2 ເທສະໂລນິກ 2:13 - ພຣະຄຳພີສັກສິ13 ພວກພີ່ນ້ອງ ຜູ້ທີ່ເປັນທີ່ຮັກຂອງອົງພຣະຜູ້ເປັນເຈົ້າເອີຍ ພວກເຮົາຕ້ອງໂມທະນາຂອບພຣະຄຸນພຣະເຈົ້າຢູ່ທຸກເວລາ ເພາະວ່າພຣະເຈົ້າຊົງເລືອກພວກເຈົ້າໄວ້ຕັ້ງແຕ່ຕົ້ນເດີມ ເພື່ອໂຜດໃຫ້ພົ້ນໂດຍຣິດອຳນາດຂອງພຣະວິນຍານ ອົງທີ່ເຮັດໃຫ້ພວກເຈົ້າເປັນໄພ່ພົນຜູ້ບໍຣິສຸດຂອງພຣະອົງ ແລະໂດຍພວກເຈົ້າເຊື່ອໃນຄວາມຈິງ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່13 ແຕ່ພວກເຮົາຄວນຂອບພຣະຄຸນພຣະເຈົ້າສຳລັບພວກເຈົ້າຢູ່ສະເໝີ, ພີ່ນ້ອງທັງຫລາຍຜູ້ທີ່ພຣະເຈົ້າຮັກເອີຍ, ເພາະພຣະເຈົ້າເລືອກພວກເຈົ້າໃນຖານະຜົນທຳອິດຂອງພຣະອົງເພື່ອຮັບຄວາມພົ້ນ ໂດຍການຊຳລະໃຫ້ບໍລິສຸດຈາກພຣະວິນຍານ ແລະ ໂດຍການເຊື່ອໃນຄວາມຈິງ. Uka jalj uñjjattʼäta |
ແລ້ວເຮົາກໍໄດ້ຍ່າງກາຍໄປອີກ ເຮົາໄດ້ເຫັນວ່າເຖິງເວລາແລ້ວທີ່ເຈົ້າຈະມີຄວາມຮັກ. ເຮົາໄດ້ເອົາເສື້ອຄຸມຂອງເຮົາປົກຮ່າງທີ່ເປືອຍກາຍນັ້ນ ແລະສັນຍາວ່າຈະຮັກເຈົ້າ. ແມ່ນແທ້ ເຮົາໄດ້ເຮັດພັນທະສັນຍາແຕ່ງງານກັບເຈົ້າ ແລະເຈົ້າກໍເປັນຂອງເຮົາ. ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ແຫຼະ.
ເພິ່ນກ່າວວ່າ, “ພຣະເຈົ້າຮັກເຈົ້າ. ດັ່ງນັ້ນ ຢ່າໃຫ້ສິ່ງໃດເຮັດໃຫ້ເຈົ້າອຸກໃຈຫລືຢ້ານກົວເລີຍ.” ເມື່ອເພິ່ນໄດ້ກ່າວດັ່ງນີ້ແລ້ວ ຂ້າພະເຈົ້າກໍຮູ້ສຶກມີແຮງຂຶ້ນ ແລະເວົ້າວ່າ, “ນາຍເອີຍ ຈົ່ງບອກສິ່ງທີ່ທ່ານຈະຕ້ອງກ່າວນັ້ນສູ່ຂ້ານ້ອຍຟັງແດ່. ທ່ານໄດ້ເຮັດໃຫ້ຂ້ານ້ອຍມີແຮງຂຶ້ນແດ່ແລ້ວ.”
ແລະ ເພື່ອພຣະປະສົງໃນການຊົງເລືອກຜູ້ໜຶ່ງໄວ້ນັ້ນຈະຕັ້ງໝັ້ນຢູ່ ພຣະອົງຈຶ່ງຊົງກ່າວແກ່ນາງວ່າ, “ອ້າຍຈະຮັບໃຊ້ນ້ອງ” ພຣະອົງຊົງກ່າວໄວ້ດັ່ງນັ້ນ ເມື່ອລູກທັງສອງນັ້ນຍັງບໍ່ທັນເກີດມາ ທັງບໍ່ໄດ້ເຮັດການດີ ຫລືຊົ່ວ, ເພື່ອການຊົງເລືອກນັ້ນ ບໍ່ໄດ້ເປັນໄປຕາມການປະຕິບັດ, ແຕ່ເປັນໄປຕາມທີ່ພຣະອົງຊົງເອີ້ນ.