12 ເມຟີໂບເຊັດມີລູກຊາຍຫລ້າຢູ່ຄົນໜຶ່ງຊື່ວ່າ ມີກາ. ທຸກຄົນໃນຄອບຄົວຂອງຊີບາໄດ້ເປັນຄົນຮັບໃຊ້ຂອງເມຟີໂບເຊັດທັງໝົດ.
ຊີບາຕອບກະສັດວ່າ, “ຂ້ານ້ອຍຈະເຮັດທຸກຢ່າງຕາມທີ່ທ່ານສັ່ງ.” ດັ່ງນັ້ນ ເມຟີໂບເຊັດຈຶ່ງໄດ້ມາຮ່ວມໂຕະຮັບປະທານອາຫານກັບກະສັດ ເໝືອນກັບວ່າລາວເປັນລູກຊາຍຄົນໜຶ່ງຂອງກະສັດ.
ສະນັ້ນ ເມຟີໂບເຊັດຜູ້ທີ່ຂາພິການທັງສອງເບື້ອງຈຶ່ງຢູ່ໃນນະຄອນເຢຣູຊາເລັມ ແລະຮ່ວມໂຕະຮັບປະທານອາຫານກັບກະສັດສະເໝີ.
ຊາຮາຣາອິມໄດ້ຢ່າຮ້າງກັບນາງຮູຊິມ ແລະບາອາຣາ ເມຍທັງສອງຂອງຕົນ. ຕໍ່ມາ ເມື່ອລາວໄດ້ອາໄສຢູ່ໃນດິນແດນໂມອາບ ລາວໄດ້ແຕ່ງງານກັບນາງໂຮເດັດ ແລະມີລູກຊາຍເຈັດຄົນ ດັ່ງນີ້: ໂຢບັບ, ຊີບີອາ, ເມຊາ, ມັນກຳ,
ມີກາ, ເຣໂຮບ, ຮາຊາບີຢາ,
ມັດຕານີຢາລູກຊາຍຂອງມີກາ ແລະຫລານຊາຍຂອງຊັບດີ ແມ່ນເຊື້ອສາຍຄົນໜຶ່ງຂອງອາສັບ. ລາວເປັນຜູ້ນຳກຸ່ມຮ້ອງເພງໃນພຣະວິຫານ ໂດຍຮ້ອງເພງພາວັນນາອະທິຖານໂມທະນາຂອບພຣະຄຸນ. ບັກບຸກີຢາເປັນຜູ້ຊ່ວຍຂອງມັດຕານີຢາ. ອັບດາລູກຊາຍຂອງຊາມມູອາ ແລະຫລານຊາຍຂອງກາລານ ແມ່ນເຊື້ອສາຍຂອງເຢດູທູນ.