Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 9:8 - ພຣະຄຳພີສັກສິ

8 ເມຟີໂບເຊັດ​ກົ້ມ​ຂາບລົງ​ອີກເທື່ອໜຶ່ງ ແລະ​ເວົ້າ​ວ່າ, “ທ່ານເອີຍ ຂ້ານ້ອຍ​ບໍ່ມີ​ຄຸນຄ່າ​ເທົ່າກັບ​ໝາ​ຕາຍ​ໂຕໜຶ່ງ​ຊໍ້າ ເຫດໃດ ທ່ານ​ຈຶ່ງ​ເຮັດ​ດີ​ຕໍ່​ຂ້ານ້ອຍ​ຢ່າງນີ້?”

Uka jalj uñjjattʼäta Copia luraña




2 ຊາມູເອນ 9:8
7 Jak'a apnaqawi uñst'ayäwi  

ອາບີໄຊ​ລູກຊາຍ​ຂອງ​ນາງ​ເຊຣູອີຢາ​ເວົ້າ​ກັບ​ກະສັດ​ວ່າ, “ຂ້າແດ່​ພະຣາຊາ ເປັນຫຍັງ​ທ່ານ​ຈຶ່ງ​ປ່ອຍ​ໃຫ້​ໝາ​ໂຕ​ນີ້​ດ່າ​ທ່ານ​ຢູ່​ຢ່າງ​ນີ້? ໃຫ້​ຂ້ານ້ອຍ​ອອກ​ໄປ​ຕັດ​ຫົວ​ມັນ​ຖິ້ມ​ສາ.”


ກະສັດ​ດາວິດ​ຕອບ​ລາວ​ວ່າ, “ເຮົາ​ຕົກ​ຢູ່​ໃນ​ສະພາບ​ຈົນຕາແຈ​ແທ້ໆ, ແຕ່​ເຮົາ​ບໍ່​ຕ້ອງການ​ໃຫ້​ມະນຸດ​ລົງໂທດ​ເຮົາ. ໃຫ້​ພຣະເຈົ້າຢາເວ​ລົງໂທດ​ເຮົາ​ສາ ເພາະ​ພຣະອົງ​ມີ​ໃຈ​ເມດຕາ.”


ເລື່ອງ​ນີ້​ພາ​ໃຫ້​ອັບເນ​ໂກດຮ້າຍ​ທີ່ສຸດ ລາວ​ຈຶ່ງ​ຮ້ອງ​ອອກ​ມາ​ວ່າ, “ເຈົ້າ​ຄິດ​ວ່າ​ຂ້ອຍ​ທໍລະຍົດ​ຕໍ່​ກະສັດ​ໂຊນ​ຊັ້ນບໍ? ເຈົ້າ​ຄິດ​ວ່າ​ຂ້ອຍ​ກຳລັງ​ຮັບໃຊ້​ຢູດາ​ຊັ້ນບໍ? ແຕ່​ໃດໆ​ມາ ຂ້ອຍ​ໄດ້​ສະແດງ​ຄວາມ​ຈົງຮັກ​ພັກດີ​ຕໍ່​ພໍ່​ຂອງ​ເຈົ້າ, ຕໍ່​ອ້າຍ​ນ້ອງ​ຂອງ​ເພິ່ນ ແລະ​ຕໍ່​ໝູ່ເພື່ອນ​ຂອງ​ເພິ່ນ ແລະ​ຂ້ອຍ​ໄດ້​ປົກປ້ອງ​ຄຸ້ມຄອງ​ເຈົ້າ​ໄວ້ ບໍ່​ໃຫ້​ຕົກ​ຢູ່​ໃນ​ກຳມື​ຂອງ​ກະສັດ​ດາວິດ, ແຕ່​ເຖິງ​ປານນັ້ນ ໃນວັນນີ້​ເຈົ້າ​ຍັງ​ຊອກ​ຫາ​ຄວາມຜິດ​ໃສ່​ຂ້ອຍ​ກ່ຽວກັບ​ເລື່ອງ​ຜູ້ຍິງ​ຊັ້ນບໍ?


ຮາຊາເອນ​ຕອບ​ວ່າ, “ດ້ວຍເຫດໃດ​ຂ້ານ້ອຍ​ຈຶ່ງ​ຈະ​ມີ​ອຳນາດ​ເຖິງພຽງນັ້ນ ຂ້ານ້ອຍ​ບໍ່ມີ​ຄວາມ​ສຳຄັນ​ຫຍັງ.” ເອລີຊາ​ຕອບ​ຄືນ​ວ່າ, “ພຣະເຈົ້າຢາເວ​ໄດ້​ໃຫ້​ຂ້າພະເຈົ້າ​ຮູ້​ວ່າ ທ່ານ​ຈະ​ເປັນ​ກະສັດ​ແຫ່ງ​ຊີເຣຍ.”


ຂໍ​ຢ່າ​ໃຫ້​ຂ້ານ້ອຍ​ຖືກ​ຂ້າ​ໃນ​ດິນແດນ​ຂອງ​ປະເທດ​ອື່ນ ທີ່​ຫ່າງໄກ​ຈາກ​ພຣະພັກ​ຂອງ​ພຣະເຈົ້າຢາເວ​ເລີຍ. ເຫດໃດໜໍ ກະສັດ​ແຫ່ງ​ຊາດ​ອິດສະຣາເອນ​ຈຶ່ງ​ຕາມ​ສັງຫານ​ຂ້ານ້ອຍ ຜູ້​ຕໍ່າຕ້ອຍ​ດັ່ງ​ໂຕ​ໝັດ? ເຫດໃດໜໍ ທ່ານ​ຈຶ່ງ​ຕາມລ່າ​ຂ້ານ້ອຍ​ດັ່ງ​ນົກ​ປ່າ?”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka