16 ໂຢອາບລູກຊາຍຂອງນາງເຊຣູອີຢາ ເປັນຜູ້ບັນຊາການກອງທັບ; ສ່ວນເຢໂຮຊາຟັດລູກຊາຍຂອງອາຮີລຸດ ເປັນຜູ້ບັນທຶກ;
ແລ້ວເພິ່ນກໍສົ່ງພວກເຂົາອອກໄປເປັນສາມກອງ ຊຶ່ງມີລູກຊາຍຂອງນາງເຊຣູອີຢາຄືໂຢອາບແລະອາບີໄຊນ້ອງຊາຍຂອງຕົນແລະອິດໄຕຊາວເມືອງກາດ ເປັນຜູ້ບັນຊາການຂອງແຕ່ລະກອງ. ແລ້ວກະສັດກໍເວົ້າກັບທະຫານຂອງຕົນວ່າ, “ເຮົາເອງຈະໄປກັບພວກເຈົ້າ.”
ກະສັດດາວິດຍັງສົ່ງຄົນໄປບອກອາມາສາຄືກັນວ່າ, “ເຈົ້າກໍເປັນຍາດຕິພີ່ນ້ອງຂອງເຮົາ. ນັບຕັ້ງແຕ່ນີ້ໄປ ເຮົາຈະແຕ່ງຕັ້ງເຈົ້າໃຫ້ເປັນຜູ້ບັນຊາການກອງທັບແທນໂຢອາບ. ຖ້າເຮົາບໍ່ປະຕິບັດຕາມຄຳເວົ້າ ຂໍໃຫ້ພຣະເຈົ້າລົງໂທດເຮົາເຖິງຕາຍເຖີດ.”
ໂຢອາບລູກຊາຍຂອງນາງເຊຣູອີຢາ ແລະບັນດາຂ້າຣາຊການຄົນອື່ນໆຂອງກະສັດດາວິດໄດ້ໄປພົບພວກເຂົາທີ່ສະນໍ້າກີເບໂອນ ບ່ອນທີ່ຕ່າງຝ່າຍຕ່າງກໍຕັ້ງທ່າຢູ່ຟາກສະນໍ້າແຕ່ລະເບື້ອງ.
ກະສັດດາວິດໄດ້ປົກຄອງທົ່ວທັງຊາດອິດສະຣາເອນ. ເພິ່ນປະຕິບັດຕໍ່ປະຊາຊົນຂອງຕົນຢ່າງຍຸດຕິທຳ ແລະຢ່າງສັດຊື່.
ເອລີໂຮເຣັບແລະອາຮີຢາ ລູກຊາຍຂອງຊີຊາເປັນເລຂາທິການປະຈຳຣາຊວັງ. ເຢໂຮຊາຟັດ ລູກຊາຍຂອງອາຮີລຸດເປັນຜູ້ບັນທຶກ.
ແລ້ວພວກເຂົາກໍສັ່ງຄົນໄປຫາກະສັດເຮເຊກີຢາ ໂດຍມີຂ້າຣາຊການສາມຄົນໄດ້ອອກມາພົບເຂົາ ມີດັ່ງນີ້: ເອລີອາກິມລູກຊາຍຂອງຮິນກີຢາ ຜູ້ຮັບຜິດຊອບຣາຊວັງ; ເຊັບນາເລຂາທິການ ແລະໂຢອາລູກຊາຍຂອງອາສັບ ຜູ້ບັນທຶກ.
ແລ້ວເອລີອາກິມລູກຊາຍຂອງຮິນກີຢາຜູ້ຮັບຜິດຊອບຣາຊວັງ, ເຊັບນາເລຂາທິການ ແລະໂຢອາລູກຊາຍຂອງອາສັບຜູ້ບັນທຶກ ຕ່າງກໍຈີກເສື້ອຂອງຕົນເອງດ້ວຍຄວາມໂສກເສົ້າເສຍໃຈ ແລະໄປລາຍງານຕໍ່ກະສັດເຮເຊກີຢາຕາມທີ່ຂ້າຣາຊການອັດຊີເຣຍໄດ້ເວົ້າ.
ດາວິດໄດ້ເວົ້າວ່າ, “ຜູ້ທຳອິດທີ່ຂ້າຄົນເຢບຸດ ຈະໄດ້ເປັນຜູ້ບັນຊາການທະຫານ” ສະນັ້ນ ໂຢອາບລູກຊາຍຂອງນາງເຊຣູອີຢາຈຶ່ງເປັນຜູ້ນຳພາບຸກໂຈມຕີເມືອງນີ້ ແລະໄດ້ເປັນຜູ້ບັນຊາການທະຫານ.