2 ຊາມູເອນ 9:6 - ພຣະຄຳພີສັກສິ6 ເມື່ອເມຟີໂບເຊັດ ລູກຊາຍຂອງໂຢນາທານຫລານຊາຍຂອງໂຊນເຂົ້າມາ ລາວກໍກົ້ມຂາບລົງສະແດງຄວາມເຄົາຣົບກະສັດດາວິດ. ດາວິດກ່າວວ່າ, “ເມຟີໂບເຊັດເອີຍ.” ແລະລາວຈຶ່ງຕອບວ່າ, “ຂ້ານ້ອຍຂ້າຮັບໃຊ້ຂອງທ່ານ.” Uka jalj uñjjattʼäta |
ກະສັດໂຊນຍັງມີເຊື້ອສາຍຢູ່ອີກຄົນໜຶ່ງຊື່ວ່າ ເມຟີໂບເຊັດ; ລາວເປັນລູກຊາຍຂອງໂຢນາທານ. ຕອນທີ່ກະສັດໂຊນກັບໂຢນາທານຖືກຂ້ານັ້ນ ເມຟີໂບເຊັດມີອາຍຸພຽງແຕ່ຫ້າປີ. ເມື່ອຂ່າວການຕາຍຂອງທັງສອງເລົ່າລືມາຈາກຢິດຊະເຣນ ເອື້ອຍລ້ຽງຂອງເມຟີໂບເຊັດກໍຫອບອູ້ມລາວໜີ, ແຕ່ນາງຟ້າວເກີນໄປຈຶ່ງເຮັດໃຫ້ເມຟີໂບເຊັດຫລຸດຈາກມື ລາວຈຶ່ງກາຍເປັນຄົນຂາພິການ.