1 ມີມື້ໜຶ່ງ ກະສັດດາວິດໄດ້ຖາມວ່າ, “ມີຜູ້ໃດແດ່ໃນຄອບຄົວຂອງໂຊນ ທີ່ຍັງມີຊີວິດຢູ່? ຖ້າມີ ເຮົາຈະໃຫ້ຄວາມເມດຕາຊ່ວຍເຫລືອລາວເພື່ອເຫັນແກ່ໂຢນາທານ.”
ຂ້ອຍຮ້ອງໄຫ້ຫາເຈົ້າອ້າຍໂຢນາທານເອີຍ ເຈົ້າເປັນທີ່ຮັກແພງຂອງຂ້ອຍຫລາຍແທ້ໆ ຄວາມຮັກທີ່ເຈົ້າມີແກ່ຂ້ອຍຊ່າງປະເສີດຫລາຍ ເໜືອກວ່າຄວາມຮັກໃດໆທີ່ມີຕໍ່ຜູ້ຍິງເສຍອີກ.
ແຕ່ກະສັດໄດ້ໄວ້ຊີວິດເມຟີໂບເຊັດ ລູກຊາຍຂອງໂຢນາທານແລະຫລານຊາຍຂອງໂຊນ ກໍຍ້ອນຄຳສາບານແຫ່ງພຣະເຈົ້າຢາເວລະຫວ່າງດາວິດກັບໂຢນາທານລູກຊາຍຂອງໂຊນ.
ກະສັດດາວິດກ່າວຕໍ່ໄປວ່າ, “ບໍ່ຕ້ອງຢ້ານດອກ ເພື່ອເຫັນແກ່ໂຢນາທານພໍ່ຂອງເຈົ້າ ເຮົາຈະເມດຕາເຈົ້າ. ເຮົາຈະເອົາທີ່ດິນທັງໝົດທີ່ເປັນຂອງກະສັດໂຊນ ປູ່ຂອງເຈົ້ານັ້ນມອບໃຫ້ເຈົ້າ ແລະເຮົາຍິນດີໃຫ້ເຈົ້າມາຮ່ວມໂຕະຮັບປະທານອາຫານກັບເຮົາສະເໝີ.”
ແຕ່ເຈົ້າຈົ່ງເຮັດດີຕໍ່ພວກລູກຊາຍຂອງບາກຊິນໄລຊາວກີເລອາດ ແລະເບິ່ງແຍງຮັກສາພວກເຂົາເພາະພວກເຂົາໄດ້ເຮັດດີຕໍ່ພໍ່ ເມື່ອພໍ່ໄດ້ປົບໜີຈາກອັບຊາໂລມອ້າຍຂອງເຈົ້າ.
ຢ່າລືມໄລໝູ່ຄູ່ຫລືໝູ່ຄູ່ຂອງພໍ່ເຈົ້າ. ເມື່ອຍາມເດືອດຮ້ອນຢ່າຫາອ້າຍເອື້ອຍນ້ອງຂອງເຈົ້າໃຫ້ຊ່ວຍເຫລືອ ເພື່ອນບ້ານທີ່ໃກ້ຄຽງຊ່ວຍເຫລືອເຈົ້າໄດ້ດີກວ່າອ້າຍເອື້ອຍນ້ອງຜູ້ທີ່ຢູ່ຫ່າງໄກ.
ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ຖ້າຜູ້ໃດຈະເອົານໍ້າເຢັນພຽງຈອກດຽວ ໃຫ້ຜູ້ຕໍ່າຕ້ອຍທີ່ສຸດໃນຈຳພວກນີ້ດື່ມ ເພາະເປັນສິດຂອງເຮົາ ຜູ້ນັ້ນກໍຈະໄດ້ຮັບບຳເໜັດຢ່າງແນ່ນອນ.”
ຈອມກະສັດຈະຕອບວ່າ, ‘ເຮົາບອກພວກເຈົ້າຕາມຄວາມຈິງວ່າ ເມື່ອພວກເຈົ້າໄດ້ເຮັດສິ່ງເຫຼົ່ານີ້ ແກ່ຜູ້ທີ່ຕໍ່າຕ້ອຍທີ່ສຸດຄົນໜຶ່ງໃນພວກພີ່ນ້ອງເຫຼົ່ານີ້ຂອງເຮົາ, ພວກເຈົ້າກໍໄດ້ເຮັດແກ່ເຮົາເໝືອນກັນ.’
ເຮົາບອກເຈົ້າຕາມຄວາມຈິງວ່າ ຜູ້ໃດທີ່ເອົານໍ້າຈອກໜຶ່ງໃຫ້ພວກເຈົ້າດື່ມ ເພາະເປັນຝ່າຍເຮົາ ຜູ້ນັ້ນກໍຈະບໍ່ຂາດບຳເໜັດຂອງຕົນ.”
ໃນທີ່ສຸດນີ້ ຂໍໃຫ້ພວກເຈົ້າທຸກຄົນຈົ່ງເປັນນໍ້າໜຶ່ງໃຈດຽວກັນ, ຈົ່ງເຫັນອົກເຫັນໃຈກັນ, ຈົ່ງຮັກກັນເໝືອນພີ່ນ້ອງຮ່ວມທ້ອງ, ຈົ່ງມີຈິດໃຈເມດຕາ ແລະອ່ອນນ້ອມຖ່ອມຕົວລົງ.
ໂຢນາທານເວົ້າກັບດາວິດວ່າ, “ຈົ່ງໄປດ້ວຍຄວາມສະຫງົບສຸກ ຕາມທີ່ເຮົາທັງສອງໄດ້ສາບານໃນນາມຂອງພຣະເຈົ້າຢາເວວ່າ, ພຣະເຈົ້າຢາເວຈະໂຜດໃຫ້ເຈົ້າກັບຂ້ອຍ ແລະເຊື້ອສາຍຂອງເຈົ້າກັບເຊື້ອສາຍຂອງຂ້ອຍເປັນມິດຕໍ່ກັນຕະຫລອດໄປຢ່າງແນ່ນອນ.” ແລ້ວດາວິດກໍຈາກໄປ ແລະໂຢນາທານໄດ້ກັບເມືອໃນເມືອງ.