2 ເທສະໂລນິກ 1:7 - ພຣະຄຳພີສັກສິ7 ແລະພຣະອົງຈະໃຫ້ພວກເຈົ້າ ຜູ້ທີ່ຖືກຄວາມຍາກລຳບາກ ໄດ້ຮັບຄວາມບັນເທົາທຸກຮ່ວມກັບພວກເຮົາດ້ວຍ. ເມື່ອອົງພຣະເຢຊູເຈົ້າຈະຊົງສະເດັດມາປາກົດຈາກສະຫວັນ ໃນແປວໄຟອັນຮ້ອນກ້າພ້ອມດ້ວຍຝູງເທວະດາຕົນມີຣິດຂອງພຣະອົງ, Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່7 ແລະ ຈະໃຫ້ການບັນເທົາທຸກແກ່ພວກເຈົ້າທີ່ໄດ້ຮັບຄວາມຍາກລຳບາກ ແລະ ໃຫ້ພວກເຮົາດ້ວຍ. ເຫດການນີ້ຈະເກີດຂຶ້ນເມື່ອພຣະເຢຊູເຈົ້າອົງພຣະຜູ້ເປັນເຈົ້າປາກົດຈາກສະຫວັນໃນແປວໄຟອັນຮ້ອນກ້າພ້ອມກັບບັນດາເທວະດາຜູ້ມີລິດອຳນາດຂອງພຣະອົງ. Uka jalj uñjjattʼäta |
ໃນຂະນະທີ່ຂ້າພະເຈົ້າກຳລັງເບິ່ງຢູ່ນັ້ນ ກໍມີບັນລັງຫລາຍອັນໄດ້ຖືກນຳມາຕັ້ງໄວ້. ເພິ່ນຜູ້ມີຊີວິດຢູ່ຕະຫລອດໄປ ໄດ້ນັ່ງຢູ່ເທິງບັນລັງອັນໜຶ່ງໃນຈຳນວນບັນລັງເຫຼົ່ານີ້. ເຄື່ອງນຸ່ງຂອງເພິ່ນຂາວເໝືອນຫິມະ ຜົມຂອງເພິ່ນເໝືອນຂົນແກະບໍຣິສຸດຜຸດຜ່ອງ. ບັນລັງຂອງເພິ່ນທີ່ຢູ່ເທິງລໍ້ກໍເປັນໄຟລຸກໄໝ້ຢູ່
ແລະຂ້າພະເຈົ້າໄດ້ຍິນພຣະສຸລະສຽງຈາກສະຫວັນ ຊົງສັ່ງວ່າ, “ຈົ່ງຂຽນໄວ້ວ່າ ‘ຄົນທັງຫລາຍທີ່ຕາຍໃນອົງພຣະຜູ້ເປັນເຈົ້າ ຕັ້ງແຕ່ນີ້ໄປກໍເປັນສຸກ.”’ ແລະພຣະວິນຍານຊົງຢືນຢັນວ່າ, “ຈິງຢູ່ແລ້ວ ເພື່ອພວກເຂົາຈະໄດ້ພັກຜ່ອນຈາກການເມື່ອຍຍາກຂອງຕົນ ເພາະການງານທີ່ພວກເຂົາໄດ້ເຮັດນັ້ນ ກໍຕິດຕາມພວກເຂົາໄປ.”