Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 8:1 - ພຣະຄຳພີສັກສິ

1 ຕໍ່ມາ ກະສັດ​ດາວິດ​ໄດ້​ໂຈມຕີ​ພວກ​ຟີລິດສະຕິນ​ອີກ. ເພິ່ນ​ໄດ້​ເອົາ​ຊະນະ​ພວກເຂົາ​ແລະ​ປົດປ່ອຍ​ເອົາ​ດິນແດນ​ທັງໝົດ​ໄດ້.

Uka jalj uñjjattʼäta Copia luraña




2 ຊາມູເອນ 8:1
14 Jak'a apnaqawi uñst'ayäwi  

ພວກເຂົາ​ຖົກຖຽງ​ກັນ​ທົ່ວ​ໄປ​ໃນ​ປະເທດ​ວ່າ, “ກະສັດ​ດາວິດ​ໄດ້​ຊ່ວຍກູ້​ເອົາ​ພວກເຮົາ​ໃຫ້​ພົ້ນ​ຈາກ​ສັດຕູ ແລະ​ໃຫ້​ພົ້ນ​ຈາກ​ພວກ​ຟີລິດສະຕິນ, ແຕ່​ບັດນີ້ ເພິ່ນ​ໄດ້​ປະຖິ້ມ​ປະເທດ​ແລະ​ປົບໜີໄປ​ຈາກ​ອັບຊາໂລມ.


ແຕ່​ໂຢອາບ​ກັບ​ອາບີໄຊ​ໄດ້​ໄລ່​ຕາມ​ອັບເນ​ໄປ. ເມື່ອ​ພວກເຂົາ​ມາ​ຮອດ​ເນີນພູ​ອຳມາ​ທີ່​ທາງທິດ​ຕາເວັນອອກ​ຂອງ​ກີອາ ຕາມ​ເສັ້ນ​ທາງ​ໄປ​ສູ່​ຖິ່ນ​ແຫ້ງແລ້ງ​ກັນດານ​ກີເບໂອນ ກໍ​ເປັນ​ເວລາ​ຕາເວັນ​ຕົກ​ດິນ.


ພຣະອົງ​ຊ່ວຍ​ໃຫ້​ພົ້ນ​ຈາກ​ຄົນ​ກະບົດ ໂຜດ​ໃຫ້​ໄດ້​ປົກຄອງ​ບັນດາ​ປະຊາຊາດ. ຊົນຊາດ​ທີ່​ຂ້ານ້ອຍ​ບໍ່ເຄີຍ​ຮູ້ຈັກ​ພວກເຂົາ ບັດນີ້​ກໍໄດ້​ກາຍມາເປັນ​ຜູ້ຮັບໃຊ້.


ເມື່ອ​ພວກ​ຟີລິດສະຕິນ​ໄດ້ຍິນ​ຂ່າວ​ວ່າ, ດາວິດ​ໄດ້​ຮັບ​ແຕ່ງຕັ້ງ​ໃຫ້​ເປັນ​ກະສັດ​ແຫ່ງ​ຊາດ​ອິດສະຣາເອນ​ແລ້ວ ພວກເຂົາ​ຈຶ່ງ​ຍົກທັບ​ມາ​ເພື່ອ​ຈະ​ຈັບ​ເອົາ​ເພິ່ນ. ພໍ​ກະສັດ​ດາວິດ​ໄດ້​ຍິນ​ຂ່າວ​ນີ້ ເພິ່ນ​ຈຶ່ງ​ລົງ​ໄປ​ຢູ່​ໃນ​ປ້ອມ​ປ້ອງກັນ​ເມືອງ.


ກະສັດ​ດາວິດ​ເຮັດ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ ແລະ​ໄລ່​ພວກ​ຟີລິດສະຕິນ​ໃຫ້​ອອກ​ໜີໄປ​ຈາກ​ເມືອງ​ເກບາ​ຈົນເຖິງ​ເມືອງ​ເກເຊ.


ເຮົາ​ໄດ້​ຢູ່​ນຳ​ເຈົ້າ​ທຸກທີ່​ທຸກບ່ອນ​ທີ່​ເຈົ້າ​ໄປ ແລະ​ເຮົາ​ໄດ້​ໃຫ້​ສັດຕູ​ທັງຫລາຍ​ຂອງ​ເຈົ້າ​ພ່າຍແພ້​ໃນ​ຂະນະທີ່​ເຈົ້າ​ບຸກໜ້າ​ເຂົ້າ​ໄປ. ເຮົາ​ຈະ​ສ້າງ​ເຈົ້າ​ໃຫ້​ເປັນ​ຜູ້​ມີ​ຊື່ສຽງ ດັ່ງ​ບັນດາ​ຜູ້ນຳ​ຄົນ​ຍິ່ງໃຫຍ່​ທີ່ສຸດ​ໃນ​ໂລກ.


ພຣະອົງ​ຊ່ວຍ​ຂ້ານ້ອຍ​ໃຫ້​ພົ້ນ​ຈາກ​ຄົນ​ກະບົດ ແລະ​ໃຫ້​ເປັນ​ຜູ້ປົກຄອງ​ບັນດາ​ປະຊາຊາດ; ປະຊາຊົນ​ທີ່​ຂ້ານ້ອຍ​ບໍ່ເຄີຍ​ຮູ້ຈັກ​ມາ​ກ່ອນ ບັດນີ້ ກໍ​ກາຍມາເປັນ​ຜູ້ຮັບໃຊ້​ຂ້ານ້ອຍ.


ພຣະອົງ​ໄດ້​ເຮັດ​ໃຫ້​ດິນແດນ​ສັ່ນສະເທືອນ ແລະ​ໄດ້​ເຮັດ​ໃຫ້​ພື້ນດິນ​ແຕກ​ຍະ​ອອກ ບັດນີ້ ໂຜດ​ປິ່ນປົວ​ບາດແຜ​ຂອງ​ດິນແດນ​ນີ້ ເພາະ​ມັນ​ກຳລັງ​ແຕກແຍກ​ອອກ​ຈາກ​ກັນ.


ແຕ່​ເຮົາ​ຈະ​ໃຊ້​ໂມອາບ​ຄື​ຊາມ​ລ້າງສ່ວຍ ແລະ​ໂຍນ​ເກີບ​ຂອງເຮົາ​ໃສ່​ເອໂດມ ໝາຍ​ເຖິງ​ວ່າ​ເຮົາ​ເປັນ​ພຣະເຈົ້າ​ຂອງ​ດິນແດນ. ຊາວ​ຟີລິດສະຕິນ​ຄິດ​ວ່າ​ຈະ​ໂຮຮ້ອງ​ມີໄຊ​ຫລືນີ້?”


ເພາະ​ຄົນ​ເຫຼົ່ານີ້​ມີ​ຄວາມເຊື່ອ ພວກເພິ່ນ​ຈຶ່ງ​ໄດ້​ໄຊຊະນະ​ທົ່ວ​ທັງ​ດິນແດນ ພວກເພິ່ນ​ໄດ້​ເຮັດ​ສິ່ງ​ທີ່​ຖືກຕ້ອງ ແລະ​ໄດ້​ຮັບ​ຕາມ​ທີ່​ພຣະເຈົ້າ​ໄດ້​ຊົງ​ສັນຍາ​ໄວ້, ໄດ້​ງັບ​ປາກ​ສິງ,


ໄດ້​ມອດ​ໄຟ​ອັນ​ຮ້ອນກ້າ, ໄດ້​ພົ້ນ​ຈາກ​ຄົມ​ດາບ​ຂອງ​ຄູ່​ຕໍ່ສູ້. ເຖິງ​ແມ່ນ​ວ່າ​ພວກເພິ່ນ​ອ່ອນແອ, ແຕ່​ພວກເພິ່ນ​ກໍ​ກັບ​ກາຍເປັນ​ຄົນ​ເຂັ້ມແຂງ, ມີ​ກຳລັງ​ຄວາມ​ສາມາດ​ອົງອາດ​ກ້າຫານ ແລະ​ໄດ້​ຕີ​ບັນດາ​ກອງທັບ​ຂອງ​ຊາວ​ຕ່າງ​ປະເທດ​ໃຫ້​ແຕກ​ໜີໄປ.


ສະນັ້ນ ພວກ​ຟີລິດສະຕິນ​ຈຶ່ງ​ພ່າຍແພ້​ໄປ ແລະ​ພຣະເຈົ້າຢາເວ​ກໍ​ບໍ່ໄດ້​ໃຫ້​ພວກເຂົາ ບຸກລຸກ​ເຂດແດນ​ຂອງ​ຊາວ​ອິດສະຣາເອນ​ອີກ ຕາບໃດ​ທີ່​ຊາມູເອນ​ຍັງ​ມີ​ຊີວິດ​ຢູ່.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka