Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ເທສະໂລນິກ 2:12 - ພຣະຄຳພີສັກສິ

12 ໃນ​ທີ່ສຸດ ທຸກຄົນ​ທີ່​ບໍ່ໄດ້​ເຊື່ອ​ຄວາມຈິງ ຄື​ຜູ້​ທີ່​ເພີດເພີນ​ຢູ່​ໃນ​ການ​ຊົ່ວຮ້າຍ ກໍ​ຈະ​ຖືກ​ພິພາກສາ​ລົງໂທດ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

12 ແລະ ເພື່ອ​ວ່າ​ທຸກຄົນ​ທີ່​ບໍ່​ຍອມ​ເຊື່ອ​ຄວາມຈິງ​ແຕ່​ກັບ​ຊົມຊື່ນ​ຄວາມ​ຊົ່ວຮ້າຍ​ຈະ​ຖືກ​ຕັດສິນ​ລົງໂທດ.

Uka jalj uñjjattʼäta Copia luraña




2 ເທສະໂລນິກ 2:12
21 Jak'a apnaqawi uñst'ayäwi  

ພຣະເຈົ້າຢາເວ​ກວດກາ​ເບິ່ງ​ຄົນ​ຊອບທຳ ແລະ​ຄົນຊົ່ວ​ເໝືອນກັນ ພຣະອົງ​ກຽດຊັງ​ຄົນ​ທິ່​ເຮັດ​ການ​ໂຫດຮ້າຍ.


“ປະຊາຊົນ​ຫລອກລວງ​ກະສັດ​ແລະ​ຂ້າຣາຊການ​ຂອງ​ເພິ່ນ ໂດຍ​ອຸບາຍ​ຊົ່ວ​ຂອງ​ພວກເຂົາ.


ແຕ່​ພວກເຈົ້າ​ຊໍ້າພັດ​ກຽດຊັງ​ຄວາມດີ ແລະ​ຮັກ​ຄວາມຊົ່ວ. ພວກເຈົ້າ​ຂູດເນື້ອເຖືອໜັງ​ປະຊາຊົນ​ຂອງເຮົາ​ທັງເປັນ.


ບັນດາ​ຫົວໜ້າ​ປະໂຣຫິດ​ດີໃຈ​ຫລາຍ​ທີ່​ໄດ້ຍິນ​ເລື່ອງ​ນີ້ ແລະ​ສັນຍາ​ວ່າ​ຈະ​ເອົາ​ເງິນ​ໃຫ້​ລາວ. ດັ່ງນັ້ນ ຢູດາ​ຈຶ່ງ​ຊອກ​ຫາ​ໂອກາດ​ອັນ​ດີ ເພື່ອ​ຈະ​ມອບ​ພຣະເຢຊູເຈົ້າ​ໃຫ້​ພວກເຂົາ.


ຜູ້​ທີ່​ເຊື່ອ ແລະ​ຮັບ​ບັບຕິສະມາ​ຈະ​ໄດ້​ພົ້ນ ຜູ້​ທີ່​ບໍ່​ເຊື່ອ​ຈະ​ຖືກ​ໂທດ.


ຜູ້​ທີ່​ວາງໃຈເຊື່ອ​ໃນ​ພຣະບຸດ ກໍໄດ້​ຊີວິດ​ນິຣັນດອນ ຜູ້​ທີ່​ບໍ່​ເຊື່ອ​ໃນ​ພຣະບຸດ ກໍ​ຈະ​ບໍ່​ເຫັນ​ຊີວິດ ແຕ່​ການ​ລົງໂທດ​ຂອງ​ພຣະເຈົ້າ​ຈະ​ປົກຄຸມ​ຢູ່​ເທິງ​ຜູ້ນັ້ນ.


ເຖິງ​ແມ່ນ​ພວກເຂົາ​ຮູ້ຈັກ​ກົດບັນຍັດ​ຂອງ​ພຣະເຈົ້າ​ທີ່​ກ່າວ​ວ່າ ຄົນ​ທີ່​ກະທຳ​ຢ່າງ​ນັ້ນ ກໍ​ສົມຄວນ​ຕ້ອງ​ຕາຍ, ເຖິງ​ປານ​ນັ້ນ ພວກເຂົາ​ກໍ​ຍັງ​ເຮັດ​ຢູ່ ແລະ​ທັງ​ເຫັນພ້ອມ​ກັບ​ຄົນ​ທີ່​ເຮັດ​ຢ່າງ​ນັ້ນ​ອີກ​ດ້ວຍ.


ຈົ່ງ​ຮັກ​ດ້ວຍ​ໃຈຈິງ ຈົ່ງ​ກຽດຊັງ​ສິ່ງ​ທີ່​ຊົ່ວຮ້າຍ ຈົ່ງ​ຍຶດໝັ້ນ​ໃນ​ສິ່ງ​ທີ່​ດີ


ແຕ່​ພຣະອົງ​ຈະ​ຊົງ​ສຳແດງ​ຄວາມ​ໂກດຮ້າຍ​ອັນ​ເຜັດຮ້ອນ​ແກ່​ຄົນ​ທັງຫລາຍ​ທີ່​ຄິດ​ໃຫຍ່​ໃຝ່ສູງ ແລະ​ແກ່​ຜູ້​ທີ່​ບໍ່​ເຊື່ອ​ວາງ​ໃຈ​ໃນ​ຄວາມຈິງ ແຕ່​ຍອມ​ເຮັດ​ຕາມ​ຄວາມຊົ່ວ.


ບໍ່​ຍິນດີ​ໃນ​ການ​ອະທຳ, ແຕ່​ຍິນດີ​ໃນ​ການ​ສັດຈິງ.


ພຮະອົງ​ຈະ​ແກ້ແຄ້ນ ແລະ​ລົງໂທດ​ພວກເຂົາ; ມື້​ເຄາະກຳ​ໃກ້​ເຂົ້າ​ມາ ມື້​ທີ່​ພວກເຂົາ​ຫຼົ້ມຈົມ​ຈະ​ມາ​ຮອດ.


ເພາະວ່າ ພຣະເຈົ້າ​ບໍ່ໄດ້​ເລືອກ​ພວກເຮົາ​ໄວ້​ສຳລັບ​ຄວາມ​ໂກດຮ້າຍ​ຂອງ​ພຣະອົງ ແຕ່​ເພື່ອ​ໃຫ້​ໄດ້​ຮັບ​ຄວາມ​ພົ້ນ​ໂດຍ​ທາງ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ,


ແລະ​ໃຊ້​ກົນອຸບາຍ​ອັນ​ຊົ່ວຊ້າ​ທຸກຢ່າງ​ຫລອກລວງ​ຜູ້​ທີ່​ກຳລັງ​ຈະ​ຈິບຫາຍ​ໄປ. ຄົນ​ເຫຼົ່ານີ້​ຈະ​ຈິບຫາຍ​ໄປ​ເພາະ​ພວກເຂົາ​ບໍ່ໄດ້​ຍອມ​ຮັບ​ຄວາມຈິງ ຊຶ່ງ​ຈະ​ຊ່ວຍ​ພວກເຂົາ​ໃຫ້​ພົ້ນ.


ແລະ​ດ້ວຍ​ໃຈ​ໂລບ ພວກເຂົາ​ຈະ​ໄດ້​ກຳໄລ​ຈາກ​ພວກເຈົ້າ​ດ້ວຍ​ກ່າວ​ຄຳ​ຕົວະ ການ​ລົງໂທດ​ຄົນ​ເຫຼົ່ານັ້ນ ທີ່​ໄດ້​ຖືກ​ພິພາກສາ​ດົນນານ​ມາ​ແລ້ວ ກໍ​ບໍ່​ເສີຍຊ້າ​ຢູ່. ຄວາມ​ຈິບຫາຍ​ທີ່​ຈະ​ເກີດຂຶ້ນ​ກັບ​ພວກເຂົາ ກໍ​ບໍ່ໄດ້​ລືມ​ພວກເຂົາ.


ເພື່ອນ​ທີ່ຮັກ​ເອີຍ, ຢ່າ​ເອົາ​ການ​ຊົ່ວຮ້າຍ​ເປັນ​ແບບຢ່າງ ແຕ່​ຈົ່ງ​ເອົາ​ການ​ດີງາມ ຜູ້​ທີ່​ເຮັດ​ການ​ດີ​ກໍ​ເປັນ​ຂອງ​ພຣະເຈົ້າ ຜູ້​ທີ່​ເຮັດ​ການ​ຊົ່ວ​ກໍ​ບໍ່ໄດ້​ເຫັນ​ພຣະເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka