Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 7:9 - ພຣະຄຳພີສັກສິ

9 ເຮົາ​ໄດ້​ຢູ່​ນຳ​ເຈົ້າ​ທຸກທີ່​ທຸກບ່ອນ​ທີ່​ເຈົ້າ​ໄປ ແລະ​ເຮົາ​ໄດ້​ໃຫ້​ສັດຕູ​ທັງຫລາຍ​ຂອງ​ເຈົ້າ​ພ່າຍແພ້​ໃນ​ຂະນະທີ່​ເຈົ້າ​ບຸກໜ້າ​ເຂົ້າ​ໄປ. ເຮົາ​ຈະ​ສ້າງ​ເຈົ້າ​ໃຫ້​ເປັນ​ຜູ້​ມີ​ຊື່ສຽງ ດັ່ງ​ບັນດາ​ຜູ້ນຳ​ຄົນ​ຍິ່ງໃຫຍ່​ທີ່ສຸດ​ໃນ​ໂລກ.

Uka jalj uñjjattʼäta Copia luraña




2 ຊາມູເອນ 7:9
23 Jak'a apnaqawi uñst'ayäwi  

ເຮົາ​ຈະ​ໃຫ້​ເຈົ້າ​ມີ​ເຊື້ອສາຍ​ຫລາຍ ແລະ​ພວກເຂົາ​ຈະ​ກາຍເປັນ​ຊົນຊາດ​ໃຫຍ່. ເຮົາ​ຈະ​ອວຍພອນ​ເຈົ້າ ແລະ​ໃຫ້​ເຈົ້າ​ມີ​ຊື່ສຽງ ແລະ​ເຈົ້າ​ຈະ​ໄດ້​ເປັນ​ທໍ່​ພຣະພອນ​ໃຫ້​ແກ່​ຊົນຊາດ​ອື່ນໆ​ເທິງ​ແຜ່ນດິນ​ໂລກ.


ເມື່ອ​ພຣະເຈົ້າຢາເວ​ໄດ້​ຊ່ວຍ​ໃຫ້​ກະສັດ​ດາວິດ​ພົ້ນ​ຈາກ​ເງຶ້ອມມື​ຂອງ​ເຫຼົ່າ​ສັດຕູ​ອື່ນໆ​ຂອງ​ເພິ່ນ ແລະ​ພົ້ນ​ຈາກ​ເງຶ້ອມມື​ຂອງ​ໂຊນ​ນັ້ນ ກະສັດ​ດາວິດ​ໄດ້​ຮ້ອງເພງ​ນີ້​ຖວາຍ​ແກ່​ພຣະເຈົ້າຢາເວ:


ພຣະອົງ​ຊູ​ກຳລັງ​ຂ້ານ້ອຍ​ໂຈມຕີ​ສັດຕູ ແລະ​ໃຫ້​ຊະນະ​ໜ່ວຍ​ປ້ອງກັນ​ເຂົາເຈົ້າ.


ຂ້ານ້ອຍ​ທຳລາຍ​ພວກເຂົາ​ໃຫ້​ໝຸ່ນ​ໝົດ ຂ້ານ້ອຍ​ຢຽບ​ພວກເຂົາ​ຄື​ຢຽບ​ຂີ້ຕົມ​ຕາມ​ທາງຍ່າງ.


ກະສັດ​ດາວິດ​ເປັນ​ລູກຊາຍ​ຂອງ​ເຢຊີ. ເພິ່ນ​ເປັນ​ຜູ້​ທີ່​ພຣະເຈົ້າ​ໄດ້​ສ້າງ​ຂຶ້ນ​ໃຫ້​ເປັນ​ຜູ້​ຍິ່ງໃຫຍ່ ເປັນ​ຜູ້​ທີ່​ພຣະເຈົ້າ​ຂອງ​ຢາໂຄບ​ເຈີມ​ຕັ້ງ​ໃຫ້​ເປັນ​ກະສັດ ແລະ​ໃຫ້​ປະພັນ​ເພງ​ອັນ​ອອນຊອນ​ສຳລັບ​ຊາດ​ອິດສະຣາເອນ. ຕໍ່ໄປນີ້​ແມ່ນ​ຖ້ອຍຄຳ​ຄັ້ງ​ສຸດທ້າຍ​ຂອງ​ກະສັດ​ດາວິດ:


ເພິ່ນ​ມີ​ອຳນາດ​ເຂັ້ມແຂງ​ຂຶ້ນ​ຕະຫລອດ​ມາ ເພາະ​ພຣະເຈົ້າຢາເວ ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ສະຖິດ​ຢູ່​ກັບ​ເພິ່ນ.


ກະສັດ​ດາວິດ​ມີ​ຊື່ສຽງ​ໂດ່ງດັງ​ຫລາຍ​ຂຶ້ນ ຫລັງຈາກ​ທີ່​ເພິ່ນ​ໄດ້​ກັບຄືນ​ມາ​ຈາກ​ບ່ອນ​ທີ່​ເພິ່ນ​ໄດ້​ຂ້າ​ຊາວ​ເອໂດມ​ສິບແປດພັນ​ຄົນ ທີ່​ຮ່ອມພູ​ເກືອ.


ເພິ່ນ​ໄດ້​ຕັ້ງ​ຄ້າຍ​ທະຫານ​ຕ່າງໆ ໄວ້​ຢູ່​ທົ່ວ​ເຂດແດນ​ຂອງ​ເອໂດມ ແລະ​ປະຊາຊົນ​ຕາມ​ບ່ອນ​ເຫຼົ່ານີ້​ກໍ​ຕົກ​ຢູ່​ໃຕ້​ອຳນາດ​ຂອງ​ເພິ່ນ. ພຣະເຈົ້າຢາເວ​ໄດ້​ຊ່ວຍ​ໃຫ້​ກະສັດ​ດາວິດ​ໄດ້​ຮັບ​ໄຊຊະນະ​ໃນ​ທຸກບ່ອນ​ທີ່​ເພິ່ນ​ໄປ​ສູ້ຮົບ.


ແລ້ວ​ເພິ່ນ​ກໍໄດ້​ຕັ້ງ​ຄ້າຍ​ທະຫານ​ໄວ້​ໃນ ດິນແດນ​ຂອງ​ພວກເຂົາ. ຊາວ​ຊີເຣຍ​ຈຶ່ງ​ຕົກ​ຢູ່​ໃຕ້​ອຳນາດ​ຂອງ​ກະສັດ​ດາວິດ ແລະ​ຍອມ​ເສຍສ່ວຍ​ໃຫ້​ເພິ່ນ. ພຣະເຈົ້າຢາເວ​ຊ່ວຍ​ໃຫ້​ກະສັດ​ດາວິດ​ໄດ້​ຮັບ​ໄຊຊະນະ​ໃນ​ທຸກບ່ອນ​ທີ່​ເພິ່ນ​ໄປ​ສູ້ຮົບ.


ເຮົາ​ໄດ້​ຢູ່​ກັບ​ເຈົ້າ​ທຸກ​ທີ່​ທຸກບ່ອນ​ທີ່​ເຈົ້າ​ໄປ ແລະ​ໄດ້​ເອົາ​ຊະນະ​ສັດຕູ​ທັງຫລາຍ​ຂອງ​ເຈົ້າ ເມື່ອ​ເຈົ້າ​ບຸກໜ້າ​ເຂົ້າ​ໄປ. ເຮົາ​ຈະ​ສ້າງ​ເຈົ້າ​ໃຫ້​ມີ​ຊື່ສຽງ ແລະ​ເປັນ​ຜູ້ນຳ​ຄົນ​ຍິ່ງໃຫຍ່​ທີ່ສຸດ​ໃນ​ໂລກ.


ພຣະພອນ​ນັ້ນ​ກໍ​ດຳລົງ​ຢູ່​ກັບ​ເພິ່ນ​ຕະຫລອດໄປ ເພິ່ນ​ຊົມຊື່ນ​ຍິນດີ​ທີ່ສຸດ​ເມື່ອ​ຢູ່​ຊ້ອງໜ້າ​ພຣະເຈົ້າ.


ເຮົາ​ຈະ​ຢຽບຢໍ່າ​ທຳລາຍ​ພວກ​ສັດຕູ​ຂອງ​ລາວ ແລະ​ຂ້າ​ທຸກໆຄົນ​ທີ່​ກຽດຊັງ​ລາວ​ຖິ້ມ.


ພຣະອົງ​ຊົງ​ປົດ​ຜູ້ປົກຄອງ​ຜູ້​ມີ​ອຳນາດ ລົງ​ຈາກ​ບ່ອນ​ນັ່ງ ແລະ​ໄດ້​ຊົງ​ຍົກ​ຜູ້​ຕໍ່າຕ້ອຍ​ຂຶ້ນ.


ພຣະເຈົ້າຢາເວ​ສະຖິດ​ຢູ່​ກັບ​ໂຢຊວຍ ແລະ​ຊື່ສຽງ​ຂອງ​ເພິ່ນ​ກໍ​ຊ່າລື​ໄປ​ທົ່ວ​ທັງ​ດິນແດນ.


ລາວ​ໄດ້​ປະຕິບັດ​ສຳເລັດ​ໜ້າທີ່​ທຸກຢ່າງ ເພາະ​ພຣະເຈົ້າຢາເວ​ສະຖິດ​ຢູ່​ກັບ​ລາວ.


ພວກ​ຟີລິດສະຕິນ​ໄດ້​ຍົກທັບ​ມາ​ຕໍ່ສູ້ ແຕ່​ໃນ​ການ​ສູ້ຮົບ​ທຸກ​ເທື່ອ ດາວິດ​ຕີ​ຊະນະ​ຂ້າເສິກ​ໄດ້​ຢ່າງ​ມີ​ປະສິດ​ທິພາບ​ຫລາຍກວ່າ​ນາຍ​ທະຫານ​ຄົນອື່ນໆ​ຂອງ​ກະສັດ​ໂຊນ. ຜົນ​ກໍ​ຄື​ດາວິດ​ໄດ້​ກາຍເປັນ​ຜູ້​ມີ​ຊື່ສຽງ​ຫລາຍ.


ພຣະອົງ​ຍົກ​ຄົນ​ຍາກຈົນ​ຂຶ້ນ​ຈາກ​ຂີ້ຝຸ່ນ​ດິນ ແລະ​ຊ່ວຍຊູ​ຄົນ​ຂັດສົນ ຈາກ​ຄວາມ​ລຳບາກ. ພຣະອົງ​ໃຫ້​ເຂົາ​ເປັນ​ເພື່ອນ​ກັບ​ບັນດາ​ເຈົ້າຊາຍ ແລະ​ໃຫ້​ນັ່ງ​ລົງ​ໃນ​ບ່ອນ​ທີ່​ມີ​ກຽດ. ຮາກຖານ​ແຜ່ນດິນ​ໂລກ​ເປັນ​ຂອງ​ພຣະເຈົ້າຢາເວ​ໃດ ເທິງ​ນັ້ນ​ເອງ​ທີ່​ພຣະອົງ​ໄດ້​ສ້າງ​ໂລກ​ມະນຸດ.


ກະສັດ​ໂຊນ​ກັບ​ລູກຊາຍ​ສາມ​ຄົນ​ພ້ອມ​ທັງ​ຊາຍໜຸ່ມ​ຜູ້​ທີ່​ຖື​ດາບ​ໃຫ້​ເພິ່ນ​ນັ້ນ ໄດ້​ຕາຍໄປ​ຢ່າງນີ້​ແຫລະ ຄົນ​ຂອງ​ໂຊນ​ທຸກຄົນ​ໄດ້​ຕາຍໄປ​ໃນ​ວັນ​ນັ້ນ.


ເມື່ອ​ເປັນ​ເຊັ່ນນີ້ ພວກເຂົາ​ຈຶ່ງ​ສົ່ງ​ຫີບ​ຂອງ​ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ​ໄປ​ທີ່​ເມືອງ​ເອັກໂຣນ ຊຶ່ງ​ເປັນ​ເມືອງ​ຂອງ​ພວກ​ຟີລິດສະຕິນ​ອີກ​ເມືອງ​ໜຶ່ງ. ເມື່ອ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າ​ນັ້ນ​ມາ​ເຖິງ​ເມືອງ​ນີ້​ແລ້ວ ປະຊາຊົນ​ກໍ​ພາກັນ​ຮ້ອງ​ຂຶ້ນ​ວ່າ, “ພວກເຂົາ​ໄດ້​ນຳ​ເອົາ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ​ມາ​ທີ່​ນີ້ ເພື່ອ​ໝາຍ​ຈະ​ຂ້າ​ພວກເຮົາ​ແລະ​ປະຊາຊົນ​ຂອງ​ພວກເຮົາ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka