວ່າ, ‘ຂ້ອຍ​ຂໍ​ທຳນວາຍ​ວ່າ ເຫຼົ້າ​ອະງຸ່ນ​ແລະ​ສຸຣາ​ຈະ​ຫລັ່ງໄຫລ​ມາ​ສຳລັບ​ພວກເຈົ້າ.’


ດ້ວຍວ່າ, ຈະ​ມີ​ພຣະຄຣິດ​ປອມ​ແລະ​ຜູ້ທຳນວາຍ​ປອມ​ຫລາຍ​ຄົນ​ຈະ​ເກີດຂຶ້ນ ພວກເຂົາ​ຈະ​ເຮັດ​ການ​ອັດສະຈັນ​ອັນ​ຍິ່ງໃຫຍ່ ແລະ​ໝາຍສຳຄັນ​ຫລາຍ​ປະການ ເພື່ອ​ຖ້າ​ເປັນ​ໄປ​ໄດ້​ຈະ​ຫລອກລວງ​ແມ່ນແຕ່​ປະຊາຊົນ​ທີ່​ພຣະເຈົ້າ​ໄດ້​ເລືອກ​ໄວ້​ໃຫ້​ຫລົງ​ເສຍ​ໄປ.


ເມື່ອ​ພວກເຈົ້າ​ໄດ້ຍິນ​ເຖິງ​ເລື່ອງ​ການ​ເສິກ ແລະ ຂ່າວ​ເລົ່າລື​ເລື່ອງ​ການ​ເຮັດ​ເສິກ​ສົງຄາມ​ນັ້ນ ຢ່າ​ສະທ້ານ​ຢ້ານກົວ​ເລີຍ. ດ້ວຍວ່າ, ເຫດການ​ເຊັ່ນນີ້​ຈຳເປັນ​ຕ້ອງ​ເກີດຂຶ້ນ ແຕ່​ວັນ​ສຸດທ້າຍ​ຍັງ​ບໍ່ໄດ້​ມາ​ເຖິງ.


ພວກເຈົ້າ​ຈະ​ຮັກສາ​ຊີວິດ​ຈິດໃຈ​ຂອງ​ພວກເຈົ້າ​ໄວ້ ດ້ວຍ​ຄວາມ​ອົດທົນ​ພາກພຽນ​ຂອງ​ພວກເຈົ້າ.”


ເມື່ອ​ພວກເຈົ້າ​ໄດ້ຍິນ​ເລື່ອງ​ການ​ເສິກ​ສົງຄາມ ແລະ​ການ​ປັ່ນປ່ວນ​ວຸ້ນວາຍ​ຢ່າ​ຕົກໃຈ ເພາະວ່າ​ເຫດການ​ເຫຼົ່ານີ້​ຕ້ອງ​ເກີດຂຶ້ນ​ກ່ອນ ແຕ່​ທີ່ສຸດ​ປາຍ​ນັ້ນ​ຈະ​ບໍ່​ມາ​ເຖິງ​ທັນທີ.”


ຕໍ່ມາ ພຣະເຢຊູເຈົ້າ​ໄດ້​ບອກ​ພວກ​ສາວົກ​ຂອງ​ພຣະອົງ​ວ່າ, “ຢ່າ​ໃຫ້​ໃຈ​ຂອງ​ເຈົ້າ​ທັງຫຼາຍ​ວຸ້ນວາຍ​ໄປ ຈົ່ງ​ວາງໃຈເຊື່ອ​ພຣະເຈົ້າ ແລະ​ຈົ່ງ​ວາງໃຈເຊື່ອ ໃນ​ເຮົາ​ເໝືອນກັນ.


“ເຮົາ​ມອບ​ສັນຕິສຸກ​ໄວ້​ກັບ​ພວກເຈົ້າ ເປັນ​ສັນຕິສຸກ​ຂອງເຮົາ ທີ່​ເຮົາ​ມອບ​ໃຫ້​ພວກເຈົ້າ, ສັນຕິສຸກ​ທີ່​ເຮົາ​ໃຫ້​ນັ້ນ ບໍ່​ເໝືອນ​ສັນຕິສຸກ​ທີ່​ໂລກ​ໃຫ້, ຢ່າ​ວຸ້ນວາຍ​ເປັນທຸກໃຈ ແລະ​ຢ່າສູ່ຢ້ານ.


ພຣະອົງ​ຈະ​ໂຜດ​ຊ່ວຍ​ພວກເຈົ້າ​ໃຫ້​ຕັ້ງໝັ້ນຄົງ​ຈົນເຖິງ​ທີ່ສຸດ ເພື່ອ​ວ່າ​ໃນ​ວັນ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ​ນັ້ນ ພວກເຈົ້າ​ຈະ​ບໍ່​ຖືກ​ຕຳໜິ.


ວິນຍານ​ຂອງ​ຜູ້​ປະກາດ​ພຣະທຳ​ນັ້ນ ຍ່ອມ​ຢູ່​ໃຕ້​ການ​ບັງຄັບ​ຂອງຕົນ,


ໂດຍ​ພິຈາລະນາ​ເຖິງ​ຄວາມ​ລຳບາກ​ທີ່​ມີ​ຢູ່​ດຽວ​ນີ້ ເຮົາ​ຈຶ່ງ​ເຫັນ​ວ່າ ເປັນ​ການ​ດີກວ່າ​ທີ່​ທຸກຄົນ​ຈະ​ຢູ່​ຕາມ​ຖານະ​ທີ່​ຕົນ​ເປັນ​ຢູ່.


ຢ່າ​ໃຫ້​ຜູ້ໃດ​ຫລອກລວງ​ພວກເຈົ້າ​ດ້ວຍ​ຄຳ​ເວົ້າ​ອັນ​ໄຮ້​ປະໂຫຍດ ເພາະ​ຄວາມຜິດ​ໃນ​ສິ່ງ​ເຫຼົ່ານີ້​ແຫຼະ ທີ່​ພຣະເຈົ້າ​ຊົງ​ຄຽດຮ້າຍ​ຄົນ​ທີ່​ບໍ່​ເຊື່ອຟັງ​ພຣະອົງ.


ເພື່ອ​ວ່າ​ຈະ​ບໍ່ມີ​ຜູ້ໃດ​ໃນ​ພວກເຈົ້າ​ຫັນ​ໜີ ເພາະ​ການ​ຂົ່ມເຫັງ​ເຫຼົ່ານັ້ນ ພວກເຈົ້າ​ເອງ​ກໍ​ຮູ້​ວ່າ​ການ​ຂົ່ມເຫັງ​ເຊັ່ນນີ້ ແມ່ນ​ແຜນການ​ສ່ວນ​ໜຶ່ງ​ຂອງ​ພຣະເຈົ້າ​ສຳລັບ​ພວກເຮົາ.


ໃນ​ຂໍ້​ນີ້ ເຮົາ​ບອກ​ເຈົ້າ​ທັງຫລາຍ​ຕາມ​ພຣະທຳ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ວ່າ ພວກເຮົາ​ຜູ້​ຍັງ​ມີ​ຊີວິດ​ຢູ່ ແລະ​ຄອຍຖ້າ​ການ​ສະເດັດ​ມາ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ເຮົາ​ຈະ​ລ່ວງໜ້າ​ໄປ​ກ່ອນ​ພວກ​ຄົນ​ທີ່​ຫລັບໄປ​ແລ້ວ​ນັ້ນ​ກໍ​ບໍ່ໄດ້​ແທ້.


ເພາະ​ພວກເຈົ້າ​ເອງ​ກໍ​ຮູ້ຈັກ​ດີ​ແລ້ວ​ວ່າ ວັນ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ຈະ​ສະເດັດ​ມາ ເໝືອນ​ດັ່ງ​ຂະໂມຍ​ມາ​ໃນ​ເວລາ​ກາງຄືນ.


ເຫດສະນັ້ນ ພີ່ນ້ອງ​ທັງຫລາຍ​ເອີຍ, ຈົ່ງ​ຕັ້ງໝັ້ນຄົງ​ຢູ່ ແລະ​ຢຶດຖື​ເອົາ​ຄຳສອນ​ທີ່​ສືບ​ມາ ຊຶ່ງ​ພວກເຮົາ​ໄດ້​ສອນ​ພວກເຈົ້າ​ນັ້ນ ບໍ່​ວ່າ​ຈະ​ເປັນ​ທາງ​ວາຈາ ຫລື​ທາງ​ຈົດໝາຍ​ຂອງ​ພວກເຮົາ​ກໍດີ.


ຄວາມ​ຄຳນັບ​ນີ້ ເປັນ​ລາຍມື​ຂອງເຮົາ​ເອງ ຄື​ໂປໂລ ລາຍເຊັນ​ໃນ​ຈົດໝາຍ​ທຸກ​ສະບັບ​ຂອງເຮົາ​ເຄີຍ​ຂຽນ​ດັ່ງນີ້ແຫລະ.


ສັດຮ້າຍ​ໄດ້​ຖືກ​ຈັບ​ພ້ອມ​ດ້ວຍ​ຄົນ​ທີ່​ປອມ​ຕົວ​ເປັນ​ຜູ້​ປະກາດ​ພຣະທຳ ທີ່​ໄດ້​ເຮັດ​ໝາຍສຳຄັນ​ຕໍ່ໜ້າ​ສັດຮ້າຍ​ນັ້ນ ແລະ​ໃຊ້​ໝາຍສຳຄັນ​ນັ້ນ ຫລອກລວງ​ຄົນ​ທັງຫລາຍ​ທີ່​ຮັບ​ເຄື່ອງໝາຍ​ຂອງ​ສັດຮ້າຍ​ແລະ​ບູຊາ​ຮູບ​ຂອງ​ມັນ ພວກເຂົາ​ທັງສອງ​ໄດ້​ຖືກ​ຖິ້ມ​ລົງ​ທັງ​ເປັນ ໃນ​ບຶງໄຟ​ທີ່​ໄໝ້​ຢູ່​ດ້ວຍ​ມາດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka