Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 7:6 - ພຣະຄຳພີສັກສິ

6 ນັບ​ແຕ່​ເວລາ​ທີ່​ເຮົາ​ໄດ້​ນຳ​ປະຊາຊົນ​ອິດສະຣາເອນ ອອກ​ມາ​ຈາກ​ປະເທດ​ເອຢິບ​ຈົນເຖິງ​ດຽວ​ນີ້ ເຮົາ​ບໍ່ໄດ້​ຢູ່​ໃນ​ວິຫານ​ເລີຍ. ເຮົາ​ໄດ້​ເດີນທາງ​ໄປມາ​ເລື້ອຍ​ໂດຍ​ອາໄສ​ຢູ່​ໃນ​ຫໍເຕັນ​ແລະ​ຫໍເຕັນ​ສັກສິດ.

Uka jalj uñjjattʼäta Copia luraña




2 ຊາມູເອນ 7:6
15 Jak'a apnaqawi uñst'ayäwi  

ອູຣິຢາ​ຕອບ​ວ່າ, “ຫີບ​ພັນທະສັນຍາ, ທະຫານ​ອິດສະຣາເອນ ແລະ​ຊາວ​ຢູດາ​ຢູ່​ຍັງ​ໃນ​ສະໜາມຮົບ; ໂຢອາບ​ຜູ້​ບັນຊາການ​ຂອງ​ຂ້ານ້ອຍ ແລະ​ພວກ​ນາຍ​ທະຫານ​ຍັງ​ຕັ້ງ​ຄ້າຍພັກ​ຢູ່​ທີ່​ນອກເມືອງ; ເຫດໃດ​ຂ້ານ້ອຍ​ຈຶ່ງ​ຈະ​ກັບ​ເມືອ​ເຮືອນ, ກິນ​ດື່ມ ແລະ​ນອນ​ນຳ​ເມຍ​ໄດ້? ຕາບໃດ​ທີ່​ກະສັດ​ຍັງ​ມີ​ຊີວິດ​ຢູ່ ແລະ​ຕາບໃດ​ວິນຍານ​ຂອງ​ກະສັດ​ມີ​ຊີວິດ​ຢູ່ ຂ້ານ້ອຍ​ຈະ​ບໍ່​ເຮັດ​ຢ່າງ​ນັ້ນ​ເລີຍ.”


‘ຕັ້ງແຕ່​ຄາວ​ທີ່​ເຮົາ​ໄດ້​ນຳ​ປະຊາຊົນ​ຂອງເຮົາ​ອອກ​ມາ​ຈາກ​ປະເທດ​ເອຢິບ​ນັ້ນ ເຮົາ​ບໍ່ໄດ້​ເລືອກເອົາ​ເມືອງ​ໃດໆ​ໃນ​ດິນແດນ​ທັງໝົດ​ຂອງ​ຊາດ​ອິດສະຣາເອນ ເປັນ​ບ່ອນ​ສ້າງ​ພຣະວິຫານ​ເພື່ອ​ໃຫ້​ມະນຸດ​ນະມັດສະການ​ເຮົາ. ແຕ່​ເຮົາ​ໄດ້​ເລືອກເອົາ​ດາວິດ​ໃຫ້​ເປັນ​ຜູ້ປົກຄອງ​ປະຊາຊົນ​ຂອງເຮົາ.”’


ເມື່ອ​ຢູ່​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ນັ້ນ ບັນພະບຸລຸດ​ຂອງ​ພວກເຮົາ​ໄດ້​ມີ​ຜ້າເຕັນ​ແຫ່ງ​ຄຳ​ພະຍານ ບ່ອນ​ທີ່​ພຣະເຈົ້າ​ສະຖິດ​ຢູ່​ນຳ​ພວກເຂົາ ພວກເຂົາ​ໄດ້​ເຮັດ​ຫໍເຕັນ ຕາມ​ທີ່​ພຣະເຈົ້າ​ໄດ້​ບອກ​ໂມເຊ​ໃຫ້​ເຮັດ​ຕາມ​ແບບ​ແຜນ​ທີ່​ພຣະເຈົ້າ​ໄດ້​ສຳແດງ​ໃຫ້​ໂມເຊ​ຮູ້.


ວິຫານ​ຂອງ​ພຣະເຈົ້າ​ຈະ​ຕົກລົງ​ກັບ​ຮູບເຄົາຣົບ​ໄດ້​ຢ່າງ​ໃດ? ດ້ວຍວ່າ, ພວກເຮົາ​ເປັນ​ວິຫານ​ຂອງ​ພຣະເຈົ້າ​ອົງ​ຊົງ​ຊີວິດ​ຢູ່ ດັ່ງ​ທີ່​ພຣະເຈົ້າ​ໄດ້​ກ່າວ​ໄວ້​ວ່າ, “ເຮົາ​ຈະ​ສະຖິດ​ຢູ່​ໃນ​ພວກເຂົາ ແລະ​ຈະ​ດຳເນີນ​ຢູ່​ໃນ​ທ່າມກາງ​ພວກເຂົາ, ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ ແລະ​ພວກເຂົາ​ຈະ​ເປັນ​ໄພ່ພົນ​ຂອງເຮົາ.”


ຈົ່ງ​ຮັກສາ​ຄ້າຍພັກ​ຂອງ​ພວກເຈົ້າ​ໃຫ້​ປາສະຈາກ​ມົນທິນ​ຕາມ​ກົດບັນຍັດ ເພາະ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ສະຖິດ​ຢູ່​ໃນ​ຄ້າຍ​ນັ້ນ​ເພື່ອ​ຄຸ້ມຄອງ​ພວກເຈົ້າ ແລະ​ໃຫ້​ພວກເຈົ້າ​ມີ​ໄຊຊະນະ​ຕໍ່​ຂ້າເສິກ​ສັດຕູ. ຢ່າ​ເຮັດ​ສິ່ງໃດ​ສິ່ງໜຶ່ງ​ທີ່​ໜ້າ​ເປິເປື້ອນ ຊຶ່ງ​ເປັນ​ເຫດ​ໃຫ້​ພຣະອົງ​ປິ່ນ​ໜ້າ​ໜີ​ຈາກ​ພວກເຈົ້າ.”


ຫລັງຈາກ​ທີ່​ພວກ​ອິດສະຣາເອນ​ຢຶດຄອງ​ດິນແດນ​ໄດ້​ແລ້ວ ພວກເຂົາ​ໄດ້​ມາ​ເຕົ້າໂຮມ​ກັນ​ທີ່​ເມືອງ​ຊີໂລ ແລະ​ຕັ້ງ​ຫໍເຕັນ​ບ່ອນ​ຊຸມນຸມ​ໃນທີ່ນັ້ນ.


“ຈົ່ງ​ຂຽນ​ໄປ​ຍັງ​ເທວະດາ​ຂອງ​ພຣະເຈົ້າ​ໃນ​ຄຣິສຕະຈັກ​ເມືອງ​ເອເຟໂຊ​ວ່າ, ຕໍ່ໄປນີ້​ແມ່ນ​ຖ້ອຍຄຳ​ຈາກ​ຜູ້​ທີ່​ຖື​ດາວ​ເຈັດ​ດວງ​ໃນ​ມື​ຂວາ ແລະ​ຜູ້​ທີ່​ຍ່າງ​ໄປມາ​ທ່າມກາງ​ຄັນ​ຕະກຽງ​ຄຳ​ເຈັດ​ອັນ:


(ໃນ​ຕອນນັ້ນ ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າ​ຢູ່​ທີ່​ເບັດເອນ ຊຶ່ງ​ຟີເນຮາ​ລູກຊາຍ​ຂອງ​ເອເລອາຊາ​ແລະ​ຫລານຊາຍ​ຂອງ​ອາໂຣນ​ເປັນ​ຜູ້​ກຳກັບ.) ຊາວ​ອິດສະຣາເອນ​ໄດ້ຖາມ​ພຣະເຈົ້າຢາເວ​ວ່າ, “ພວກ​ຂ້ານ້ອຍ​ຄວນ​ຈະ​ອອກ​ໄປ​ສູ້ຮົບ​ພວກ​ເບັນຢາມິນ ພີ່ນ້ອງ​ຂອງ​ພວກ​ຂ້ານ້ອຍ​ອີກ​ຫລື​ບໍ່? ຫລື​ໃຫ້​ຍອມ​ແພ້?” ພຣະເຈົ້າຢາເວ​ຕອບ​ວ່າ, “ຈົ່ງ​ອອກ​ໄປ​ສູ້ຮົບ ມື້ອື່ນ​ເຮົາ​ຈະ​ມອບ​ພວກເຂົາ​ໃຫ້​ຢູ່ໃນ​ມື​ຂອງ​ພວກເຈົ້າ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka