Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 8:18 - ພຣະຄຳພີສັກສິ

18 ເບນາອີຢາ​ລູກຊາຍ​ຂອງ​ເຢໂຮຍອາດາ ເປັນ​ຜູ້​ບັນຊາການ ຊາວ​ເກເຣັດ​ແລະ​ຊາວ​ເປເລັດ​ທະຫານ​ປ້ອງກັນ​ຕົວ​ຂອງ​ກະສັດ​ດາວິດ ແລະ​ບັນດາ​ລູກຊາຍ​ຂອງ​ກະສັດ​ດາວິດ​ເປັນ​ປະໂຣຫິດ.

Uka jalj uñjjattʼäta Copia luraña




2 ຊາມູເອນ 8:18
18 Jak'a apnaqawi uñst'ayäwi  

ພວກ​ຂ້າຣາຊການ​ທັງໝົດ​ໄດ້​ຢືນ​ຢູ່ ບັນດາ​ຊາວ​ເກເຣັດ​ແລະ​ຊາວ​ເປເລັດ​ກັບ​ຄົນ​ກາດ​ຫົກຮ້ອຍ​ຄົນ ທີ່​ໄດ້​ຕິດຕາມ​ເພິ່ນ​ມາ​ຈາກ​ເມືອງກາດ​ນັ້ນ ກໍ​ໄດ້​ຍ່າງ​ຜ່ານ​ເພິ່ນ​ໄປ​ເໝືອນກັນ.


ໂຢອາບ​ເປັນ​ຜູ້​ບັນຊາການ​ກອງທັບ​ຂອງ​ຊາດ​ອິດສະຣາເອນ. ເບນາອີຢາ ລູກຊາຍ​ຂອງ​ເຢໂຮຍອາດາ​ເປັນ​ຜູ້​ບັນຊາການ​ທະຫານ​ຊາວ​ເກເຣັດ​ແລະ​ຊາວ​ເປເລັດ.


ອີຣາ ຊາວ​ເມືອງ​ຢາອີ​ເປັນ​ປະໂຣຫິດ​ຄົນ​ໜຶ່ງ​ຂອງ​ກະສັດ​ດາວິດ​ເໝືອນກັນ.


ສະນັ້ນ ພວກ​ທະຫານ​ຂອງ​ໂຢອາບ, ຊາວ​ເກເຣັດ​ແລະ​ຊາວ​ເປເລັດ ແລະ​ທະຫານ​ອື່ນໆ​ທີ່​ຄ້າງ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ຈຶ່ງ​ໄປ​ກັບ​ອາບີໄຊ​ເພື່ອ​ຕາມ​ຫາ​ຈັບ​ເຊບາ​ລູກຊາຍ​ຂອງ​ບີກຣີ.


ດັ່ງນັ້ນ ປະໂຣຫິດ​ຊາດົກ, ຜູ້ທຳນວາຍ​ນາທານ, ເບນາອີຢາ​ລູກຊາຍ​ຂອງ​ເຢໂຮຍອາດາ ແລະ​ບັນດາ​ທະຫານ​ຊາວ​ເກເຣັດ​ແລະ​ຊາວ​ເປເລັດ ຈຶ່ງ​ໃຫ້​ໂຊໂລໂມນ​ນັ່ງ​ເທິງ​ຫລັງ​ລໍ​ຂອງ​ກະສັດ​ດາວິດ ແລະ​ແຫ່​ເພິ່ນ​ໄປ​ທີ່​ບໍ່ນໍ້າ​ກີໂຮນ.


ເພິ່ນ​ໄດ້​ໃຫ້​ປະໂຣຫິດ​ຊາດົກ, ຜູ້ທຳນວາຍ​ນາທານ, ເບນາອີຢາ​ລູກຊາຍ​ຂອງ​ເຢໂຮຍອາດາ ແລະ​ທະຫານ​ຊາວ​ເກເຣັດ​ແລະ​ຊາວ​ເປເລັດ​ແຫ່​ໂຊໂລໂມນ​ໄປ. ພວກເຂົາ​ໃຫ້​ລາວ​ນັ່ງ​ເທິງ​ຫລັງ​ລໍ​ຂອງ​ກະສັດ


ແຕ່​ປະໂຣຫິດ​ຊາດົກ, ເບນາອີຢາ​ລູກຊາຍ​ຂອງ​ເຢໂຮຍອາດາ, ຜູ້ທຳນວາຍ​ນາທານ, ຊີເມອີ, ເຣອີ, ແລະ​ບັນດາ​ທະຫານ​ປ້ອງກັນ​ຕົວ​ກະສັດ​ດາວິດ​ບໍ່ໄດ້​ເຂົ້າ​ຂ້າງ​ອາໂດນີຢາ.


ດັ່ງນັ້ນ ກະສັດ​ໂຊໂລໂມນ​ຈຶ່ງ​ສັ່ງ​ເບນາອີຢາ​ລູກຊາຍ​ຂອງ​ເຢໂຮຍອາດາ​ໃຫ້​ຂ້າ​ອາໂດນີຢາ.


ເບນາອີຢາ ລູກຊາຍ​ຂອງ​ເຢໂຮຍອາດາ​ເປັນ​ຜູ້​ບັນຊາການ​ກອງທັບ. ຊາດົກ​ແລະ​ອາບີອາທາ​ເປັນ​ພວກ​ປະໂຣຫິດ.


ອາຊາຣີຢາ ລູກຊາຍ​ຂອງ​ນາທານ​ເປັນ​ຫົວໜ້າ​ຜູ້ປົກຄອງ​ແຂວງ​ຕ່າງໆ. ປະໂຣຫິດ​ຊາບຸດ ລູກຊາຍ​ຂອງ​ນາທານ​ເປັນ​ທີ່ປຶກສາ​ຂອງ​ກະສັດ.


ແຕ່​ໃນ​ປີ​ທີ​ເຈັດ ປະໂຣຫິດ​ເຢໂຮຍອາດາ​ໄດ້​ສົ່ງ​ຄົນ​ໄປ​ນຳ​ເອົາ​ພວກ​ນາຍ​ທະຫານ​ທີ່​ຮັບຜິດຊອບ​ຄົນ​ຍາມ​ປະຈຳ​ກະສັດ ແລະ​ນາຍ​ຍາມ​ປະຈຳວັງ​ໃຫ້​ມາ​ທີ່​ວິຫານ​ຂອງ​ພຣະເຈົ້າຢາເວ. ເພິ່ນ​ໄດ້​ເຮັດ​ພັນທະສັນຍາ​ກັບ​ພວກເຂົາ​ໂດຍ​ໃຫ້​ສາບານ​ທີ່​ວິຫານ​ຂອງ​ພຣະເຈົ້າຢາເວ​ວ່າ ຈະ​ເຮັດ​ຕາມ​ແຜນ​ທີ່​ເພິ່ນ​ວາງ​ໄວ້. ເພິ່ນ​ພາ​ໂຢອາດ ລູກຊາຍ​ຂອງ​ກະສັດ​ອາຮາຊີຢາ ອອກ​ມາ​ພົບ​ພວກເຂົາ;


ເບນາອີຢາ ລູກຊາຍ​ຂອງ​ເຢໂຮຍອາດາ​ຊາວ​ກັບເຊເອນ ກໍ​ເປັນ​ທະຫານ​ທີ່​ມີ​ຊື່ສຽງ​ຜູ້ໜຶ່ງ; ລາວ​ໄດ້​ສ້າງ​ວິລະກຳ​ໄວ້​ຫລາຍ​ຢ່າງ ຮວມ​ທັງ​ໄດ້​ຂ້າ​ນັກຮົບ​ຜູ້​ທີ່​ຍິ່ງໃຫຍ່​ຂອງ​ຊາວ​ໂມອາບ​ສອງ​ຄົນ. ມີ​ຄັ້ງ​ໜຶ່ງ​ເປັນ​ມື້​ຫິມະ​ຕົກ ລາວ​ໄດ້​ລົງ​ໄປ​ໃນ​ຫລຸມ​ແລະ​ໄດ້​ຂ້າ​ສິງ​ໂຕໜຶ່ງ.


ເບນາອີຢາ​ລູກຊາຍ​ຂອງ​ເຢໂຮຍອາດາ​ເປັນ​ຫົວໜ້າ​ຊາວ​ເກເຣັດ​ແລະ​ຊາວ​ເປເລັດ; ແລະ​ບັນດາ​ລູກຊາຍ​ຂອງ​ກະສັດ​ດາວິດ​ດຳລົງ​ຕຳແໜ່ງ​ສູງ​ເພື່ອ​ຮັບໃຊ້​ພໍ່​ຂອງຕົນ.


ເພາະສະນັ້ນ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຈຶ່ງ​ກຳລັງ​ປະກາດ​ວ່າ​ເຮົາ​ຈະ​ໂຈມຕີ​ຊາວ​ຟີລິດສະຕິນ ແລະ​ກວາດລ້າງ​ພວກ​ເກເຣັດ​ໃຫ້​ໝົດໄປ. ເຮົາ​ຈະ​ທຳລາຍ​ທຸກຄົນ​ທີ່​ເຫຼືອ​ຢູ່​ໃນ​ທົ່ງພຽງ​ຟີລິດສະຕິນ.


ເຄາະກຳ​ເປັນ​ຂອງ​ພວກເຈົ້າ​ສາ​ແລ້ວ ຊາວ​ເກເຣັດ​ເອີຍ ຄື​ປະຊາຊົນ​ທີ່​ຢູ່​ຕາມ​ແຄມ​ຝັ່ງ​ທະເລ. ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ກ່າວ​ໂທດ​ພວກເຈົ້າ ໂອ ການາອານ​ດິນແດນ​ແຫ່ງ​ຊາວ​ຟີລິດສະຕິນ​ເອີຍ ພຣະອົງ​ຈະ​ທຳລາຍ​ພວກເຈົ້າ ແລະ​ຈະ​ບໍ່ມີ​ຜູ້ໃດ​ໃນ​ພວກເຈົ້າ​ລອດຊີວິດ.


ພວກເຮົາ​ໄດ້​ປຸ້ນ​ເຂດແດນ​ເນເກັບ​ຂອງ​ຊາວ​ເກເຣັດ​ທີ່​ທາງ​ພາກໃຕ້​ຂອງ​ຢູດາຍ ແລະ​ເຂດແດນ​ຂອງ​ຕະກຸນ​ກາເລັບ​ແລະ​ໄດ້​ຈູດ​ເມືອງ​ຊິກລັກ​ຖິ້ມ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka