Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 9:2 - ພຣະຄຳພີສັກສິ

2 ແລ້ວ​ມີ​ຊາຍ​ຜູ້ໜຶ່ງ​ຊື່​ວ່າ​ຊີບາ ຄົນ​ຮັບໃຊ້​ປະຈຳ​ຄອບຄົວ​ຂອງ​ໂຊນ ໄດ້​ຮັບ​ຄຳສັ່ງ​ໃຫ້​ເຂົ້າ​ມາ​ພົບ​ກະສັດ​ດາວິດ. ກະສັດ​ຈຶ່ງ​ໄດ້ຖາມ​ລາວ​ວ່າ, “ເຈົ້າ​ຊື່​ຊີບາ​ແມ່ນ​ບໍ?” ລາວ​ຕອບ​ວ່າ, “ແມ່ນ​ແລ້ວ ທ່ານເອີຍ.”

Uka jalj uñjjattʼäta Copia luraña




2 ຊາມູເອນ 9:2
7 Jak'a apnaqawi uñst'ayäwi  

ເພິ່ນ​ເວົ້າ​ກັບ​ຄົນ​ຮັບໃຊ້​ຜູ້​ອາວຸໂສ ທີ່​ຮັບຜິດຊອບ​ຊັບສົມບັດ​ທັງໝົດ​ຂອງຕົນ​ວ່າ, “ຈົ່ງ​ວາງ​ມື​ໃສ່​ວ່າງ​ຂາ​ຂອງຂ້ອຍ ແລະ​ສາບານ​ສາ.


ໂປຕີຟາ​ໄດ້​ມອບ​ຊັບ​ສິ່ງຂອງ​ທຸກຢ່າງ​ໃຫ້​ໂຢເຊັບ​ເປັນ​ຜູ້​ເບິ່ງແຍງ​ຮັກສາ​ແທນ ແລະ​ບໍ່​ກັງວົນ​ສົນໃຈ​ນຳ​ສິ່ງໃດ​ເລີຍ ນອກຈາກ​ອາຫານ​ທີ່​ຕົນ​ກິນ​ເທົ່ານັ້ນ. ໂຢເຊັບ​ເປັນ​ຊາຍໜຸ່ມ​ທີ່​ມີ​ຮູບຮ່າງ​ໄດ້​ຊັດສ່ວນ​ດີ ແລະ​ໜ້າຕາ​ງາມ.


ມີ​ພັນ​ຄົນ​ຈາກ​ຕະກຸນ​ເບັນຢາມິນ​ໄປ​ກັບ​ລາວ. ຊີບາ ຄົນ​ຮັບໃຊ້​ປະຈຳ​ຄອບຄົວ​ຂອງ​ກະສັດ​ໂຊນ​ພ້ອມ​ກັບ​ລູກຊາຍ​ສິບຫ້າ​ຄົນ ແລະ​ຄົນ​ຮັບໃຊ້​ອີກ​ຊາວ​ຄົນ ກໍໄດ້​ມາ​ຄື​ກັນ. ພວກ​ເຫຼົ່ານີ້​ມາ​ຮອດ​ແມ່ນໍ້າ​ຈໍແດນ​ກ່ອນ​ກະສັດ​ດາວິດ.


ພວກເຂົາ​ໄດ້​ຂ້າມ​ແມ່ນໍ້າ​ໄປ​ຝັ່ງ​ນັ້ນ​ກ່ອນ ເພື່ອ​ລໍຖ້າ​ຕ້ອນຮັບ​ຊ່ວຍ​ຄອບຄົວ​ທັງໝົດ​ຂອງ​ກະສັດ​ຂ້າມ​ແມ່ນໍ້າ ແລະ​ເຮັດ​ທຸກສິ່ງ​ຕາມ​ຄວາມປະສົງ​ຂອງ​ກະສັດ. ເມື່ອ​ກະສັດ​ກຳລັງ​ຕຽມ​ຈະ​ຂ້າມ​ແມ່ນໍ້າ​ໄປ​ນັ້ນ ຊີເມອີ​ລູກຊາຍ​ຂອງ​ເກຣາ​ກໍ​ມາ​ຂາບລົງ​ຕໍ່ໜ້າ​ເພິ່ນ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka