Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 9:11 - ພຣະຄຳພີສັກສິ

11 ຊີບາ​ຕອບ​ກະສັດ​ວ່າ, “ຂ້ານ້ອຍ​ຈະ​ເຮັດ​ທຸກຢ່າງ​ຕາມ​ທີ່​ທ່ານ​ສັ່ງ.” ດັ່ງນັ້ນ ເມຟີໂບເຊັດ​ຈຶ່ງ​ໄດ້​ມາ​ຮ່ວມ​ໂຕະ​ຮັບປະທານ​ອາຫານ​ກັບ​ກະສັດ ເໝືອນ​ກັບ​ວ່າ​ລາວ​ເປັນ​ລູກຊາຍ​ຄົນ​ໜຶ່ງ​ຂອງ​ກະສັດ.

Uka jalj uñjjattʼäta Copia luraña




2 ຊາມູເອນ 9:11
8 Jak'a apnaqawi uñst'ayäwi  

ພວກເຂົາ​ຕອບ​ວ່າ, “ແມ່ນແລ້ວ ກະສັດ​ເຈົ້າຂ້າ ພວກ​ຂ້ານ້ອຍ​ພ້ອມ​ທີ່​ຈະ​ເຮັດ​ທຸກສິ່ງ​ຕາມ​ທີ່​ທ່ານ​ສັ່ງ.”


ມີ​ພັນ​ຄົນ​ຈາກ​ຕະກຸນ​ເບັນຢາມິນ​ໄປ​ກັບ​ລາວ. ຊີບາ ຄົນ​ຮັບໃຊ້​ປະຈຳ​ຄອບຄົວ​ຂອງ​ກະສັດ​ໂຊນ​ພ້ອມ​ກັບ​ລູກຊາຍ​ສິບຫ້າ​ຄົນ ແລະ​ຄົນ​ຮັບໃຊ້​ອີກ​ຊາວ​ຄົນ ກໍໄດ້​ມາ​ຄື​ກັນ. ພວກ​ເຫຼົ່ານີ້​ມາ​ຮອດ​ແມ່ນໍ້າ​ຈໍແດນ​ກ່ອນ​ກະສັດ​ດາວິດ.


ຕໍ່ມາ ເມຟີໂບເຊັດ​ຫລານຊາຍ​ຂອງ​ກະສັດ​ໂຊນ ກໍ​ລົງ​ມາ​ຈາກ​ນະຄອນ​ເຢຣູຊາເລັມ​ເພື່ອ​ຕ້ອນຮັບ​ກະສັດ. ນັບ​ຕັ້ງແຕ່​ກະສັດ​ໜີ​ອອກ​ຈາກ​ນະຄອນ​ເຢຣູຊາເລັມ​ໄປ ເມຟີໂບເຊັດ​ບໍ່ໄດ້​ລ້າງ​ຕີນ, ບໍ່ໄດ້​ແຖ​ໜວດ, ບໍ່ໄດ້​ຊັກເຄື່ອງ, ຈົນເຖິງ​ມື້​ທີ່​ກະສັດ​ກັບຄືນ​ມາ​ຢ່າງ​ມີໄຊ.


ລາວ​ຕອບ​ວ່າ, “ຂ້າແດ່​ພະຣາຊາ ດັ່ງ​ທີ່​ທ່ານ​ຮູ້​ແລ້ວ​ວ່າ ຂ້ານ້ອຍ​ເປັນ​ຄົນ​ຂາ​ພິການ; ຂ້ານ້ອຍ​ໄດ້​ບອກ​ຄົນ​ຮັບໃຊ້​ໃຫ້​ໃສ່​ອານ​ລໍ ເພື່ອ​ຂ້ານ້ອຍ​ຈະ​ຂີ່​ໄປ​ກັບ​ທ່ານ, ແຕ່​ລາວ​ທໍລະຍົດ​ຕໍ່​ຂ້ານ້ອຍ.


ສ່ວນ​ເຈົ້າ ພວກ​ລູກຊາຍ​ຂອງ​ເຈົ້າ​ຕະຫລອດ​ທັງ​ຄົນ​ຮັບໃຊ້​ຂອງ​ເຈົ້າ​ດ້ວຍ ຈົ່ງ​ພາກັນ​ເຮັດໄຮ່​ໄຖນາ​ໃສ່​ທີ່ດິນ​ນີ້​ໃຫ້​ຄອບຄົວ​ກະສັດ​ໂຊນ​ນາຍ​ຂອງ​ເຈົ້າ ແລະ​ນຳ​ເອົາ​ຜົນລະປູກ​ມາ​ໃຫ້ ເພື່ອ​ພວກເຂົາ​ຈະ​ມີ​ອາຫານ​ການ​ກິນ. ສ່ວນ​ເມຟີໂບເຊັດ​ນັ້ນ ລາວ​ຈະ​ເປັນ​ແຂກ​ປະຈຳ​ທີ່​ໂຕະ​ອາຫານ​ຂອງເຮົາ​ສະເໝີ.” (ຊີບາ​ມີ​ລູກຊາຍ​ສິບຫ້າ​ຄົນ ແລະ​ມີ​ຄົນ​ຮັບໃຊ້​ຊາວ​ຄົນ.)


ເມຟີໂບເຊັດ​ມີ​ລູກຊາຍ​ຫລ້າ​ຢູ່​ຄົນ​ໜຶ່ງ​ຊື່​ວ່າ ມີກາ. ທຸກຄົນ​ໃນ​ຄອບຄົວ​ຂອງ​ຊີບາ​ໄດ້​ເປັນ​ຄົນ​ຮັບໃຊ້​ຂອງ​ເມຟີໂບເຊັດ​ທັງໝົດ.


ສະນັ້ນ ເມຟີໂບເຊັດ​ຜູ້​ທີ່​ຂາ​ພິການ​ທັງສອງ​ເບື້ອງ​ຈຶ່ງ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ແລະ​ຮ່ວມ​ໂຕະ​ຮັບປະທານ​ອາຫານ​ກັບ​ກະສັດ​ສະເໝີ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka