Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ເທສະໂລນິກ 2:11 - ພຣະຄຳພີສັກສິ

11 ດັ່ງນັ້ນ ພຣະເຈົ້າ​ຈຶ່ງ​ໃຫ້​ອິດທິພົນ​ອັນ​ຫລອກລວງ​ນັ້ນ ເຮັດ​ການ​ຢູ່​ພາຍໃນ ເພື່ອ​ໃຫ້​ພວກເຂົາ​ເຊື່ອຟັງ​ຄວາມ​ບໍ່​ຈິງ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

11 ດ້ວຍເຫດນີ້ ພຣະເຈົ້າ​ຈຶ່ງ​ໄດ້​ສົ່ງ​ການຫລອກລວງ​ມາ​ຄອບງຳ​ພວກເຂົາ​ເພື່ອ​ວ່າ​ພວກເຂົາ​ຈະ​ເຊື່ອ​ຄວາມຕົວະ

Uka jalj uñjjattʼäta Copia luraña




2 ເທສະໂລນິກ 2:11
21 Jak'a apnaqawi uñst'ayäwi  

ເມື່ອ​ນາຍ​ຂອງ​ໂຢເຊັບ​ໄດ້ຍິນ​ເລື່ອງ​ທີ່​ເມຍ​ຂອງຕົນ​ເລົ່າ​ສູ່​ຟັງ​ກໍ​ໃຈຮ້າຍ​ຫຼາຍ


ຂໍ​ໃຫ້​ເຂົາ​ຖືກ​ປ້ອຍດ່າ​ເພາະ​ມັກ​ສາບແຊ່ງ​ຄົນ ຢ່າ​ໃຫ້​ມີ​ຜູ້ໃດ​ອວຍພອນ​ເຂົາ ຍ້ອນ​ເຂົາ​ບໍ່ເຄີຍ​ອວຍພອນ​ຄົນອື່ນ.


ມັນ​ກໍ​ທຳນອງ​ດຽວ ກັບ​ກິນ​ຂີ້ເຖົ່າ​ນັ້ນແຫລະ. ຄວາມ​ຄິດ​ໂງ່​ຂອງ​ລາວ​ໄດ້​ພາ​ໃຫ້​ລາວ​ຫລົງ​ຜິດ​ໄປ​ເກີນກວ່າ​ຈະ​ຊ່ວຍ​ໄດ້. ລາວເອງ​ບໍ່​ຍອມ​ຮັບ​ເລີຍ​ວ່າ ຮູບເຄົາຣົບ​ທີ່​ຕົນ​ຖື​ຢູ່​ນັ້ນ​ບໍ່ແມ່ນ​ພຣະເຈົ້າ.


ສະນັ້ນ ເຮົາ​ຈະ​ນຳ​ໄພພິບັດ​ມາ​ສູ່​ພວກເຂົາ ຄື​ໄພພິບັດ​ທີ່​ພວກເຂົາ​ຢ້ານກົວ​ນັ້ນ ເພາະ​ບໍ່ມີ​ຜູ້ໃດ​ຂານຕອບ ເມື່ອ​ເຮົາ​ໄດ້​ເອີ້ນ​ຫາ ຫລື​ຟັງ ເມື່ອ​ເຮົາ​ໄດ້​ກ່າວ. ພວກເຂົາ​ເລືອກ​ເອົາ​ການ​ບໍ່​ເຊື່ອຟັງ​ເຮົາ ແລະ​ເລືອກ​ເຮັດ​ສິ່ງ​ທີ່​ຊົ່ວຮ້າຍ.”


ພວກເຂົາ​ກຳລັງ​ລໍ້ລວງ​ພວກເຈົ້າ ແລະ​ຈະ​ກໍ່ເຫດ​ໃຫ້​ພວກເຈົ້າ​ຖືກ​ຈັບ​ໄປ​ຈາກ​ປະເທດ​ຂອງ​ພວກເຈົ້າ. ເຮົາ​ຈະ​ຂັບໄລ່​ພວກເຈົ້າ​ອອກໄປ ແລະ​ພວກເຈົ້າ​ຈະ​ຖືກ​ທຳລາຍ.


ແລ້ວ​ຂ້າພະເຈົ້າ​ກໍ​ເວົ້າ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ອົງພຣະ​ຜູ້​ເປັນເຈົ້າ​ເອີຍ ພຣະອົງ​ຫລອກລວງ​ຊາວ​ນະຄອນ​ເຢຣູຊາເລັມ​ຢ່າງ​ໝົດສິ້ນ​ສາ​ແລ້ວ ພຣະອົງ​ໄດ້​ບອກ​ວ່າ ຈະ​ມີ​ສັນຕິສຸກ ແຕ່​ກັບ​ມີ​ດາບ​ຈີ້​ຢູ່​ທີ່​ຄໍຫອຍ​ຂອງ​ພວກ​ຂ້ານ້ອຍ.”


ຖ້າ​ຜູ້ທຳນວາຍ​ຜູ້ໜຶ່ງ​ຫລອກລວງ​ຄົນໜຶ່ງ​ຄົນໃດ ໂດຍ​ໃຫ້​ຄຳຕອບ​ຢ່າງ​ຜິດພາດ​ວ່າ ເປັນ​ເພາະ​ເຮົາ​ຄື​ພຣະເຈົ້າຢາເວ​ໄດ້​ຫລອກລວງ​ລາວ. ເຮົາ​ຈະ​ຢຽດ​ມື​ຂອງເຮົາ​ອອກ​ຕໍ່ສູ້​ລາວ ແລະ​ເຮົາ​ຈະ​ທຳລາຍ​ລາວ​ອອກ​ຈາກ​ທ່າມກາງ​ປະຊາຊົນ​ອິດສະຣາເອນ.


ນິມິດ​ຕ່າງໆ​ທີ່​ພວກເຈົ້າ​ໄດ້​ເຫັນ​ນັ້ນ​ຈອມປອມ ແລະ​ຄຳທຳນວາຍ​ທີ່​ພວກເຈົ້າ​ເວົ້າ​ກໍ​ບໍ່ຈິງ. ພວກເຈົ້າ​ຊົ່ວຊ້າ​ແລະ​ອະທຳ ແລະ​ວັນ​ຂອງ​ພວກເຈົ້າ​ກຳລັງ​ມາ ຄື​ວັນ​ແຫ່ງ​ການລົງໂທດ​ຄັ້ງ​ສຸດທ້າຍ​ຂອງ​ພວກເຈົ້າ. ດາບ​ກຳລັງ​ຈະ​ຟັນ​ຄໍ​ພວກເຈົ້າ​ຢູ່​ແລ້ວ.


ແລ້ວ​ຜູ້ທຳນວາຍ​ປອມ​ຫລາຍ​ຄົນ​ກໍ​ຈະ​ເກີດຂຶ້ນ ເພື່ອ​ຫລອກລວງ​ຫລາຍ​ຄົນ​ໃຫ້​ຫລົງ​ເສຍ​ໄປ.


ເພາະ​ຈະ​ມີ​ຫລາຍ​ຄົນ​ມາ​ອ້າງ​ນາມຊື່​ຂອງເຮົາ​ໂດຍ​ເວົ້າ​ວ່າ ‘ຂ້ອຍ​ນີ້​ແຫຼະ ເປັນ​ພຣະຄຣິດ,’ ແລະ ພວກເຂົາ​ຈະ​ຫລອກລວງ​ຫລາຍ​ຄົນ​ໃຫ້​ເສຍ​ໄປ.


ຍ້ອນ​ຄົນ​ເຫຼົ່ານີ້​ບໍ່​ຮັບ​ຮູ້​ພຣະເຈົ້າ ພຣະອົງ​ຈຶ່ງ​ປ່ອຍ​ໃຫ້​ພວກເຂົາ​ຈົມ​ຢູ່​ໃນ​ຄວາມ​ຄິດ​ຊົ່ວ ເພື່ອ​ພວກເຂົາ​ຈະ​ເຮັດ​ໃນ​ສິ່ງ​ທີ່​ບໍ່​ສົມຄວນ​ເຮັດ.


ຄຳ​ເຕືອນ​ສະຕິ​ຂອງ​ພວກເຮົາ​ຕໍ່​ພວກເຈົ້າ​ນັ້ນ ບໍ່ໄດ້​ມາ​ຈາກ​ຄວາມ​ຫລົງ​ຜິດ ຫລື​ເຈດຕະນາ​ອັນ​ຊົ່ວ​ມົວໝອງ ແລະ​ທັງ​ບໍ່ແມ່ນ​ກົນອຸບາຍ​ຫລອກລວງ​ດ້ວຍ.


ພຣະວິນຍານ​ກ່າວ​ໄວ້​ຢ່າງ​ຈະແຈ້ງ​ວ່າ ໃນ​ຍຸກ​ສຸດທ້າຍ​ຈະ​ມີ​ບາງຄົນ​ປະຖິ້ມ​ຄວາມເຊື່ອ ພວກເຂົາ​ຈະ​ເຊື່ອຟັງ​ບັນດາ​ດວງ​ວິນຍານ​ຜີຊົ່ວຮ້າຍ​ທີ່​ຫລອກລວງ​ມະນຸດ ແລະ​ຄຳສັ່ງສອນ​ຂອງ​ພວກ​ຜີມານຮ້າຍ.


ຄົນ​ເຫຼົ່ານັ້ນ ຈະ​ບໍ່​ຟັງ​ຄວາມຈິງ​ອີກ​ຕໍ່ໄປ ເຂົາ​ຈະ​ຫັນ​ໄປ​ສົນໃຈ​ນິຍາຍ​ເລື່ອງ​ຕ່າງໆ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka