2 ຊາມູເອນ 9:13 - ພຣະຄຳພີສັກສິ13 ສະນັ້ນ ເມຟີໂບເຊັດຜູ້ທີ່ຂາພິການທັງສອງເບື້ອງຈຶ່ງຢູ່ໃນນະຄອນເຢຣູຊາເລັມ ແລະຮ່ວມໂຕະຮັບປະທານອາຫານກັບກະສັດສະເໝີ. Uka jalj uñjjattʼäta |
ກະສັດໂຊນຍັງມີເຊື້ອສາຍຢູ່ອີກຄົນໜຶ່ງຊື່ວ່າ ເມຟີໂບເຊັດ; ລາວເປັນລູກຊາຍຂອງໂຢນາທານ. ຕອນທີ່ກະສັດໂຊນກັບໂຢນາທານຖືກຂ້ານັ້ນ ເມຟີໂບເຊັດມີອາຍຸພຽງແຕ່ຫ້າປີ. ເມື່ອຂ່າວການຕາຍຂອງທັງສອງເລົ່າລືມາຈາກຢິດຊະເຣນ ເອື້ອຍລ້ຽງຂອງເມຟີໂບເຊັດກໍຫອບອູ້ມລາວໜີ, ແຕ່ນາງຟ້າວເກີນໄປຈຶ່ງເຮັດໃຫ້ເມຟີໂບເຊັດຫລຸດຈາກມື ລາວຈຶ່ງກາຍເປັນຄົນຂາພິການ.