7 ຕະຫລອດເວລາທີ່ເຮົາເດີນທາງໄປກັບຊາວອິດສະຣາເອນນັ້ນ ເຮົາບໍ່ໄດ້ຖາມພວກຜູ້ປົກຄອງ ຄົນໃດຄົນໜຶ່ງທີ່ເຮົາໄດ້ແຕ່ງຕັ້ງນັ້ນວ່າ ເຫດໃດພວກເຂົາຈຶ່ງບໍ່ສ້າງພຣະວິຫານດ້ວຍໄມ້ແປກໃຫ້ເຮົາຢູ່.’
ໃນອະດີດເມື່ອກະສັດໂຊນຍັງເປັນກະສັດຢູ່ນັ້ນ ທ່ານເອງກໍໄດ້ນຳພາປະຊາຊົນອິດສະຣາເອນອອກສູ່ສະໜາມຮົບ ແລະພຣະເຈົ້າຢາເວໄດ້ກ່າວກັບທ່ານວ່າ, ‘ທ່ານຈະເປັນຜູ້ນຳ ແລະຜູ້ປົກຄອງປະຊາຊົນຂອງພຣະອົງ.”’
ໃນອະດີດທີ່ຜ່ານມາ ເຖິງແມ່ນໂຊນຍັງເປັນກະສັດຢູ່ ເພິ່ນກໍໄດ້ນຳພາປະຊາຊົນອິດສະຣາເອນອອກສູ້ຮົບ ແລະພຣະເຈົ້າຢາເວ ພຣະເຈົ້າຂອງເພິ່ນໄດ້ສັນຍາກັບເພິ່ນໃຫ້ນຳພາປະຊາຊົນຂອງພຣະອົງ ແລະເປັນຜູ້ປົກຄອງຂອງພວກເຂົາ.”
ຕະຫລອດການເດີນທາງໄປກັບປະຊາຊົນຊາດອິດສະຣາເອນນັ້ນ ເຮົາບໍ່ເຄີຍເອີ່ຍປາກຖາມພວກຜູ້ນຳຜູ້ໃດຜູ້ໜຶ່ງທີ່ເຮົາໄດ້ແຕ່ງຕັ້ງນັ້ນວ່າ ເປັນຫຍັງພວກເຂົາຈຶ່ງບໍ່ສ້າງວິຫານທີ່ເຮັດດ້ວຍໄມ້ສົນສີດາໃຫ້ເຮົາຢູ່.’
ພຣະອົງຈະລ້ຽງແກະຂອງພຣະອົງດັ່ງຄົນລ້ຽງແກະຜູ້ໜຶ່ງ ພຣະອົງຈະເຕົ້າໂຮມລູກແກະທຸກໂຕໄວ້ ແລະອູ້ມເຂົາໄວ້ຢູ່ໃນອ້ອມກອດຂອງພຣະອົງ ຈະນຳລູກແກະ ແມ່ແກະເຫຼົ່ານັ້ນຢ່າງອ່ອນໂຍນ.
ພຣະເຈົ້າຢາເວກ່າວວ່າ, “ສະຫວັນເປັນບັນລັງຂອງເຮົາ ແລະແຜ່ນດິນໂລກເປັນທີ່ຮອງຕີນຂອງເຮົາ. ແລ້ວພວກເຈົ້າຈະສ້າງຫໍໂຮງຊະນິດໃດສຳລັບເຮົາ ຈະສ້າງວັງຊະນິດໃດໃຫ້ເຮົາຢູ່?
ເຮົາຈະແຕ່ງຕັ້ງໃຫ້ມີຜູ້ລ້ຽງດູພວກເຂົາ. ປະຊາຊົນຂອງເຮົາຈະບໍ່ຢ້ານ ຫລືສະທ້ານຕົກໃຈກົວອີກຕໍ່ໄປ ແລະເຮົາກໍຈະບໍ່ລົງໂທດພວກເຂົາອີກ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫລະ.
ເຮົາຈະໃຫ້ພວກເຈົ້າມີພວກຜູ້ປົກຄອງທີ່ເຊື່ອຟັງເຮົາ ແລະເຂົາຈະປົກຄອງພວກເຈົ້າດ້ວຍສະຕິປັນຍາ ແລະຄວາມເຂົ້າໃຈ.
ເຮົາຈະເປັນຜູ້ລ້ຽງແກະຂອງເຮົາເອງ ແລະເຮົາຈະຊອກຫາບ່ອນໃຫ້ພວກເຂົາພັກຜ່ອນ. ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ແຫຼະ.
“ມະນຸດເອີຍ ຈົ່ງປະນາມບັນດາພວກຜູ້ລ້ຽງແກະຂອງຊາດອິດສະຣາເອນ. ຈົ່ງປະກາດສູ່ພວກເຂົາຟັງ ແລະບອກສິ່ງທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວແກ່ພວກເຂົາດັ່ງນີ້: ເຄາະກຳເປັນຂອງພວກເຈົ້າສາແລ້ວ ພວກເຈົ້າຜູ້ລ້ຽງແກະຂອງຊາດອິດສະຣາເອນເອີຍ ພວກເຈົ້າດູແລຕົນເອງແຕ່ບໍ່ໄດ້ດູແລຝູງແກະເລີຍ.
ເຮົາຈະມອບກະສັດຜູ້ໜຶ່ງໃຫ້ພວກເຂົາ ຄືດາວິດຜູ້ເປັນຜູ້ຮັບໃຊ້ຂອງເຮົາ ໃຫ້ເປັນຜູ້ລ້ຽງແຕ່ຜູ້ດຽວຂອງພວກເຂົາ ແລະລາວຈະເປັນຜູ້ລ້ຽງຂອງພວກເຂົາ.
ເວລາຜູ້ນັ້ນມາ ເພິ່ນຈະປົກຄອງປະຊາຊົນຂອງເພິ່ນດ້ວຍກຳລັງ ຊຶ່ງມາຈາກພຣະເຈົ້າຢາເວ ແລະດ້ວຍສະຫງ່າຣາສີແຫ່ງພຣະນາມຂອງພຣະເຈົ້າຢາເວ ພຣະເຈົ້າຂອງຕົນ. ປະຊາຊົນຂອງພຣະອົງຈະຢູ່ຢ່າງປອດໄພ ເພາະປະຊາຊົນໝົດທັງໂລກຈະຮັບຮູ້ຄວາມຍິ່ງໃຫຍ່ຂອງເພິ່ນ
‘ເບັດເລເຮັມໃນດິນແດນຢູດາຍເອີຍ, ເຈົ້າກໍບໍ່ແມ່ນຜູ້ເລັກນ້ອຍທີ່ສຸດ ໃນບັນດາເມືອງໃຫຍ່ໆຂອງຢູດາຍ ເພາະຜູ້ນຳຄົນໜຶ່ງຈະມາຈາກເຈົ້າ ຜູ້ທີ່ຈະມາປົກຄອງປະຊາຊົນຂອງເຮົາ ຄື ຊາວອິດສະຣາເອນ.”’
ທ່ານທັງຫລາຍ ຈົ່ງລະວັງຕົວເອງໃຫ້ດີ ແລະເຝົ້າຮັກສາຝູງແກະ ທີ່ພຣະວິນຍານບໍຣິສຸດເຈົ້າໄດ້ມອບໄວ້ໃຫ້ພວກທ່ານເປັນຜູ້ດູແລ, ຈົ່ງບຳລຸງລ້ຽງຄຣິສຕະຈັກຂອງພຣະເຈົ້າ ທີ່ພຣະອົງເປັນເຈົ້າຂອງ ໂດຍພຣະບຸດໄດ້ຊົງໄຖ່ມາດ້ວຍພຣະໂລຫິດຂອງພຣະອົງເອງ.
ພວກເຂົາຮ້ອງຂຶ້ນວ່າ, “ຊ່ວຍແດ່ ຊາວອິດສະຣາເອນເອີຍ ຄົນນີ້ແຫຼະ ໄປທຸກທີ່ທຸກບ່ອນໄດ້ສັ່ງສອນທຸກຄົນໃຫ້ຕໍ່ສູ້ປະຊາຊົນອິດສະຣາເອນ, ກົດບັນຍັດຂອງໂມເຊ ແລະພຣະວິຫານນີ້ ແລະບັດນີ້ ລາວຍັງບັງອາດນຳເອົາຄົນຕ່າງຊາດເຂົ້າມາໃນບໍລິເວນພຣະວິຫານ ແລະເຮັດໃຫ້ບ່ອນສັກສິດນີ້ເສື່ອມເສຍ.” (
ຈົ່ງຮັກສາຄ້າຍພັກຂອງພວກເຈົ້າໃຫ້ປາສະຈາກມົນທິນຕາມກົດບັນຍັດ ເພາະພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າສະຖິດຢູ່ໃນຄ້າຍນັ້ນເພື່ອຄຸ້ມຄອງພວກເຈົ້າ ແລະໃຫ້ພວກເຈົ້າມີໄຊຊະນະຕໍ່ຂ້າເສິກສັດຕູ. ຢ່າເຮັດສິ່ງໃດສິ່ງໜຶ່ງທີ່ໜ້າເປິເປື້ອນ ຊຶ່ງເປັນເຫດໃຫ້ພຣະອົງປິ່ນໜ້າໜີຈາກພວກເຈົ້າ.”
ເຫດສະນັ້ນ ຂ້າພະເຈົ້າໃນຖານະທີ່ເປັນເຖົ້າແກ່ຄົນໜຶ່ງ ຜູ້ເປັນພະຍານເຖິງຄວາມທົນທຸກຂອງພຣະຄຣິດ ແລະມີສ່ວນໃນສະຫງ່າຣາສີ ທີ່ຈະມາປາກົດພາຍຫຼັງ ຈຶ່ງຂໍເຕືອນພວກເຖົ້າແກ່ໃນທ່າມກາງພວກເຈົ້າວ່າ,