Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 8:3 - ພຣະຄຳພີສັກສິ

3 ຕໍ່ມາ ເພິ່ນ​ໄດ້​ເອົາ​ຊະນະ​ເຈົ້າ​ຮາດາເດເຊ​ລູກຊາຍ​ຂອງ​ເຣໂຮບ ກະສັດ​ແຫ່ງ​ຊີເຣຍ​ທີ່​ເມືອງ​ໂຊບາ ໃນ​ຂະນະທີ່​ເພິ່ນ​ໄປ​ຕີ​ເອົາ​ເຂດແດນ​ທາງ​ພາກເໜືອ​ຂອງ​ແມ່ນໍ້າ​ເອີຟຣັດ​ຄືນ.

Uka jalj uñjjattʼäta Copia luraña




2 ຊາມູເອນ 8:3
15 Jak'a apnaqawi uñst'ayäwi  

ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ຕັ້ງ​ພັນທະສັນຍາ​ກັບ​ອັບຣາມ ໂດຍ​ກ່າວ​ວ່າ, “ເຮົາ​ສັນຍາ​ວ່າ ຈະ​ມອບ​ດິນແດນ​ທັງໝົດ​ນີ້​ໃຫ້​ແກ່​ເຊື້ອສາຍ​ຂອງ​ເຈົ້າ ຄື​ດິນແດນ​ຕັ້ງແຕ່​ເຂດແດນ​ຂອງ​ເອຢິບ ຈົນ​ໄປ​ເຖິງ​ແມ່ນໍ້າ​ໃຫຍ່​ເອີຟຣັດ


ເມື່ອ​ຊາວ​ຊີເຣຍ​ຮູ້​ຕົວ​ວ່າ ພວກ​ຕົນ​ໄດ້​ພ່າຍແພ້​ແກ່​ຊາວ​ອິດສະຣາເອນ; ສະນັ້ນ ພວກເຂົາ​ຈຶ່ງ​ລະດົມ​ເອົາ​ທະຫານ​ທັງໝົດ​ມາ​ໂຮມກັນ.


ເຈົ້າ​ຮາດາເດເຊ​ໄດ້​ສົ່ງ​ຄົນ​ໄປ​ນຳ​ເອົາ​ທະຫານ​ຊີເຣຍ ຢູ່​ທາງທິດ​ຕາເວັນອອກ​ຂອງ​ແມ່ນໍ້າ​ເອີຟຣັດ. ພວກ​ນີ້​ໄດ້​ມາ​ທີ່​ເມືອງ​ເຮລາມ ໂດຍ​ແມ່ນ​ໂຊບັກ​ຜູ້​ບັນຊາການ​ກອງທັບ​ຂອງ​ເຈົ້າ​ຮາດາເດເຊ​ແຫ່ງ​ໂຊບາ ເປັນ​ຜູ້​ບັນຊາການ​ສູງສຸດ.


ເມື່ອ​ບັນດາ​ກະສັດ​ທີ່​ຂຶ້ນ​ກັບ​ເຈົ້າ​ຮາດາເດເຊ​ເຫັນວ່າ ພວກ​ຕົນ​ເສຍໄຊ​ໃຫ້​ແກ່​ຊາວ​ອິດສະຣາເອນ​ແລ້ວ ຈຶ່ງ​ເຮັດ​ສັນຍາ​ສະຫງົບ​ເສິກ​ກັບ​ພວກ​ອິດສະຣາເອນ ແລະ​ຍອມ​ຢູ່​ໃຕ້​ອຳນາດ​ຂອງ​ພວກເຂົາ. ແລ້ວ​ຊາວ​ຊີເຣຍ​ກໍ​ບໍ່​ກ້າ​ຊ່ວຍເຫລືອ​ຊາວ​ອຳໂມນ​ອີກ​ຕໍ່ໄປ.


ຊາວ​ອຳໂມນ​ຮູ້ຕົວ​ວ່າ​ພວກຕົນ​ໄດ້​ສ້າງ​ສັດຕູ​ກັບ​ກະສັດ​ດາວິດ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ໄປ​ຈ້າງ​ເອົາ​ທະຫານ​ຊີເຣຍ ຊາວພັນ​ຄົນ ຈາກ​ເມືອງ​ເບັດເຣໂຮບ ແລະ​ເມືອງ​ໂຊບາ ສິບສອງພັນ​ຄົນ ຈາກ​ເມືອງ​ໂຕບ ແລະ​ກະສັດ​ແຫ່ງ​ມາອາກາ​ພ້ອມ​ກັບ​ທະຫານ​ໜຶ່ງພັນ​ຄົນ.


ອີການ ລູກຊາຍ​ຂອງ​ນາທານ ຊາວ​ໂຊບາ; ບານີ ຊາວ​ກາດ.


ອານາຈັກ​ຂອງ​ກະສັດ​ໂຊໂລໂມນ​ລວມ​ເອົາ​ທັງ​ຊົນຊາດ​ຕ່າງໆ ຕັ້ງແຕ່​ແມ່ນໍ້າ​ເອີຟຣັດ​ໄປ​ຈົນເຖິງ​ດິນແດນ​ຂອງ​ປະເທດ​ເອຢິບ. ພວກ​ນີ້​ເສຍສ່ວຍ​ແລະ​ຍອມ​ຢູ່​ໃຕ້​ອຳນາດ​ຕະຫລອດ​ຊົ່ວຊີວິດ​ຂອງ​ເພິ່ນ.


ຕໍ່ມາ ກະສັດ​ດາວິດ​ໄດ້​ໂຈມຕີ​ກະສັດ​ຮາດາເດເຊ​ແຫ່ງ​ຊີເຣຍ​ຂອງ​ໂຊບາ ເພາະ​ຮາດາເດເຊ​ພະຍາຍາມ​ຢຶດເອົາ​ເຂດແດນ​ທາງ​ດ້ານ​ເໜືອ​ຂອງ​ແມ່ນໍ້າ​ເອີຟຣັດ.


ເພິ່ນ​ໄດ້​ຢຶດ​ເຂດແດນ​ຂອງ​ຮາມັດ-ໂຊບາ


ຂ້າແດ່​ພຣະເຈົ້າ ພຣະອົງ​ປະຕິເສດ​ພວກ​ຂ້ານ້ອຍ ພຣະອົງ​ໃຫ້​ພວກ​ຂ້ານ້ອຍ​ພ່າຍແພ້ ພຣະອົງ​ໄດ້​ໂກດຮ້າຍ​ພວກ​ຂ້ານ້ອຍ ບັດນີ້​ໂຜດ​ເຊົາ​ແລະ​ຄືນ​ມາ​ຫາ​ພວກ​ຂ້ານ້ອຍ​ເຖີດ.


ອານາຈັກ​ຈະ​ຂະຫຍາຍ​ແຕ່​ທະເລ​ນີ້​ຫາ​ທາງ​ອື່ນ​ໄກ ຈາກ​ແມ່ນໍ້າ​ເອີຟຣັດ​ຈົນເຖິງ​ທີ່ສຸດ​ປາຍ​ແຜ່ນດິນ​ໂລກ.


ເຮົາ​ຈະ​ກຳນົດ​ເຂດແດນ​ຂອງ​ພວກເຈົ້າ​ໄວ້ ຕັ້ງແຕ່​ອ່າວ​ອາກາບາ​ຈົນເຖິງ​ທະເລ​ເມດີແຕຣາເນ ແລະ​ຕັ້ງແຕ່​ຖິ່ນ​ແຫ້ງແລ້ງ​ກັນດານ​ຊີນາຍ​ຈົນເຖິງ​ແມ່ນໍ້າ​ເອີຟຣັດ. ເຮົາ​ຈະ​ໃຫ້​ພວກເຈົ້າ​ມີ​ອຳນາດ​ເໜືອ​ປະຊາຊົນ​ຕ່າງໆ​ໃນ​ດິນແດນ ແລະ​ພວກເຈົ້າ​ຈະ​ຂັບໄລ່​ພວກເຂົາ​ອອກ​ໜີ ເມື່ອ​ພວກເຈົ້າ​ບຸກໜ້າ​ເຂົ້າ​ໄປ.


ດິນ​ທຸກໆ​ບ່ອນ​ທີ່​ພວກເຈົ້າ​ຍ່າງ​ຢຽບ​ໄປ​ຈະ​ເປັນ​ຂອງ​ພວກເຈົ້າ. ເຂດແດນ​ຂອງ​ພວກເຈົ້າ​ຈະ​ຢຽດ​ອອກ ຕັ້ງແຕ່​ຖິ່ນ​ແຫ້ງແລ້ງ​ກັນດານ​ໃນ​ທິດໃຕ້ ຈົນ​ຮອດ​ພູ​ເລບານອນ​ໃນ​ທິດເໜືອ ແລະ​ຕັ້ງແຕ່​ແມ່ນໍ້າ​ເອີຟຣັດ​ທາງທິດ​ຕາເວັນອອກ ຈົນເຖິງ​ທະເລ​ເມດີແຕຣາເນ​ໃນ​ທິດ​ຕາເວັນຕົກ.


ເມື່ອ​ໂຊນ​ຂຶ້ນ​ເປັນ​ກະສັດ​ຂອງ​ຊາດ​ອິດສະຣາເອນ​ແລ້ວ ເພິ່ນ​ໄດ້​ສູ້ຮົບ​ໃນ​ທຸກບ່ອນ​ກັບ​ສັດຕູ​ທຸກ​ຄົນ​ຂອງ​ເພິ່ນ​ເຊັ່ນ: ຊາວ​ໂມອາບ, ຊາວ​ອຳໂມນ, ຊາວ​ເອໂດມ, ພວກ​ກະສັດ​ແຫ່ງ​ໂຊບາ ແລະ​ພວກ​ຟີລິດສະຕິນ. ທຸກ​ບ່ອນ​ທີ່​ເພິ່ນ​ສູ້ຮົບ ເພິ່ນ​ກໍໄດ້​ຮັບ​ໄຊຊະນະ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka