13 ກະສັດດາວິດມີຊື່ສຽງໂດ່ງດັງຫລາຍຂຶ້ນ ຫລັງຈາກທີ່ເພິ່ນໄດ້ກັບຄືນມາຈາກບ່ອນທີ່ເພິ່ນໄດ້ຂ້າຊາວເອໂດມສິບແປດພັນຄົນ ທີ່ຮ່ອມພູເກືອ.
ພວກເຂົາເວົ້າວ່າ, “ບັດນີ້ ຈົ່ງພາກັນສ້າງເມືອງກັບທັງໃຫ້ມີຫໍຄອຍທີ່ມີຍອດສູງຈຸຟ້າສະຫວັນ ເພື່ອພວກເຮົາຈະໄດ້ສ້າງຊື່ສຽງໄວ້ ແລະຈະບໍ່ຖືກພັດພາກຈາກກັນໄປທົ່ວເທິງແຜ່ນດິນໂລກນີ້.”
ເຮົາໄດ້ຢູ່ນຳເຈົ້າທຸກທີ່ທຸກບ່ອນທີ່ເຈົ້າໄປ ແລະເຮົາໄດ້ໃຫ້ສັດຕູທັງຫລາຍຂອງເຈົ້າພ່າຍແພ້ໃນຂະນະທີ່ເຈົ້າບຸກໜ້າເຂົ້າໄປ. ເຮົາຈະສ້າງເຈົ້າໃຫ້ເປັນຜູ້ມີຊື່ສຽງ ດັ່ງບັນດາຜູ້ນຳຄົນຍິ່ງໃຫຍ່ທີ່ສຸດໃນໂລກ.
ດົນນານມາແລ້ວກ່ອນເຫດການນີ້ ເມື່ອກະສັດດາວິດໄດ້ເອົາຊະນະເອໂດມ ໂຢອາບຜູ້ບັນຊາການຂອງເພິ່ນໄດ້ໄປທີ່ເມືອງນັ້ນເພື່ອຝັງສົບຄົນຕາຍ. ລາວກັບພວກທະຫານຂອງລາວໄດ້ຄ້າງຢູ່ໃນເອໂດມເປັນເວລາຫົກເດືອນ ໃນຂະນະທີ່ພວກເຂົາຢູ່ໃນທີ່ນັ້ນ ພວກເຂົາໄດ້ຂ້າຜູ້ຊາຍທຸກຄົນໃນເມືອງເອໂດມ
ກະສັດອາມາຊີຢາຂ້າທະຫານຊາວເອໂດມສິບພັນຄົນ ໃນຮ່ອມພູເກືອ; ເພິ່ນຢຶດເອົາເມືອງເສລາໄດ້ ແລະເອີ້ນຊື່ເມືອງນີ້ວ່າໂຢກເທເອນ ຊຶ່ງຊື່ນີ້ຍັງມີຢູ່ເທົ່າທຸກວັນນີ້.
ອາບີໄຊ ລູກຊາຍນາງເຊຣູອີຢາໄດ້ເອົາຊະນະຊາວເອໂດມຢູ່ໃນຮ່ອມພູເກືອ ໂດຍໄດ້ຂ້າສັດຕູ ສິບແປດພັນຄົນ.
ອາມາຊີຢາສຸມທຸກຄວາມກ້າຫານຂອງຕົນ ແລະນຳພາກອງທັບອອກໄປສູ່ຮ່ອມພູເກືອ. ໃນທີ່ນັ້ນ ພວກເຂົາໄດ້ດຳເນີນການສູ້ຮົບ ແລະໄດ້ຂ້າທະຫານເອໂດມສິບພັນຄົນ
ຂ້າແດ່ພຣະເຈົ້າ ພຣະອົງປະຕິເສດພວກຂ້ານ້ອຍ ພຣະອົງໃຫ້ພວກຂ້ານ້ອຍພ່າຍແພ້ ພຣະອົງໄດ້ໂກດຮ້າຍພວກຂ້ານ້ອຍ ບັດນີ້ໂຜດເຊົາແລະຄືນມາຫາພວກຂ້ານ້ອຍເຖີດ.