2 ຊາມູເອນ 9:3 - ພຣະຄຳພີສັກສິ3 ກະສັດຖາມລາວອີກວ່າ, “ມີຜູ້ໃດແດ່ໃນຄອບຄົວຂອງໂຊນທີ່ຍັງມີຊີວິດຢູ່ ເພື່ອວ່າເຮົາຈະໄດ້ສະແດງຄວາມຈົງຮັກພັກດີ ແລະໃຫ້ຄວາມເມດຕາເພື່ອຊ່ວຍເຫລືອ ຕາມທີ່ເຮົາໄດ້ສັນຍາໄວ້ກັບພຣະເຈົ້າ.” ຊີບາຕອບວ່າ, “ຍັງມີຢູ່ຜູ້ໜຶ່ງ. ລາວແມ່ນລູກຊາຍຂອງໂຢນາທານ ແຕ່ລາວຂາພິການ.” Uka jalj uñjjattʼäta |
ກະສັດໂຊນຍັງມີເຊື້ອສາຍຢູ່ອີກຄົນໜຶ່ງຊື່ວ່າ ເມຟີໂບເຊັດ; ລາວເປັນລູກຊາຍຂອງໂຢນາທານ. ຕອນທີ່ກະສັດໂຊນກັບໂຢນາທານຖືກຂ້ານັ້ນ ເມຟີໂບເຊັດມີອາຍຸພຽງແຕ່ຫ້າປີ. ເມື່ອຂ່າວການຕາຍຂອງທັງສອງເລົ່າລືມາຈາກຢິດຊະເຣນ ເອື້ອຍລ້ຽງຂອງເມຟີໂບເຊັດກໍຫອບອູ້ມລາວໜີ, ແຕ່ນາງຟ້າວເກີນໄປຈຶ່ງເຮັດໃຫ້ເມຟີໂບເຊັດຫລຸດຈາກມື ລາວຈຶ່ງກາຍເປັນຄົນຂາພິການ.