2 ຊາມູເອນ 7:8 - ພຣະຄຳພີສັກສິ8 ດັ່ງນັ້ນ ຈົ່ງບອກດາວິດຜູ້ຮັບໃຊ້ຂອງເຮົາວ່າ, ‘ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ບອກລາວວ່າ, ເຈົ້າເປັນຄົນລ້ຽງແກະຕາມທົ່ງນາ ແລະເຮົາໄດ້ເອົາເຈົ້າມາເປັນຜູ້ປົກຄອງຊາວອິດສະຣາເອນປະຊາຊົນຂອງເຮົາ. Uka jalj uñjjattʼäta |
ໂຊໂລໂມນຕອບວ່າ, “ພຣະອົງໄດ້ສຳແດງຄວາມຮັກອັນຍິ່ງໃຫຍ່ຕໍ່ກະສັດດາວິດພໍ່ຂອງຂ້ານ້ອຍ ຜູ້ຮັບໃຊ້ຂອງພຣະອົງເລື້ອຍມາ. ພໍ່ຂອງຂ້ານ້ອຍເປັນຄົນດີ, ຈົງຮັກພັກດີ ແລະສັດຊື່ຕໍ່ຄວາມສຳພັນທີ່ມີກັບພຣະອົງ. ພຣະອົງສືບຕໍ່ສຳແດງຄວາມຮັກອັນຍິ່ງໃຫຍ່ແລະໝັ້ນຄົງຕໍ່ເພິ່ນ ໂດຍໃຫ້ເພິ່ນມີລູກຊາຍເປັນຜູ້ປົກຄອງສືບແທນເພິ່ນໃນວັນນີ້.
ແລ້ວຊາມູເອນກໍເອົາເຕົ້ານໍ້າມັນໝາກກອກເທດຖອກໃສ່ຫົວໂຊນ ແລະຈູບລາວ ແລະກ່າວວ່າ, “ພຣະເຈົ້າຢາເວໄດ້ຫົດສົງເຈົ້າໃຫ້ເປັນຜູ້ປົກຄອງຊາວອິດສະຣາເອນປະຊາຊົນຂອງພຣະອົງ. ເຈົ້າຈະປົກຄອງປະຊາຊົນຂອງພຣະເຈົ້າຢາເວ ແລະຊ່ວຍພວກເຂົາໃຫ້ພົ້ນຈາກສັດຕູທັງປວງຂອງພວກເຂົາ. ຂໍ້ພິສູດທີ່ພຣະເຈົ້າຢາເວໄດ້ເລືອກເອົາເຈົ້າ ໃຫ້ຂຶ້ນເປັນຜູ້ປົກຄອງປະຊາຊົນຂອງພຣະອົງ ແມ່ນດັ່ງນີ້:
“ມື້ອື່ນ ໃນເວລາດຽວກັນນີ້ ເຮົາຈະສົ່ງຄົນໜຶ່ງຈາກເຜົ່າເບັນຢາມິນມາຫາເຈົ້າ; ຈົ່ງເອົານໍ້າມັນສັກສິດຫົດສົງລາວໃຫ້ເປັນກະສັດ ເພື່ອປົກຄອງປະຊາຊົນອິດສະຣາເອນຂອງເຮົາ; ແລະລາວຈະຊ່ວຍກອບກູ້ເອົາພວກເຂົາໃຫ້ພົ້ນຈາກພວກຟີລິດສະຕິນ. ເຮົາໄດ້ເຫັນຄວາມທົນທຸກຂອງພວກເຂົາ ແລະໄດ້ຍິນສຽງຮ້ອງຂໍໃຫ້ຊ່ວຍເຫລືອຂອງພວກເຂົາ.”