25 ຂ້າແດ່ພຣະເຈົ້າຢາເວພຣະເຈົ້າເອີຍ ບັດນີ້ ຂໍພຣະອົງເຮັດຕາມຄຳສັນຍາທີ່ພຣະອົງມີໄວ້ກັບຂ້ານ້ອຍ ແລະເຊື້ອສາຍຂອງຂ້ານ້ອຍດ້ວຍເທີ້ນ ແລະຂໍໃຫ້ເຮັດຕາມທີ່ພຣະອົງໄດ້ກ່າວໄວ້ນັ້ນດ້ວຍ.
ໂຜດຈົດຈຳຄຳສັນຍາທີ່ວ່າ ພຣະອົງຈະເຮັດທຸກສິ່ງໃຫ້ຜ່ານພົ້ນໄປໂດຍດີ ແລະໃຫ້ຂ້ານ້ອຍມີເຊື້ອສາຍຢ່າງຫລວງຫລາຍ ດັ່ງເມັດຊາຍທີ່ແຄມທະເລຊຶ່ງບໍ່ອາດນັບໄດ້.”
ຂ້າແດ່ພຣະເຈົ້າຢາເວ ພຣະອົງໄດ້ກະທຳໃຫ້ຊາດອິດສະຣາເອນ ເປັນປະຊາຊົນຂອງພຣະອົງຕະຫລອດໄປ ແລະພຣະອົງກໍເປັນພຣະເຈົ້າຂອງພວກເຂົາ.
ຊື່ສຽງຂອງພຣະອົງຈະຍິ່ງໃຫຍ່ ແລະຄົນຕ່າງກໍຈະເວົ້າກັນຕະຫລອດໄປວ່າ, ‘ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ເປັນພຣະເຈົ້າຂອງຊາດອິດສະຣາເອນ.’ ພຣະອົງຈະສະຫງວນເຊື້ອສາຍຂອງຂ້ານ້ອຍໄວ້ສືບໄປ.
‘ຖ້າເຈົ້າປະຕິບັດຕາມ ພຣະເຈົ້າຢາເວຈະຮັກສາຖ້ອຍຄຳຂອງພຣະອົງທີ່ພຣະອົງໄດ້ເຮັດໄວ້ ເມື່ອພຣະອົງໄດ້ກ່າວວ່າ ລູກຫລານຂອງພໍ່ຈະປົກຄອງຊາດອິດສະຣາເອນຕໍ່ໄປ ຕາບໃດທີ່ພວກເຂົາຕັ້ງໜ້າເຊື່ອຟັງຂໍ້ຄຳສັ່ງຂອງພຣະອົງ ຢ່າງສັດຊື່ແລະດ້ວຍສຸດຈິດສຸດໃຈ.’
ສະນັ້ນ ພຣະເຈົ້າຂອງຊາດອິດສະຣາເອນເອີຍ ບັດນີ້ ໂຜດໃຫ້ທຸກສິ່ງເປັນຈິງ ຕາມທີ່ພຣະອົງໄດ້ສັນຍາໄວ້ກັບກະສັດດາວິດພໍ່ຂອງຂ້ານ້ອຍ ຜູ້ຮັບໃຊ້ຂອງພຣະອົງດ້ວຍເທີ້ນ.
ດັ່ງນັ້ນ ບັດນີ້ ພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນເອີຍ ໂຜດໃຫ້ທຸກສິ່ງເປັນຈິງຕາມທີ່ພຣະອົງໄດ້ສັນຍາໄວ້ກັບດາວິດ ຄົນຮັບໃຊ້ຂອງພຣະອົງເທີ້ນ.
ຂໍຊົງໂຜດຮັກສາກົດບັນຍັດໄວ້ກັບຜູ້ຮັບໃຊ້ຂອງພຣະອົງ ຄືຄຳສັນຍາທີ່ຊົງມີໄວ້ກັບຜູ້ທີ່ເຊື່ອຟັງພຣະອົງ.
ຂໍຊົງໂຜດຈື່ຈຳພຣະສັນຍາທີ່ມີກັບຜູ້ຮັບໃຊ້ຂອງພຣະອົງ ຊຶ່ງໃຫ້ຄວາມຫວັງແກ່ຂ້ານ້ອຍໄດ້.
ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວວ່າ, ‘ອີກຄັ້ງໜຶ່ງ ເຮົາຈະໃຫ້ຊາວອິດສະຣາເອນ ຂໍຄວາມຊ່ວຍເຫລືອຈາກເຮົາ; ແລະເຮົາຈະໃຫ້ພວກເຂົາເພີ່ມຂຶ້ນເປັນຈຳນວນພົນອັນຫລວງຫລາຍ ດັ່ງຝູງແກະ.
ເອນການາຕອບວ່າ, “ຈົ່ງເຮັດຕາມທີ່ເຈົ້າຄິດວ່າດີແລະຢູ່ເຮືອນຈົນກວ່າລູກເຊົານົມ ຂໍພຣະເຈົ້າຢາເວເຮັດໃຫ້ຄຳສັນຍາຂອງເຈົ້າ ເປັນຄວາມຈິງເທີ້ນ.” ດັ່ງນັ້ນ ນາງຮັນນາຈຶ່ງຢູ່ເຮືອນລ້ຽງລູກຂອງຕົນ.