Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ເທສະໂລນິກ 2:14 - ພຣະຄຳພີສັກສິ

14 ພຣະເຈົ້າ​ຊົງ​ເອີ້ນ​ເອົາ​ພວກເຈົ້າ​ໃຫ້​ມາ​ເຖິງ​ຊີວິດ​ໃໝ່​ນີ້ ກໍ​ໂດຍ​ຂ່າວປະເສີດ​ທີ່​ພວກເຮົາ​ໄດ້​ປະກາດ​ແກ່​ພວກເຈົ້າ ພຣະອົງ​ໄດ້​ຊົງ​ເອີ້ນ​ເອົາ​ພວກເຈົ້າ ໃຫ້​ມີ​ສ່ວນ​ໃນ​ສະຫງ່າຣາສີ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

14 ພຣະອົງ​ໄດ້​ເອີ້ນ​ພວກເຈົ້າ​ມາ​ສູ່​ສິ່ງ​ນີ້​ຜ່ານທາງ​ຂ່າວປະເສີດ​ທີ່​ພວກເຮົາ​ປະກາດ ເພື່ອ​ພວກເຈົ້າ​ຈະ​ໄດ້​ຮ່ວມ​ໃນ​ສະຫງ່າລາສີ​ຂອງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ.

Uka jalj uñjjattʼäta Copia luraña




2 ເທສະໂລນິກ 2:14
19 Jak'a apnaqawi uñst'ayäwi  

ແລ້ວ​ພຣະອົງ​ກໍ​ຈະ​ໃຫ້​ເຫັນ​ທາງ​ທີ່​ນຳ​ໄປສູ່​ຊີວິດ ຢູ່​ຊ້ອງໜ້າ​ພຣະອົງ​ນັ້ນ​ມີ​ຄວາມ​ຊົມຊື່ນ​ຍິນດີ ທັງ​ເຮັດ​ໃຫ້​ຂ້ານ້ອຍ​ມີ​ຄວາມ​ສຸກໃຈ​ຫລາຍ ທີ່​ຢູ່​ກັບ​ພຣະອົງ​ຕະຫລອດໄປ​ເປັນນິດ.


ນາຍ​ຂອງ​ລາວ​ກ່າວ​ວ່າ, ‘ດີ​ແລ້ວ​ຄົນ​ຮັບໃຊ້​ທີ່​ດີ​ແລະ​ສັດຊື່​ເອີຍ ເຈົ້າ​ເປັນ​ຜູ້​ສັດຊື່​ໃນ​ຂອງ​ເລັກນ້ອຍ ເຮົາ​ຈະ​ໃຫ້​ເຈົ້າ​ຮັບຜິດຊອບ​ດູແລ​ສິ່ງ​ຂອງ​ຫລາຍ​ຢ່າງ, ຈົ່ງ​ມາ​ຮ່ວມ​ຊົມຊື່ນ​ຍິນດີ​ກັບ​ເຮົາ​ເຖີດ.’


ຂ້ານ້ອຍ​ມອບ​ກຽດຕິຍົດ​ຢ່າງ​ດຽວກັນ​ກັບ​ທີ່​ພຣະອົງ​ໃຫ້​ຂ້ານ້ອຍ​ນັ້ນ​ແກ່​ພວກເຂົາ ເພື່ອ​ພວກເຂົາ​ຈະ​ເປັນ​ອັນ​ໜຶ່ງ​ອັນ​ດຽວກັນ ເໝືອນ​ດັ່ງ​ພຣະອົງ​ກັບ​ຂ້ານ້ອຍ​ເປັນ​ອັນ​ໜຶ່ງ​ອັນ​ດຽວກັນ.


ໂອ ພຣະບິດາເຈົ້າ​ເອີຍ ພຣະອົງ​ໄດ້​ມອບ​ພວກເຂົາ​ໃຫ້​ແກ່​ຂ້ານ້ອຍ, ຂ້ານ້ອຍ​ຢາກ​ໃຫ້​ພວກເຂົາ​ຢູ່​ກັບ​ຂ້ານ້ອຍ ໃນ​ບ່ອນ​ທີ່​ຂ້ານ້ອຍ​ຢູ່​ນັ້ນ​ເໝືອນກັນ ເພື່ອ​ພວກເຂົາ​ຈະ​ໄດ້​ເຫັນ​ສະຫງ່າຣາສີ​ຂອງ​ຂ້ານ້ອຍ ທີ່​ພຣະອົງ​ໄດ້​ໃຫ້​ແກ່​ຂ້ານ້ອຍ​ນັ້ນ ເພາະ​ພຣະອົງ​ຮັກ​ຂ້ານ້ອຍ​ຕັ້ງແຕ່​ກ່ອນ​ສ້າງ​ໂລກ.


ຈົ່ງ​ຖວາຍ​ພຣະ​ກຽດ​ແດ່​ພຣະເຈົ້າ ຜູ້​ຊົງ​ຣິດເດດ​ທີ່​ເຮັດ​ໃຫ້​ເຈົ້າ​ທັງຫລາຍ​ຕັ້ງໝັ້ນຄົງ​ຢູ່ ຕາມ​ຂ່າວປະເສີດ​ເລື່ອງ​ພຣະເຢຊູ​ຄຣິດເຈົ້າ​ທີ່​ເຮົາ​ປະກາດ​ນັ້ນ ແລະ​ຕາມ​ການ​ເປີດເຜີຍ​ໃຫ້​ເຫັນ​ເຖິງ​ຄວາມຈິງ​ອັນ​ເລິກລັບ ຊຶ່ງ​ໄດ້​ຖືກ​ປົກບັງ​ໄວ້​ມາ​ຕັ້ງແຕ່​ບູຮານ​ນະການ​ພຸ້ນ.


ໃນ​ວັນ​ທີ່​ພຣະເຈົ້າ​ຈະ​ຊົງ​ໃຫ້​ພຣະເຢຊູ​ຄຣິດເຈົ້າ ພິພາກສາ​ຄວາມ​ເລິກລັບ​ໃນ​ໃຈ​ຂອງ​ມະນຸດ​ທັງຫລາຍ ຕາມ​ຂ່າວປະເສີດ​ທີ່​ເຮົາ​ໄດ້​ປະກາດ​ແລ້ວ​ນັ້ນ.


ແລະ​ຖ້າ​ເຮົາ​ທັງຫລາຍ​ເປັນ​ບຸດ​ແລ້ວ ເຮົາ​ກໍ​ເປັນ​ຜູ້​ຮັບ​ມໍຣະດົກ​ດ້ວຍ ຄື​ເປັນ​ຜູ້​ຮັບ​ມໍຣະດົກ​ຈາກ​ພຣະເຈົ້າ ແລະ​ເປັນ​ຜູ້​ຮ່ວມ​ຮັບ​ມໍຣະດົກ​ກັບ​ພຣະຄຣິດ ຖ້າ​ແມ່ນ​ເຮົາ​ທັງຫລາຍ​ໄດ້​ທົນທຸກ​ທໍລະມານ​ດ້ວຍກັນ​ກັບ​ພຣະອົງ​ນັ້ນ ພວກເຮົາ​ກໍ​ຈະ​ໄດ້​ຮັບ​ສະຫງ່າຣາສີ​ກັບ​ພຣະອົງ​ເໝືອນກັນ.


ແລະ​ຂໍ​ຊົງ​ໂຜດ​ໃຫ້​ຕາ​ພາຍ​ໃນ​ຂອງ​ເຈົ້າ​ທັງຫລາຍ​ສະຫວ່າງ​ຂຶ້ນ ເພື່ອ​ພວກເຈົ້າ​ຈະ​ໄດ້​ຮູ້​ວ່າ ໃນ​ການ​ທີ່​ພຣະອົງ​ຊົງ​ເອີ້ນ​ພວກເຈົ້າ​ນັ້ນ ພຣະອົງ​ໄດ້​ຊົງ​ປະທານ​ຄວາມຫວັງ​ອັນ​ໃດ​ແກ່​ພວກເຈົ້າ ແລະ​ຮູ້​ວ່າ​ມໍຣະດົກ​ຂອງ​ພຣະອົງ​ສຳລັບ​ພວກ​ໄພ່ພົນ​ຂອງ​ພຣະອົງ​ນັ້ນ ມີ​ສະຫງ່າຣາສີ​ອັນ​ອຸດົມສົມບູນ​ພຽງ​ໃດ.


ເພາະ​ພວກເຮົາ​ໄດ້​ນຳ​ເອົາ​ຂ່າວປະເສີດ​ມາ​ເຖິງ​ພວກເຈົ້າ ບໍ່ແມ່ນ​ເປັນ​ພຽງແຕ່​ຖ້ອຍຄຳ​ເທົ່ານັ້ນ ແຕ່​ດ້ວຍ​ຣິດອຳນາດ​ຂອງ​ພຣະວິນຍານ​ບໍຣິສຸດເຈົ້າ ແລະ​ດ້ວຍ​ຄວາມ​ໝັ້ນໃຈ​ອັນ​ຄົບຖ້ວນ​ວ່າ ຂ່າວປະເສີດ​ນັ້ນ​ເປັນ​ຄວາມຈິງ ພວກເຈົ້າ​ກໍ​ຮູ້​ວ່າ​ພວກເຮົາ​ໄດ້​ດຳເນີນ​ຊີວິດ​ຢ່າງ​ໃດ ເມື່ອ​ພວກເຮົາ​ຢູ່​ກັບ​ພວກເຈົ້າ ເພາະ​ເຫັນແກ່​ເຈົ້າ​ທັງຫລາຍ.


ຄື​ເຕືອນ​ສະຕິ​ໜູນໃຈ​ພວກເຈົ້າ ແລະ​ສັ່ງ​ເນັ້ນ​ພວກເຈົ້າ ເພື່ອ​ໃຫ້​ດຳເນີນ​ຊີວິດ​ຕາມ​ຢ່າງ​ສົມຄວນ​ຕໍ່​ພຣະເຈົ້າ ຜູ້​ຊົງ​ເອີ້ນ​ເອົາ​ເຈົ້າ​ທັງຫລາຍ​ໃຫ້​ເຂົ້າ​ມາ​ໃນ​ຣາຊອານາຈັກ ແລະ​ໃນ​ສະຫງ່າຣາສີ​ຂອງ​ພຣະອົງ.


ຖ້າ​ພວກເຮົາ​ອົດທົນ​ເອົາ ພວກເຮົາ​ກໍ​ຈະ​ປົກຄອງ​ຮ່ວມ​ກັບ​ພຣະອົງ. ຖ້າ​ພວກເຮົາ​ປະຕິເສດ​ພຣະອົງ ພຣະອົງ​ກໍ​ຈະ​ປະຕິເສດ​ພວກເຮົາ​ເໝືອນກັນ.


ແລະ​ເມື່ອ​ເຈົ້າ​ທັງຫລາຍ​ໄດ້​ທົນທຸກ​ຢູ່​ຊົ່ວ​ຂະນະ​ໜຶ່ງ​ແລ້ວ ພຣະເຈົ້າ​ຜູ້​ຊົງ​ພຣະຄຸນ​ທັງໝົດ ຜູ້​ໄດ້​ຊົງ​ເອີ້ນ​ພວກເຈົ້າ​ໃຫ້​ເຂົ້າ​ໃນ​ສະຫງ່າຣາສີ​ອັນ​ຕະຫລອດໄປ​ໃນ​ພຣະຄຣິດ ພຣະອົງ​ເອງ​ຈະ​ຊົງ​ໂຜດ​ແປງ​ໃຈ​ພວກເຈົ້າ ໃຫ້​ຕັ້ງ​ຂຶ້ນ​ໃໝ່​ແລະ​ຕັ້ງໝັ້ນຄົງ​ຢູ່ ໃຫ້​ມີ​ກຳລັງ​ຂຶ້ນ​ແລະ​ຊົງ​ບັນດານ​ໃຫ້​ມີ​ຮາກ​ອັນ​ແໜ້ນໜາ.


ດ້ວຍ​ເຫັນ​ແລ້ວ​ວ່າ ຣິດເດດ​ຂອງ​ພຣະເຈົ້າ​ໄດ້​ຊົງ​ປະທານ​ສິ່ງສາລະພັດ​ແກ່​ພວກເຮົາ ຊຶ່ງ​ຈຳເປັນ​ຕໍ່​ຊີວິດ ແລະ​ຕໍ່​ການ​ດຳເນີນ​ຕາມ​ທາງ​ຂອງ​ພຣະເຈົ້າ ໂດຍ​ການ​ຮູ້ຈັກ​ພຣະອົງ ຜູ້​ທີ່​ຊົງ​ເອີ້ນ​ພວກເຈົ້າ​ດ້ວຍ​ສະຫງ່າຣາສີ ແລະ​ຄວາມ​ລໍ້າເລີດ​ຂອງ​ພຣະອົງ​ເອງ.


ນະຄອນ​ນັ້ນ ບໍ່​ຕ້ອງການ​ແສງ​ສະຫວ່າງ​ຂອງ​ດວງອາທິດ ຫລື​ດວງຈັນ, ເພາະວ່າ​ພຣະ​ຣັດສະໝີ​ຂອງ​ພຣະເຈົ້າ ຊົງ​ເປັນ​ແສງ​ສະຫວ່າງ​ຂອງ​ນະຄອນ​ນັ້ນ ແລະ​ພຣະ​ເມສານ້ອຍ ຊົງ​ເປັນ​ໂຄມໄຟ​ຂອງ​ນະຄອນ​ນັ້ນ.


ຜູ້​ທີ່​ໄຊຊະນະ ເຮົາ​ຈະ​ໃຫ້​ຜູ້ນັ້ນ​ນັ່ງ​ກັບ​ເຮົາ​ເທິງ​ບັນລັງ​ຂອງເຮົາ ເໝືອນ​ກັບ​ທີ່​ເຮົາ​ມີ​ໄຊຊະນະ​ແລ້ວ ແລະ​ໄດ້​ນັ່ງ​ກັບ​ພຣະບິດາເຈົ້າ​ຂອງເຮົາ​ເທິງ​ຣາຊບັນລັງ​ຂອງ​ພຣະອົງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka