Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 7:23 - ພຣະຄຳພີສັກສິ

23 ໃນ​ໂລກນີ້​ບໍ່ມີ​ຊົນຊາດ​ໃດ​ເໝືອນ​ຊາດ​ອິດສະຣາເອນ ຊຶ່ງ​ພຣະອົງ​ໄດ້​ຊົງ​ໄຖ່​ເອົາ​ມາ​ຈາກ​ການ​ເປັນ​ທາດຮັບໃຊ້​ເພື່ອ​ໃຫ້​ເປັນ​ຄົນ​ຂອງ​ພຣະອົງ. ຄວາມ​ຍິ່ງໃຫຍ່​ແລະ​ການ​ອັດສະຈັນ​ທີ່​ພຣະອົງ​ໄດ້​ກະທຳ​ໃຫ້​ພວກເຂົາ​ນັ້ນ ໄດ້​ນຳ​ຊື່ສຽງ​ຂອງ​ພຣະອົງ​ແຜ່​ໄປ​ທົ່ວ​ໂລກ. ພຣະອົງ​ໄດ້​ຂັບໄລ່​ຊົນຊາດ​ຕ່າງໆ ແລະ​ບັນດາ​ພະ​ຂອງ​ພວກເຂົາ​ອອກ​ໄປ ໃນ​ຂະນະທີ່​ປະຊາຊົນ​ຂອງ​ພຣະອົງ​ບຸກໜ້າ​ເຂົ້າ​ໄປ ຄື​ປະຊາຊົນ​ທີ່​ພຣະອົງ​ໄດ້​ປົດປ່ອຍ​ອອກ​ມາ​ຈາກ​ປະເທດ​ເອຢິບ ເພື່ອ​ໃຫ້​ເປັນ​ຂອງ​ພຣະອົງ.

Uka jalj uñjjattʼäta Copia luraña




2 ຊາມູເອນ 7:23
36 Jak'a apnaqawi uñst'ayäwi  

ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ໄດ້​ກະທຳ​ໃຫ້​ຊາດ​ອິດສະຣາເອນ ເປັນ​ປະຊາຊົນ​ຂອງ​ພຣະອົງ​ຕະຫລອດໄປ ແລະ​ພຣະອົງ​ກໍ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ.


ບໍ່ມີ​ຊົນຊາດ​ໃດ​ໃນ​ໂລກນີ້​ທີ່​ເປັນ​ດັ່ງ​ຊາດ​ອິດສະຣາເອນ ຄື​ເປັນ​ຊາດ​ທີ່​ພຣະເຈົ້າ​ໄດ້​ຊົງໄຖ່​ອອກ​ຈາກ​ການ​ເປັນ​ທາດຮັບໃຊ້ ເພື່ອ​ຍົກ​ພວກເຂົາ​ຂຶ້ນ​ເປັນ​ປະຊາຊົນ​ຂອງ​ພຣະອົງ. ພາລະກິດ​ອັນ​ຍິ່ງໃຫຍ່ ແລະ​ອັດສະຈັນ​ທີ່​ພຣະອົງ​ໄດ້​ເຮັດ​ເພື່ອ​ພວກເຂົາ​ນັ້ນ ເຮັດ​ໃຫ້​ຊື່ສຽງ​ຂອງ​ພຣະອົງ​ຊ່າລື​ໄປ​ທົ່ວ​ທັງ​ໂລກນີ້. ພຣະອົງ​ໄດ້​ຊົງໄຖ່​ເອົາ​ປະຊາຊົນ​ຂອງ​ພຣະອົງ​ອອກ​ມາ​ຈາກ​ປະເທດ​ເອຢິບ ແລະ​ໄດ້​ຂັບໄລ່​ຊົນຊາດ​ອື່ນ​ອອກ​ໜີ​ຕໍ່ໜ້າ​ປະຊາຊົນ​ຂອງ​ພຣະອົງ.


ຄົນ​ເຫຼົ່ານີ້​ເປັນ​ຜູ້ຮັບໃຊ້ ແລະ​ເປັນ​ປະຊາຊົນ​ຂອງ​ພຣະອົງ. ພຣະອົງ​ໄດ້​ຊ່ວຍກູ້​ເອົາ​ພວກເຂົາ ດ້ວຍ​ຣິດເດດ​ອັນ​ຍິ່ງໃຫຍ່​ແລະ​ດ້ວຍ​ກຳລັງ​ຂອງ​ພຣະອົງ.


ສິ່ງ​ທີ່​ພຣະອົງ​ໄດ້​ເຮັດ​ນັ້ນ ໜ້າ​ອັດສະຈັນ​ຫລາຍ ເປັນ​ສິ່ງ​ປະຫລາດ​ໃຈ​ທີ່​ເກີດຂຶ້ນ​ໃນ​ທະເລແດງ​ນັ້ນ


ພຣະອົງ​ມາ​ປົດປ່ອຍ​ແລະ​ຕັ້ງ​ພັນທະສັນຍາ ອັນ​ຕະຫລອດໄປ​ໄວ້​ກັບ​ເຂົາເຈົ້າ. ພຣະນາມ​ຂອງ​ພຣະອົງ​ກໍ​ບໍຣິສຸດ ແລະ​ໜ້າຢຳເກງ.


ພວກເຂົາ​ຈະ​ເວົ້າ​ເຖິງ​ຣິດອຳນາດ​ອັນ​ຍິ່ງໃຫຍ່​ທີ່​ພຣະອົງ​ໄດ້​ກະທຳ ແລະ​ຂ້ານ້ອຍ​ຈະ​ປະກາດ​ເຖິງ​ຣິດທານຸພາບ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ.


ພຣະອົງ​ບໍ່ໄດ້​ເຮັດ​ເຊັ່ນນີ້​ສຳລັບ​ຊົນຊາດ​ອື່ນໃດ ພວກເຂົາ​ຈຶ່ງ​ບໍ່ໄດ້​ຮູ້ຈັກ​ກົດບັນຍັດ. ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ​ເຖີດ.


ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຂ້ານ້ອຍ​ເອີຍ ພຣະອົງ​ໄດ້​ຊົງ​ກະທຳ​ຫລາຍ​ຢ່າງ​ສຳລັບ​ພວກ​ຂ້ານ້ອຍ ບໍ່ມີ​ຜູ້ໃດ​ຄື​ພຣະອົງ​ທີ່​ເຮັດ​ສິ່ງ​ອັດສະຈັນ​ໃຫ້​ໄດ້​ເຫັນ ຊຶ່ງ​ມີ​ຫລາຍ​ຢ່າງ​ຈົນ​ຂ້ານ້ອຍ​ບໍ່​ສາມາດ​ກ່າວ​ໝົດ​ເພາະ​ມີ​ຫລາຍ​ແທ້ໆ.


ບໍ່ແມ່ນ​ດ້ວຍ​ດາບ​ທີ່​ຄົນ​ຂອງ​ພຣະອົງ​ຕີ​ໄດ້​ດິນແດນ ບໍ່ແມ່ນ​ດ້ວຍ​ກຳລັງ​ຂອງ​ພວກເພິ່ນ​ທີ່​ໄດ້​ຕີ​ຊະນະ ແຕ່​ແມ່ນ​ຍ້ອນ​ຣິດອຳນາດ​ແລະ​ກຳລັງ​ຂອງ​ພຣະອົງ ຍ້ອນ​ໝັ້ນໃຈ​ວ່າ​ພຣະອົງ​ຊົງ​ສະຖິດ​ຢູ່​ນຳ​ເພາະ​ພຣະອົງ​ຮັກ​ພວກເພິ່ນ.


ຂ້າແດ່​ພຣະເຈົ້າ ພຣະຜູ້ຊ່ວຍ​ໃຫ້ພົ້ນ​ຂອງ​ຂ້ານ້ອຍ ພຣະອົງ​ຕອບ​ພວກ​ຂ້ານ້ອຍ​ໂດຍ​ໃຫ້​ຄວາມ​ມີໄຊ ແລະ​ຊ່ວຍເຫລືອ​ໂດຍ​ການ​ອັດສະຈັນ​ຕ່າງໆ. ປະຊາຊົນ​ທົ່ວ​ໂລກ​ແລະ​ທີ່​ຟາກ​ນໍ້າ​ທີ່​ຫ່າງ​ໄກ ກໍ​ພາ​ກັນ​ເຊື່ອວາງໃຈ​ໃນ​ພຣະອົງ.


ຈົ່ງ​ເວົ້າ​ຕໍ່​ພຣະເຈົ້າ​ວ່າ, “ສິ່ງ​ທີ່​ພຣະອົງ​ກະທຳ​ນັ້ນ​ກໍ​ອັດສະຈັນ​ທີ່ສຸດ ຄື​ຣິດທານຸພາບ​ຍິ່ງໃຫຍ່ ຈົນ​ສັດຕູ​ກົ້ມຂາບ​ຕໍ່ໜ້າ​ພຣະອົງ​ດ້ວຍ​ຄວາມຢ້ານ.


ໃນ​ຄືນ​ນັ້ນ ເຮົາ​ຈະ​ຜ່ານ​ດິນແດນ​ປະເທດ​ເອຢິບ​ໄປ ເພື່ອ​ຂ້າ​ລູກຊາຍກົກ​ຂອງ​ມະນຸດ ແລະ​ລູກ​ສັດ​ໂຕ​ເຖິກ​ຫົວປີ​ທຸກໆ​ໂຕ ແລະ​ເພື່ອ​ລົງໂທດ​ບັນດາ​ພະ​ທັງໝົດ​ຂອງ​ຊາວ​ເອຢິບ. ເຮົາ​ແມ່ນ​ພຣະເຈົ້າຢາເວ.


ໃຜ​ຈະ​ຮູ້​ວ່າ​ພຣະອົງ​ພໍໃຈ​ນຳ​ປະຊາຊົນ​ຂອງ​ພຣະອົງ ແລະ​ພໍໃຈ​ນຳ​ຂ້ານ້ອຍ​ໄດ້​ຢ່າງ​ໃດ ຖ້າ​ພຣະອົງ​ບໍ່​ນຳພາ​ຂ້ານ້ອຍ​ໄປ? ການ​ທີ່​ພຣະອົງ​ນຳພາ​ພວກ​ຂ້ານ້ອຍ​ໄປ​ນັ້ນ ຈະ​ສຳແດງ​ໃຫ້​ປະຊາຊົນ​ອື່ນໆ​ໃນ​ໂລກ​ເຫັນ​ວ່າ ພວກ​ຂ້ານ້ອຍ​ທັງຫລາຍ​ເປັນ​ປະຊາຊົນ​ຂອງ​ພຣະອົງ​ແທ້.”


ເຮົາ​ຈະ​ຮັບ​ເອົາ​ພວກເຈົ້າ​ເປັນ​ປະຊາຊົນ​ຂອງເຮົາ ແລະ​ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຈົ້າ. ພວກເຈົ້າ​ຈະ​ໄດ້​ຮູ້​ວ່າ ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ເມື່ອ​ເຮົາ​ປົດປ່ອຍ​ພວກເຈົ້າ​ອອກ​ຈາກ​ການ​ເປັນ​ທາດຮັບໃຊ້​ໃນ​ປະເທດ​ເອຢິບ.


ຖ້າ​ເຮົາ​ຍົກ​ມື​ຂຶ້ນ​ທຳຮ້າຍ​ເຈົ້າ ແລະ​ປະຊາຊົນ​ຂອງ​ເຈົ້າ​ດ້ວຍ​ພະຍາດ​ອັນ​ຮ້າຍແຮງ ພວກເຈົ້າ​ກໍ​ຈະ​ດັບສູນ​ກັນ​ໝົດ.


ແຕ່​ທີ່​ເຮົາ​ໃຫ້​ເຈົ້າ​ຍັງ​ມີ​ຊີວິດ​ຢູ່​ນີ້ ກໍ​ເພື່ອ​ໃຫ້​ເຈົ້າ​ໄດ້​ເຫັນ​ຣິດອຳນາດ​ຂອງເຮົາ ແລະ​ໃຫ້​ນາມຊື່​ຂອງເຮົາ​ແຜ່​ຂະຫຍາຍ​ໄປ​ທົ່ວ​ເທິງ​ແຜ່ນດິນ​ໂລກ.


ດົນນານ​ມາ​ແລ້ວ ພຣະອົງ​ໄດ້​ເຮັດ​ສິ່ງ​ທີ່​ໜ້າງຶດງໍ້​ອັດສະຈັນ​ຢູ່​ໃນ​ປະເທດ​ເອຢິບ ແລະ​ພຣະອົງ​ໄດ້​ສືບຕໍ່​ເຮັດ​ຈົນເຖິງ​ວັນນີ້ ແລະ​ໃນ​ຊົນຊາດ​ອິດສະຣາເອນ ແລະ​ຊົນຊາດ​ອື່ນ​ດ້ວຍ ເພື່ອ​ວ່າ​ທຸກໆ​ບ່ອນ​ຈະ​ໄດ້​ຮູ້ຈັກ​ພຣະອົງ.


ໂດຍ​ການ​ອັດສະຈັນ ແລະ​ສິ່ງ​ທີ່​ໜ້າງຶດງໍ້​ຕ່າງໆ ທີ່​ເຫຼົ່າ​ສັດຕູ​ຂອງ​ພວກ​ຂ້ານ້ອຍ​ຢ້ານກົວ​ນັ້ນ ພຣະອົງ​ໄດ້​ໃຊ້​ຣິດທານຸພາບ​ນຳ​ປະຊາຊົນ​ອິດສະຣາເອນ​ອອກ​ມາ​ຈາກ​ປະເທດ​ເອຢິບ.


ແຕ່​ເຮົາ​ບໍ່ໄດ້​ເຮັດ ເພາະ​ການ​ເຮັດ​ເຊັ່ນນັ້ນ ອາດ​ລົດກຽດ​ໃຫ້​ແກ່​ນາມ​ຂອງເຮົາ ໃນ​ເມື່ອ​ເຮົາ​ໄດ້​ປະກາດ​ຕໍ່​ຊາດ​ອິດສະຣາເອນ​ໃນ​ທ່າມກາງ​ປະຊາຊົນ ທີ່​ພວກເຂົາ​ໄດ້​ອາໄສ​ຢູ່​ນັ້ນ​ວ່າ ເຮົາ​ຈະ​ນຳ​ພວກເຂົາ​ອອກ​ໄປ​ຈາກ​ປະເທດ​ເອຢິບ.


“ຖ້າ​ພວກເຂົາ​ຫາກ​ກ່າວ​ຄຳອວຍພອນ​ແກ່​ລູກ​ຫຼານ​ອິດສະຣາເອນ ໃນ​ນາມຊື່​ຂອງເຮົາ​ດັ່ງນີ້ ເຮົາ​ກໍ​ຈະ​ອວຍພອນ​ພວກເຂົາ.”


ເພື່ອ​ຈະ​ໃຫ້​ເປັນ​ທີ່​ສັນລະເສີນ​ພຣະຄຸນ​ອັນ​ຮຸ່ງເຮືອງ​ຂອງ​ພຣະອົງ ຊຶ່ງ​ຊົງ​ໂຜດ​ປະທານ​ແກ່​ພວກເຮົາ​ໃນ​ພຣະເຢຊູເຈົ້າ ຜູ້​ຊົງ​ເປັນ​ທີ່ຮັກ​ຂອງ​ພຣະເຈົ້າ.


ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະອົງ​ເພາະ​ພຣະອົງ​ເປັນ​ພຣະເຈົ້າ​ຂອງ​ພວກເຈົ້າ ແລະ​ພວກເຈົ້າ​ກໍ​ເຫັນ​ໂດຍ​ປະຈັກຕາ​ແລ້ວ​ເຖິງ​ຄວາມ​ຍິ່ງໃຫຍ່ ແລະ​ສິ່ງ​ອັດສະຈັນ​ທີ່​ພຣະອົງ​ໄດ້​ກະທຳ​ສຳລັບ​ພວກເຈົ້າ.


ຈົ່ງ​ຈົດຈຳ​ໄວ້​ວ່າ​ພວກເຈົ້າ​ເຄີຍ​ຕົກ​ເປັນ​ທາດຮັບໃຊ້​ຢູ່​ໃນ​ປະເທດ​ເອຢິບ ແລະ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ໄດ້​ປົດປ່ອຍ​ພວກເຈົ້າ​ໃຫ້​ເປັນ​ອິດສະຫລະ; ສະນັ້ນ ຂ້າພະເຈົ້າ​ຈຶ່ງ​ມອບ​ຄຳສັ່ງ​ນີ້​ໃຫ້​ແກ່​ພວກເຈົ້າ.


ເຈົ້າ​ນັ້ນ​ຊ່າງ​ມີ​ຄວາມສຸກ​ແທ້ ພຽງ​ໃດ​ເຈົາ​ຮູ້​ບໍ່? ຊາດ​ອິດສະຣາເອນ​ເອີຍ! ບໍ່ມີ​ໃຜ​ເປັນ​ເໝືອນ​ດັ່ງ​ພວກເຈົ້າ ເປັນ​ຊົນຊາດ​ໜຶ່ງ​ທີ່​ພຣະເຈົ້າ​ໄດ້​ຊ່ວຍເຫຼືອ​ເອົາ. ພຣະເຈົ້າຢາເວ​ເປັນ​ໂລ້​ຕ້ານທານ​ແລະ​ເປັນ​ດາບ​ປາບ​ສັດຕູ ເປັນ​ຜູ້​ປ້ອງກັນ​ແລະ​ນຳ​ໄຊຊະນະ​ມາ​ໃຫ້​ເຈົ້າ. ເຫຼົ່າ​ສັດຕູ​ນັ້ນ​ຈະ​ມາ​ກາບ​ຂໍ​ຄວາມ​ເມດຕາ ແລະ​ເຈົ້າ​ຈະ​ຢຽບຢໍ່າ​ພວກເຂົາ​ລົງ​ຈົນກ້ຽງ.”


ຂ້າພະເຈົ້າ​ໄດ້​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ​ວ່າ, ‘ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ​ພຣະເຈົ້າ​ເອີຍ ຢ່າ​ໄດ້​ທຳລາຍ​ປະຊາຊົນ​ທີ່​ເປັນ​ຂອງ​ພຣະອົງ​ເລີຍ ຄື​ປະຊາຊົນ​ທີ່​ພຣະອົງ​ໄດ້​ຊົງໄຖ່​ດ້ວຍ​ຣິດອຳນາດ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ ແລະ​ພຣະອົງ​ໄດ້​ນຳພາ​ອອກ​ມາ​ຈາກ​ປະເທດ​ເອຢິບ​ດ້ວຍ​ພຣະຫັດ​ອັນ​ຊົງ​ຣິດເດດ.


ພຣະອົງ​ໄດ້​ສະຫລະ​ພຣະອົງ​ເອງ ແທນ​ພວກເຮົາ​ທັງຫລາຍ ເພື່ອ​ໄຖ່​ເອົາ​ພວກເຮົາ​ໃຫ້​ພົ້ນ​ຈາກ​ຄວາມ​ຊົ່ວຊ້າ​ທັງໝົດ ແລະ​ເພື່ອ​ຊຳລະ​ພວກເຮົາ​ໃຫ້​ເປັນ​ຜູ້​ບໍຣິສຸດ ເພື່ອ​ເປັນ​ໄພ່ພົນ​ຂອງ​ພຣະອົງ​ໂດຍ​ສະເພາະ ແລະ​ມີ​ໃຈ​ຮ້ອນຮົນ​ສຳລັບ​ເຮັດ​ຄວາມດີ.


ຊາວ​ການາອານ​ແລະ​ພວກ​ອື່ນໆ​ທົ່ວ​ທັງ​ດິນແດນ​ຈະ​ຮູ້​ເຖິງ​ເລື່ອງ​ນີ້. ພວກເຂົາ​ຈະ​ພາກັນ​ມາ​ປິດລ້ອມ​ພວກ​ຂ້ານ້ອຍ​ໄວ້ ແລະ​ສັງຫານ​ພວກ​ຂ້ານ້ອຍ​ທຸກໆ​ຄົນ​ຖິ້ມ; ແລ້ວ​ພຣະອົງ​ຈະ​ກະທຳ​ຢ່າງ​ໃດ ເພື່ອ​ຮັກສາ​ກຽດ​ສັກສີ​ຂອງ​ພຣະອົງ​ໄວ້?”


ແຕ່​ຝ່າຍ​ເຈົ້າ​ທັງຫລາຍ ເປັນ​ຊາດ​ທີ່​ພຣະເຈົ້າ​ຊົງ​ເລືອກ​ໄວ້​ແລ້ວ ເປັນ​ປະໂຣຫິດ​ຫລວງ ເປັນ​ປະຊາຊາດ​ບໍຣິສຸດ ເປັນ​ພົນລະເມືອງ​ຂອງ​ພຣະເຈົ້າ ເພື່ອ​ເຈົ້າ​ທັງຫລາຍ​ຈະ​ໄດ້​ປະກາດ​ພຣະ​ບາລະມີ​ຂອງ​ພຣະອົງ ຜູ້​ໄດ້​ຊົງ​ເອີ້ນ​ພວກເຈົ້າ​ໃຫ້​ອອກ​ມາ​ຈາກ​ຄວາມມືດ ເຂົ້າ​ໄປ​ສູ່​ຄວາມ​ສະຫວ່າງ​ອັນ​ມະຫັດສະຈັນ​ຂອງ​ພຣະອົງ.


ພວກເຂົາ​ໄດ້​ຮ້ອງເພງ​ບົດ​ໃໝ່​ວ່າ, “ພຣະອົງ​ຊົງ​ເປັນ​ຜູ້​ສົມຄວນ ທີ່​ຈະ​ຮັບ​ເອົາ​ໜັງສື​ມ້ວນ ແລະ ແກະ​ຕາປະທັບ ມາຍ​ໜັງສື​ມ້ວນ​ນັ້ນ ດ້ວຍວ່າ​ພຣະອົງ​ຊົງ​ຖືກ​ຂ້າ​ແລ້ວ ແລະ ດ້ວຍ​ເລືອດ​ຂອງ​ພຣະອົງ​ນັ້ນ ພຣະອົງ​ໄດ້​ຊົງ​ໄຖ່​ມະນຸດ​ທຸກ​ເຜົ່າ, ທຸກ​ຊາດ, ທຸກ​ພາສາ, ທຸກ​ເຊື້ອຊາດ ແລະ ທຸກ​ປະເທດ​ໃຫ້​ມາ​ເຖິງ​ພຣະເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka