Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 8:11 - ພຣະຄຳພີສັກສິ

11 ກະສັດ​ດາວິດ​ໄດ້​ນຳ​ສິ່ງ​ເຫຼົ່ານີ້​ໄປ​ອຸທິດ​ຖວາຍ​ແກ່​ພຣະເຈົ້າຢາເວ ດັ່ງ​ທີ່​ເພິ່ນ​ໄດ້​ອຸທິດ​ຖວາຍ​ເງິນ ແລະ​ຄຳ ຊຶ່ງ​ຢຶດ​ມາ​ໄດ້​ຈາກ​ຊົນຊາດ​ຕ່າງໆ​ທີ່​ເພິ່ນ​ໄດ້​ເອົາ​ຊະນະ ເຊັ່ນ:

Uka jalj uñjjattʼäta Copia luraña




2 ຊາມູເອນ 8:11
8 Jak'a apnaqawi uñst'ayäwi  

ດັ່ງນັ້ນ ເພິ່ນ​ຈຶ່ງ​ສົ່ງ​ໂຢຣາມ​ລູກຊາຍ​ຂອງຕົນ ໄປ​ຄຳນັບ​ແລະ​ຊົມເຊີຍ​ກະສັດ​ດາວິດ​ທີ່​ເພິ່ນ​ໄດ້​ເອົາ​ຊະນະ​ເຈົ້າ​ຮາດາເດເຊ ຜູ້​ທີ່​ເຈົ້າ​ໂຕອີ​ໄດ້​ຕໍ່ສູ້​ມາ​ຫລາຍ​ເທື່ອ​ແລ້ວ. ໂຢຣາມ​ໄດ້​ນຳ​ເອົາ​ຂອງຂວັນ​ມາ​ໃຫ້​ກະສັດ​ດາວິດ; ຂອງຂວັນ​ເຫຼົ່ານັ້ນ​ເຮັດ​ດ້ວຍ​ຄຳ, ເງິນ ແລະ​ທອງສຳຣິດ.


ເມື່ອ​ກະສັດ​ໂຊໂລໂມນ​ເຮັດ​ທຸກສິ່ງ​ສຳລັບ​ວິຫານ​ຂອງ​ພຣະເຈົ້າຢາເວ​ສຳເລັດ​ລົງ​ແລ້ວ ເພິ່ນ​ໄດ້​ນຳ​ເອົາ​ເງິນ, ຄຳ ແລະ​ເຄື່ອງໃຊ້​ຕ່າງໆ​ທີ່​ກະສັດ​ດາວິດ​ພໍ່​ຂອງຕົນ​ໄດ້​ອຸທິດ​ຖວາຍ​ນັ້ນ ໄປ​ມ້ຽນ​ໄວ້​ຢູ່​ໃນ​ຫ້ອງ​ເກັບເຄື່ອງ​ຂອງ​ວິຫານ​ຂອງ​ພຣະເຈົ້າຢາເວ.


ກະສັດ​ດາວິດ​ໄດ້​ຖວາຍ​ສິ່ງ​ເຫຼົ່ານີ້​ແກ່​ພຣະເຈົ້າຢາເວ​ພ້ອມ​ດ້ວຍ​ເງິນ ແລະ​ຄຳ ທີ່​ເພິ່ນ​ຢຶດ​ມາ​ໄດ້​ຈາກ​ຊົນຊາດ​ຕ່າງໆ ເປັນ​ຕົ້ນ​ໄດ້​ມາ​ແຕ່​ເອໂດມ, ໂມອາບ, ອຳໂມນ, ຟີລິດສະຕິນ ແລະ​ອາມາເຫຼັກ.


ຂ້າພະເຈົ້າ​ໄດ້​ພະຍາຍາມ​ຈັດຕຽມ​ວັດສະດຸ​ຕ່າງໆ​ໄວ້ ສຳລັບ​ສ້າງ​ພຣະວິຫານ ເປັນ​ຕົ້ນ: ຄຳ, ເງິນ, ທອງສຳຣິດ, ເຫຼັກ, ໄມ້, ຫີນ​ມີຄ່າ​ແລະ​ພອຍ, ຫີນລາຍ​ແລະ​ຫີນອ່ອນ ເປັນ​ຈຳນວນ​ຫລວງຫລາຍ.


ເມື່ອ​ກະສັດ​ໂຊໂລໂມນ​ໄດ້​ສ້າງ​ວິຫານ​ຂອງ​ພຣະເຈົ້າຢາເວ​ສຳເລັດ​ແລ້ວ ເພິ່ນ​ກໍ​ເອົາ​ເຄື່ອງ​ທັງໝົດ ມີ​ດັ່ງນີ້: ເງິນ, ຄຳ ແລະ​ເຄື່ອງ​ອື່ນໆ​ທີ່​ພໍ່​ຂອງເພິ່ນ​ໄດ້​ອຸທິດຖວາຍ ເຂົ້າ​ໄປ​ໄວ້​ໃນ​ຫ້ອງ​ເກັບ​ເຄື່ອງ​ຂອງ​ພຣະວິຫານ​ຂອງ​ພຣະເຈົ້າ.


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ປະຊາຊົນ​ເຢຣູຊາເລັມ​ເອີຍ ຈົ່ງ​ໄປ​ລົງໂທດ​ເຫຼົ່າ​ສັດຕູ​ຂອງ​ພວກເຈົ້າ​ສາ ເຮົາ​ຈະ​ເຮັດ​ໃຫ້​ພວກເຈົ້າ​ແຂງແຮງ​ເໝືອນ​ດັ່ງ​ງົວ​ກະທິງ ທີ່​ມີ​ເຂົາ​ເປັນ​ເຫຼັກ​ແລະ​ມີ​ກີບຕີນ​ເປັນ​ທອງສຳຣິດ. ພວກເຈົ້າ​ຈະ​ຢຽບຢໍ່າ​ທຳລາຍ​ຫລາຍ​ຊົນຊາດ​ໃຫ້​ໝຸ່ນ​ທະລາຍ​ໄປ ເຮົາ​ຈະ​ມອບ​ສິ່ງ​ທີ່​ໄດ້​ມາ​ຖວາຍ​ແກ່​ພຣະເຈົ້າຢາເວ ແລະ​ຊັບສົມບັດ​ຂອງ​ພວກເຂົາ​ໄດ້​ມາ​ຈາກ​ການ​ໃຊ້​ກຳລັງ​ຢຶດເອົາ​ນັ້ນ ເຮົາ​ຈະ​ເອົາ​ມາ​ອຸທິດ​ຖວາຍ​ແກ່​ອົງພຣະ​ຜູ້​ເປັນເຈົ້າ​ແຫ່ງ​ແຜ່ນດິນ​ໂລກ​ທັງໝົດ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka