Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 8:4 - ພຣະຄຳພີສັກສິ

4 ກະສັດ​ດາວິດ​ຈັບ​ທະຫານ​ມ້າ​ຂອງ​ເຈົ້າ​ຮາດາເດເຊ​ໄດ້​ໜຶ່ງພັນ​ເຈັດຮ້ອຍ​ຄົນ ແລະ​ທະຫານ​ບົກ​ອີກ​ຊາວພັນ​ຄົນ. ເພິ່ນ​ເອົາ​ມ້າ​ຮ້ອຍ​ໂຕ​ໄວ້​ສຳລັບ​ລົດຮົບ ສ່ວນ​ທີ່​ເຫຼືອ​ນັ້ນ​ເພິ່ນ​ສັ່ງ​ໃຫ້​ຕັດ​ເອັນຄະນ່ອງ​ທັງໝົດ.

Uka jalj uñjjattʼäta Copia luraña




2 ຊາມູເອນ 8:4
8 Jak'a apnaqawi uñst'ayäwi  

ຂ້ອຍ​ຈະ​ບໍ່ມີ​ໜ້າ​ໃນ​ການ​ສົນທະນາ​ລັບ​ກັບ​ພວກເຂົາ ທັງ​ຈະ​ບໍ່​ເຂົ້າ​ໄປ​ປະຊຸມ​ບ່ອນ​ໃດໆ​ນຳ​ເດັດຂາດ ເພາະ​ພວກເຂົາ​ຂ້າ​ຄົນ​ຕັ້ງ​ຫລວງຫລາຍ ລົ້ມຕາຍ​ກັນ​ມາກມາຍ​ກໍ​ເພາະ​ຄວາມ​ໂກດຮ້າຍ. ພວກເຂົາ​ໄດ້​ໃຊ້​ມີດ​ຕັດ​ເອັນ​ຂະນ່ອງ​ງົວເຖິກ ສະໜຸກ​ດຸດດັ່ງ​ກິລາ​ຈົນ​ງົວ​ຂາ​ພິການ​ຍ້ອນ;


ກະສັດ​ໂຊໂລໂມນ​ໄດ້​ຮວບຮວມ​ລົດມ້າ​ແລະ​ມ້າ; ເພິ່ນ​ມີ​ລົດມ້າ​ໜຶ່ງພັນ​ສີ່ຮ້ອຍ​ຄັນ ແລະ​ມີ​ມ້າ​ສິບສອງພັນ​ໂຕ. ເພິ່ນ​ໄດ້​ເອົາ​ລົດມ້າ ແລະ​ມ້າ​ບາງສ່ວນ​ໄວ້​ໃນ​ນະຄອນ​ເຢຣູຊາເລັມ ແລະ​ສ່ວນ​ທີ່​ເຫຼືອ​ນັ້ນ​ກໍ​ປະຈຳ​ໄວ້​ຕາມ​ເມືອງ​ຕ່າງໆ.


ກະສັດ​ດາວິດ​ຢຶດ​ລົດຮົບ​ໄດ້​ພັນ​ຄັນ ແລະ​ຈັບ​ທະຫານ​ມ້າ​ໄດ້​ເຈັດພັນ​ຄົນ ແລະ​ທະຫານ​ລາບ​ຊາວພັນ​ຄົນ, ແຕ່​ເພິ່ນ​ຮັກສາ​ມ້າ​ແລະ​ລົດຮົບ​ໄວ້​ພຽງແຕ່​ຮ້ອຍ​ຄັນ​ເທົ່ານັ້ນ ແລະ​ສ່ວນ​ມ້າ​ທີ່​ເຫຼືອ​ນັ້ນ​ເພິ່ນ​ຕັດ​ເອັນຄະໜ່ອງ​ໝົດ.


ບາງຄົນ​ໄວ້ວາງໃຈ​ໃນ​ລົດຮົບ​ຂອງ​ພວກຕົນ ຄົນອື່ນ​ໄວ້ວາງໃຈ​ໃນ​ມ້າ​ຮົບ​ຂອງ​ເຂົາເຈົ້າ ແຕ່​ພວກເຮົາ​ໄວ້ວາງໃຈ​ໃນ​ພຣະນາມ ແຫ່ງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ.


ກະສັດ​ບໍ່​ຕ້ອງ​ມີ​ມ້າ​ຈຳນວນ​ຫລວງຫລາຍ​ໄວ້​ໃຊ້​ໃນ​ກອງທັບ ແລະ​ບໍ່​ຕ້ອງ​ສົ່ງ​ຄົນ​ໄປ​ຊື້​ມ້າ ທີ່​ປະເທດ​ເອຢິບ ເພາະ​ພຣະເຈົ້າຢາເວ​ໄດ້​ບອກ​ໄພ່ພົນ​ຂອງ​ພຣະອົງ​ບໍ່​ໃຫ້​ພວກເຂົາ​ກັບ​ໄປ​ທີ່​ນັ້ນ​ອີກ​ຈັກເທື່ອ.


ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ໂຢຊວຍ​ວ່າ, “ຢ່າ​ຢ້ານ​ພວກເຂົາ ເພາະ​ມື້ອື່ນ​ໃນ​ເວລາ​ດຽວກັນ​ນີ້ ເຮົາ​ຈະ​ຂ້າ​ພວກເຂົາ​ທັງໝົດ​ໃຫ້​ຊາດ​ອິດສະຣາເອນ. ໃຫ້​ເຈົ້າ​ຕັດ​ເອັນຄະນ່ອງ​ມ້າ ແລະ​ຈູດ​ລົດຮົບ​ຂອງ​ພວກເຂົາ​ຖິ້ມ.”


ໂຢຊວຍ​ໄດ້​ເຮັດ​ຕໍ່​ພວກເຂົາ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ ຄື​ຕັດ​ເອັນຄະນ່ອງ​ມ້າ​ແລະ​ຈູດ​ລົດຮົບ​ທັງໝົດ​ຂອງ​ພວກເຂົາ​ຖິ້ມ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka