12 ເອໂດມ, ໂມອາບ, ອຳໂມນ, ຟີລິດສະຕິນ, ອາມາເຫຼັກ ແລະຕະຫລອດທັງຂອງທີ່ປຸ້ນສະດົມມາໄດ້ຈາກເຈົ້າຮາດາເດເຊລູກຊາຍຂອງເຣໂຮບແຫ່ງໂຊບານັ້ນດ້ວຍ.
ໂຢອາບບອກອາບີໄຊວ່າ, “ຖ້າເຈົ້າເຫັນພວກຊີເຣຍເອົາຊະນະຂ້ອຍ ໃຫ້ເຈົ້າມາຊ່ວຍຂ້ອຍເດີ. ຖ້າພວກອຳໂມນເອົາຊະນະເຈົ້າ ຂ້ອຍຈະໄປຊ່ວຍເຈົ້າ.
ເມື່ອພວກອຳໂມນເຫັນວ່າພວກຊີເຣຍປົບໜີໄປແລ້ວ ພວກເຂົາຈຶ່ງແລ່ນປົບໜີຈາກອາບີໄຊ ແລະຖອຍເຂົ້າໄປໃນເມືອງ. ແລ້ວໂຢອາບກໍກັບຄືນສູ່ນະຄອນເຢຣູຊາເລັມ ຫລັງຈາກທີ່ລາວໄດ້ສູ້ຮົບຊາວອຳໂມນແລ້ວ.
ແລ້ວເພິ່ນກໍເອົາຊະນະຊາວໂມອາບ. ເພິ່ນໄດ້ບັງຄັບພວກຊະເລີຍເສິກໃຫ້ນອນລົງດິນ ແລະຂ້າສອງໃນສາມຄົນຖິ້ມ. ດັ່ງນັ້ນ ຊາວໂມອາບຈຶ່ງຕົກຢູ່ໃຕ້ອຳນາດຂອງກະສັດດາວິດ ແລະພວກເຂົາກໍຍອມເສຍສ່ວຍໃຫ້ເພິ່ນ.
ກະສັດດາວິດໄດ້ຖວາຍສິ່ງເຫຼົ່ານີ້ແກ່ພຣະເຈົ້າຢາເວພ້ອມດ້ວຍເງິນ ແລະຄຳ ທີ່ເພິ່ນຢຶດມາໄດ້ຈາກຊົນຊາດຕ່າງໆ ເປັນຕົ້ນໄດ້ມາແຕ່ເອໂດມ, ໂມອາບ, ອຳໂມນ, ຟີລິດສະຕິນ ແລະອາມາເຫຼັກ.
ເພິ່ນຈັບເຈົ້າອາກາກະສັດແຫ່ງອາມາເຫຼັກໄດ້ທັງເປັນ ແລະໄດ້ຂ້າປະຊາຊົນທັງໝົດຖິ້ມ.
ໃນສະໄໝນັ້ນ ດາວິດກັບທະຫານຂອງເພິ່ນກໍໄດ້ໂຈມຕີຊາວເກຊູ, ຊາວກີຣິຊີ ແລະຊາວອາມາເຫຼັກ ຊຶ່ງເປັນພວກທີ່ຢູ່ໃນດິນແດນນັ້ນດົນນານມາແລ້ວ. ເພິ່ນໄດ້ຫລອນໂຈມຕີດິນແດນຂອງພວກເຂົາ ໄປຈົນເຖິງເມືອງຊູເຣແລະລົງໄປເຖິງດິນແດນປະເທດເອຢິບ.
ໃນມື້ຕໍ່ມາພໍຮຸ່ງເຊົ້າ ດາວິດກໍໂຈມຕີພວກເຂົາແລະຕໍ່ສູ້ກັນຈົນເຖິງຄໍ່າ. ມີແຕ່ຊາຍໜຸ່ມໃນພວກປຸ້ນສີ່ຮ້ອຍຄົນເທົ່ານັ້ນ ທີ່ຂີ່ອູດປົບໜີໄປໄດ້. ນອກນັ້ນຖືກຂ້າຖິ້ມໝົດ.
ເພິ່ນຍັງຢຶດໄດ້ຝູງແກະແລະຝູງງົວທັງໝົດຄືນມາ; ຄົນຂອງເພິ່ນໄດ້ຕ້ອນຝູງສັດອອກໄປຂ້າງໜ້າຂອງພວກຕົນ ທັງເວົ້າວ່າ, “ສັດເຫຼົ່ານີ້ເປັນຂອງດາວິດ.”