Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 8:5 - ພຣະຄຳພີສັກສິ

5 ເມື່ອ​ຊາວ​ຊີເຣຍ​ແຫ່ງ​ນະຄອນ​ດາມັສກັດ​ໄດ້​ສົ່ງ​ກອງທັບ​ໄປ​ຊ່ວຍ​ເຈົ້າ​ຮາດາເດເຊ​ແຫ່ງ​ໂຊບາ ກະສັດ​ດາວິດ​ກໍ​ບຸກໂຈມຕີ​ຄືນ ແລະ​ໄດ້​ຂ້າ​ພວກເຂົາ​ຊາວສອງພັນ​ຄົນ.

Uka jalj uñjjattʼäta Copia luraña




2 ຊາມູເອນ 8:5
9 Jak'a apnaqawi uñst'ayäwi  

ຊາວ​ອຳໂມນ​ຮູ້ຕົວ​ວ່າ​ພວກຕົນ​ໄດ້​ສ້າງ​ສັດຕູ​ກັບ​ກະສັດ​ດາວິດ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ໄປ​ຈ້າງ​ເອົາ​ທະຫານ​ຊີເຣຍ ຊາວພັນ​ຄົນ ຈາກ​ເມືອງ​ເບັດເຣໂຮບ ແລະ​ເມືອງ​ໂຊບາ ສິບສອງພັນ​ຄົນ ຈາກ​ເມືອງ​ໂຕບ ແລະ​ກະສັດ​ແຫ່ງ​ມາອາກາ​ພ້ອມ​ກັບ​ທະຫານ​ໜຶ່ງພັນ​ຄົນ.


ຕໍ່ມາ ເພິ່ນ​ໄດ້​ເອົາ​ຊະນະ​ເຈົ້າ​ຮາດາເດເຊ​ລູກຊາຍ​ຂອງ​ເຣໂຮບ ກະສັດ​ແຫ່ງ​ຊີເຣຍ​ທີ່​ເມືອງ​ໂຊບາ ໃນ​ຂະນະທີ່​ເພິ່ນ​ໄປ​ຕີ​ເອົາ​ເຂດແດນ​ທາງ​ພາກເໜືອ​ຂອງ​ແມ່ນໍ້າ​ເອີຟຣັດ​ຄືນ.


ພຣະເຈົ້າ​ບໍ່​ຢຸດຢັ້ງ​ໃນ​ຄວາມ​ໂກດຮ້າຍ​ຂອງ​ພຣະອົງ ຜູ້​ທີ່​ຍິນດີ​ໃນ​ຄວາມ​ຈອງຫອງ​ຈະ​ຖືກ​ປາບລົງ


ຊາວ​ເອຢິບ​ບໍ່ແມ່ນ​ພຣະເຈົ້າ ພວກເຂົາ​ເປັນ​ພຽງແຕ່​ມະນຸດ​ເທົ່ານັ້ນ. ມ້າ​ຂອງ​ພວກເຂົາ​ບໍ່ໄດ້​ວິເສດ​ຫຍັງ. ເມື່ອ​ພຣະເຈົ້າຢາເວ​ດຳເນີນການ ຊາດ​ທີ່​ເຂັ້ມແຂງ​ກໍ​ຈະ​ແຕກ​ເປັນ​ປ່ຽງ​ນ້ອຍໆ ແລະ​ຊາດ​ອ່ອນແອ​ທີ່​ໄປ​ຂໍ​ໃຫ້​ຊ່ວຍເຫລືອ​ນັ້ນ​ກໍ​ຈະ​ລົ້ມລົງ. ທັງສອງ​ຈະ​ຖືກ​ທຳລາຍ.


ເປັນຫຍັງ​ຈຶ່ງ​ຈະ​ບໍ່​ເກີດຂຶ້ນ? ເພາະ​ຊີເຣຍ​ບໍ່ມີ​ກຳລັງ​ເຂັ້ມແຂງ ກວ່າ​ນະຄອນ​ດາມັສກັດ​ເມືອງເອກ​ຂອງ​ປະເທດ ແລະ​ນະຄອນ​ດາມັສກັດ​ກໍ​ບໍ່ມີ​ກຳລັງ​ເຂັ້ມແຂງ​ກວ່າ​ກະສັດ​ເຣຊິນ. ສ່ວນ​ອິດສະຣາເອນ​ກໍ​ຈະ​ສິ້ນ​ຄວາມ​ເປັນຊາດ​ໄປ ພາຍ​ໃນ​ຫົກສິບຫ້າ​ປີ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka