Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 7:22 - ພຣະຄຳພີສັກສິ

22 ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ​ພຣະເຈົ້າ​ເອີຍ ພຣະອົງ​ຍິ່ງໃຫຍ່​ແທ້! ບໍ່ມີ​ຜູ້ໃດ​ຄື​ພຣະອົງ; ພວກ​ຂ້ານ້ອຍ​ຮູ້​ຢູ່​ສະເໝີ​ວ່າ ພຣະອົງ​ເທົ່ານັ້ນ​ທີ່​ເປັນ​ພຣະເຈົ້າ.

Uka jalj uñjjattʼäta Copia luraña




2 ຊາມູເອນ 7:22
33 Jak'a apnaqawi uñst'ayäwi  

ພຣະເຈົ້າຢາເວ​ອົງ​ດຽວ​ທີ່​ເປັນ​ພຣະເຈົ້າ ພຣະອົງ​ເທົ່ານັ້ນ​ທີ່​ເປັນ​ຜູ້​ປ້ອງກັນ​ພວກເຮົາ.


ແລະ​ພາວັນນາ​ອະທິຖານ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ໃນ​ສະຫວັນ​ເບື້ອງເທິງ ແລະ​ໃນ​ແຜ່ນດິນ​ໂລກ​ເບື້ອງລຸ່ມ ບໍ່ມີ​ພະ​ໃດ​ເໝືອນ​ພຣະອົງ ພຣະອົງ​ຮັກສາ​ພັນທະສັນຍາ​ຂອງ​ພຣະອົງ​ທີ່​ມີ​ຕໍ່​ປະຊາຊົນ​ຂອງ​ພຣະອົງ ແລະ​ສະແດງ​ຄວາມຮັກ​ຂອງ​ພຣະອົງ​ຕໍ່​ພວກເຂົາ ເມື່ອ​ພວກເຂົາ​ດຳເນີນ​ຊີວິດ​ຢ່າງ​ເຊື່ອຟັງ​ພຣະອົງ​ດ້ວຍ​ໝົດຈິດ​ໝົດໃຈ.


ພຣະເຈົ້າຢາເວ​ຊົງ​ຍິ່ງໃຫຍ່​ຫລາຍ ແລະ​ຄວນ​ເປັນ​ທີ່​ສັນລະເສີນ​ຢ່າງ​ສູງສົ່ງ; ພຣະອົງ​ຄວນ​ເປັນ​ທີ່​ຍົກຍໍ​ສັນລະເສີນ ໃຫ້ກຽດ​ສັກສີ​ກວ່າ​ພະອື່ນໆ​ທັງສິ້ນ.


ຂ້າພະເຈົ້າ​ຕັ້ງໃຈ​ຈະ​ສ້າງ​ວິຫານ​ອັນ​ໃຫຍ່ໂຕ ເພາະ​ພຣະເຈົ້າ​ຂອງ​ພວກເຮົາ​ຍິ່ງໃຫຍ່​ກວ່າ​ພະອື່ນໆ.


ຂ້ານ້ອຍ​ຮູ້​ວ່າ​ພຣະເຈົ້າຢາເວ​ຂອງ​ພວກເຮົາ​ຍິ່ງໃຫຍ່​ຫລາຍ ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ພວກເຮົາ​ເປັນ​ອົງ​ຍິ່ງໃຫຍ່​ເໜືອກວ່າ​ບັນດາ​ພະອື່ນ​ໃດ​ທັງສິ້ນ.


ພຣະເຈົ້າຢາເວ​ອົງ​ຍິ່ງໃຫຍ່ ແລະ​ເປັນ​ທີ່​ຍ້ອງຍໍ​ສັນລະເສີນ​ຢ່າງ​ສູງສົ່ງ. ຄວາມ​ຍິ່ງໃຫຍ່​ຂອງ​ພຣະອົງ​ນັ້ນ ເໜືອກວ່າ​ຄວາມ​ເຂົ້າໃຈ​ໄດ້.


ຂ້າແດ່​ພຣະເຈົ້າ ພວກ​ຂ້ານ້ອຍ​ໄດ້ຍິນ​ຄຳ​ເວົ້າ​ດ້ວຍ​ຫູ​ຂອງຕົນເອງ ປູ່ຍ່າຕາຍາຍ​ຂອງ​ພວກ​ຂ້ານ້ອຍ​ກໍໄດ້​ບອກ​ເຖິງ​ເລື່ອງ​ນີ້ ຄື​ໃນ​ຄາວ​ຂອງ​ພວກເພິ່ນ​ນັ້ນ​ພຣະອົງ​ໄດ້​ເຮັດ​ສິ່ງ​ຍິ່ງໃຫຍ່​ຫລາຍ ເປັນ​ເຫດການ​ທີ່​ຜ່ານ​ມາ​ແຕ່​ດົນນານ​ແລ້ວ:


ພຣະເຈົ້າຢາເວ​ຍິ່ງໃຫຍ່ ແລະ​ເປັນ​ທີ່​ສັນລະເສີນ​ຢ່າງ​ສູງສຸດ ໃນ​ນະຄອນ​ທີ່​ເທິງ​ເນີນພູ​ສັກສິດ​ນັ້ນ.


ພຣະອົງ​ຊົງ​ຣິດອຳນາດ​ແລະ​ເຮັດ​ສິ່ງ​ອັດສະຈັນ ພຣະອົງ​ເທົ່ານັ້ນ​ທີ່​ເປັນ​ພຣະເຈົ້າ.


ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ບໍ່ມີ​ພະ​ໃດ​ທີ່​ເປັນ​ດັ່ງ​ພຣະອົງ ບໍ່ມີ​ຜູ້ໃດ​ເຮັດ​ໃນ​ສິ່ງ​ທີ່​ພຣະອົງ​ເຮັດ​ນັ້ນ​ໄດ້.


ໃນ​ສະຫວັນ​ບໍ່ມີ​ຜູ້ໃດ​ເໝືອນ​ພຣະເຈົ້າຢາເວ ບໍ່ມີ​ຊາວ​ສະຫວັນ​ຄົນໃດ​ຈະ​ເທົ່າທຽມ​ພຣະເຈົ້າຢາເວ​ໄດ້.


ພຣະເຈົ້າຢາເວ ພຣະເຈົ້າ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ເອີຍ ບໍ່ມີ​ຜູ້ໃດ​ທີ່​ມີ​ອຳນາດ​ຍິ່ງໃຫຍ່​ດັ່ງ​ພຣະອົງ​ໄດ້. ພຣະເຈົ້າຢາເວ​ເອີຍ ພຣະອົງ​ຊົງ​ສັດຊື່ ໃນ​ສັບພະທຸກສິ່ງ.


ພຣະເຈົ້າຢາເວ​ຍິ່ງໃຫຍ່​ແລະ​ເປັນ​ທີ່​ຍົກຍໍ​ຢ່າງສູງ ເປັນ​ຜູ້​ສົມຄວນ​ຮັບ​ກຽດ​ສັກສີ​ເໜືອ​ບັນດາ​ພະອື່ນໆ.


ແລ້ວ​ພວກເຈົ້າ​ກໍ​ຈະ​ໄດ້​ເລົ່າ​ສູ່​ພວກ​ລູກຫລານ​ຟັງ​ວ່າ ເຮົາ​ໄດ້​ກະທຳ​ໃຫ້​ຊາວ​ເອຢິບ​ໂງ່ງ່າວ​ພຽງ​ໃດ ເມື່ອ​ເຮົາ​ໄດ້​ເຮັດ​ການ​ອັດສະຈັນ​ຕ່າງໆ​ເຫຼົ່ານັ້ນ. ພວກເຈົ້າ​ທຸກຄົນ​ຈະ​ໄດ້​ຮູ້​ວ່າ ເຮົາ​ແມ່ນ​ພຣະເຈົ້າຢາເວ.”


ຂ້າແດ່​ພຣະເຈົ້າຢາເວ ໃນ​ບັນດາ​ພະ​ທັງຫລາຍ​ນັ້ນ​ໃຜ​ແດ່​ຄື​ພຣະອົງ? ແນ່ວແນ່​ຄື​ພຣະອົງ ຜູ້​ຍິ່ງໃຫຍ່​ແລະ​ບໍຣິສຸດ​ດ້ວຍ. ພະ​ໃດ​ເຮັດ​ການ​ອັດສະຈັນ​ຕ່າງໆ​ໄດ້​ແດ່? ແລະ​ເຮັດ​ການ​ອັນ​ໃຫຍ່ຍິ່ງ​ໄດ້​ດັ່ງ​ພຣະອົງ?


ກະສັດ​ຟາໂຣ​ບອກ​ວ່າ, “ໃຫ້​ພາວັນນາ​ອະທິຖານ​ເພື່ອ​ເຮົາ​ໃນ​ມື້ອື່ນ.” ໂມເຊ​ຕອບ​ວ່າ, “ຂ້ານ້ອຍ​ຈະ​ເຮັດ​ຕາມ​ທີ່​ທ່ານ​ຂໍຮ້ອງ​ມາ​ນັ້ນ ແລ້ວ​ທ່ານ​ກໍ​ຈະ​ໄດ້​ຮູ້​ວ່າ ບໍ່ມີ​ພະອື່ນ​ໃດ​ເໝືອນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ.


ດັ່ງນັ້ນ ອາໂຣນ​ຈຶ່ງ​ເດ່​ໄມ້ຄ້ອນເທົ້າ​ຊີ້​ໄປ​ທາງ​ແມ່ນໍ້າ​ລຳຄອງ​ທັງຫລາຍ​ຢູ່​ໃນ​ປະເທດ​ເອຢິບ ແລະ​ຝູງ​ກົບ​ກໍ​ຂຶ້ນ​ມາ​ທົ່ວ​ປະເທດ.


ໃນ​ເທື່ອ​ນີ້ ເຮົາ​ຈະ​ບໍ່​ລົງໂທດ​ບັນດາ​ຂ້າຣາຊການ ແລະ​ປະຊາຊົນ​ຂອງ​ເຈົ້າ​ເທົ່ານັ້ນ; ແຕ່​ເຮົາ​ຈະ​ລົງໂທດ​ເຈົ້າ​ເຊັ່ນກັນ​ເພື່ອ​ເຈົ້າ​ຈະ​ໄດ້​ຮູ້​ວ່າ ທົ່ວ​ເທິງ​ແຜ່ນດິນ​ໂລກນີ້​ບໍ່ມີ​ພະອື່ນ​ໃດ​ເທົ່າທຽມ​ເຮົາ.


ພຣະເຈົ້າ​ຖືກ​ທຽບ​ໃສ່​ໄດ້​ກັບ​ສິ່ງໃດ? ທ່ານ​ພັນລະນາ​ໄດ້​ບໍ​ວ່າ​ພຣະອົງ​ເປັນ​ອັນໃດ​ແທ້?


ພຣະເຈົ້າ​ອົງ​ບໍຣິສຸດ​ຖືກ​ທຽບ​ໃສ່​ໄດ້​ກັບ​ສິ່ງໃດ​ນໍ? ມີ​ຜູ້ໃດ​ແດ່​ທີ່​ສຳຄັນ​ເໝືອນ​ດັ່ງ​ພຣະອົງ​ໄດ້?


ພຣະເຈົ້າຢາເວ​ໄດ້​ນິຣະມິດ​ສ້າງ​ຈັກກະວານ ແມ່ນ​ພຣະອົງ​ແຕ່​ຜູ້ດຽວ​ທີ່​ເປັນ​ພຣະເຈົ້າ ພຣະອົງ​ໄດ້​ຈັດ​ຮູບຮ່າງ​ສ້າງ​ແຜ່ນດິນ​ໂລກ​ຂຶ້ນ​ມາ ໄດ້​ເຮັດ​ໃຫ້​ໂລກ​ໝັ້ນຄົງ ແລະ​ຢັ້ງຢືນ​ຄົງຢູ່​ໄດ້. ພຣະອົງ​ບໍ່ໄດ້​ເຮັດ​ໃຫ້​ເປັນ​ທີ່​ເປົ່າຮ້າງ​ຫວ່າງຄົນ ແຕ່​ເປັນ​ບ່ອນ​ທີ່​ມະນຸດ​ເຮົາ​ພັກພາ​ອາໄສ​ຢູ່ ພຣະເຈົ້າ​ລັ່ນປາກ​ກ່າວ​ໄຂ​ວາຈາ​ວ່າ, “ເຮົາ​ຄື​ພຣະເຈົ້າຢາເວ ພຣະເຈົ້າ​ອົງ​ອື່ນ​ບໍ່ມີ.


ຊາວ​ໂລກ​ທັງ​ໂລກ ຈົ່ງ​ກັບ​ມາ​ຫາ​ເຮົາ ເຮົາ​ເທົ່ານັ້ນ​ຄື​ພຣະເຈົ້າ​ແລະ​ຊ່ວຍ​ໃຫ້​ພົ້ນ​ໄດ້.


ເຮົາ​ຄື​ພຣະເຈົ້າຢາເວ ບໍ່ມີ​ພຣະເຈົ້າ​ອົງ​ອື່ນໃດ ເຈົ້າ​ບໍ່​ຮູ້​ເຮົາ ແຕ່​ເຮົາ​ກໍ​ຈະ​ໃຫ້​ກຳລັງ​ແກ່​ເຈົ້າ.


ເພາະສະນັ້ນ ເຈົ້າ​ຈົ່ງ​ມອບ​ຖ້ອຍຄຳ​ໃຫ້​ຊາວ​ອິດສະຣາເອນ​ວ່າ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້​ວ່າ, ‘ຊາວ​ອິດສະຣາເອນ​ເອີຍ ສິ່ງ​ທີ່​ເຮົາ​ກຳລັງ​ຈະ​ເຮັດ​ນີ້​ບໍ່ແມ່ນ​ເຫັນ​ແກ່​ພວກເຈົ້າ; ແຕ່​ເພື່ອ​ເຫັນ​ແກ່​ນາມ​ອັນ​ບໍຣິສຸດ​ຂອງເຮົາ ຊຶ່ງ​ພວກເຈົ້າ​ໄດ້​ດູຖູກ​ໃນ​ທຸກ​ປະເທດ​ທີ່​ພວກເຈົ້າ​ໄດ້​ໄປ​ນັ້ນ.


ຊາດ​ອິດສະຣາເອນ​ເອີຍ ເຮົາ​ຢາກ​ໃຫ້​ພວກເຈົ້າ​ຮູ້ວ່າ​ເຮົາ​ບໍ່ໄດ້​ເຮັດ​ສິ່ງ​ທັງໝົດ​ນີ້ ເພາະ​ເຫັນ​ແກ່​ພວກເຈົ້າ. ເຮົາ​ຢາກ​ໃຫ້​ພວກເຈົ້າ​ໄດ້​ຮັບ​ຄວາມ​ອັບອາຍ​ຂາຍໜ້າ ຍ້ອນ​ສິ່ງ​ທີ່​ພວກເຈົ້າ​ກຳລັງ​ເຮັດ​ຢູ່.’ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.


ການ​ທີ່​ທ່ານ​ເຫັນ​ຫີນ​ໃຫຍ່​ກ້ອນ​ໜຶ່ງ ແຕກ​ອອກ​ມາ​ເອງ​ຈາກ​ໜ້າຜາ​ໂດຍ​ບໍ່ມີ​ຜູ້ໃດ​ເຮັດ​ນັ້ນ ກ້ອນຫີນ​ນັ້ນ​ໄດ້​ກະທົບ​ໃສ່​ກັບ​ຮູບ​ເຫຼັກ, ຮູບ​ທອງສຳຣິດ, ຮູບ​ດິນ, ຮູບ​ເງິນ​ແລະ​ຄຳ. ອັນ​ນີ້​ແມ່ນ​ພຣະເຈົ້າ​ອົງ​ຍິ່ງໃຫຍ່​ກຳລັງ​ບອກ​ໃຫ້​ພະຣາຊາ​ຮູ້​ເຖິງ​ສິ່ງ​ທີ່​ຈະ​ເກີດຂຶ້ນ​ໃນ​ອະນາຄົດ. ຂ້ານ້ອຍ​ໄດ້​ບອກ​ທ່ານ​ຖືກຕ້ອງ​ຕາມ​ທີ່​ທ່ານ​ໄດ້​ຝັນ ແລະ​ແກ້​ຄວາມຝັນ​ນັ້ນ​ແກ່​ທ່ານ​ຕາມ​ຄວາມຈິງ.”


ບໍ່ມີ​ພະ​ຕົນໃດ​ເໝືອນ​ພຣະອົງ; ພຣະອົງ​ຍົກ​ການບາບ​ປະຊາຊົນ​ຂອງ​ພຣະອົງ​ຜູ້​ທີ່​ລອດຊີວິດ​ມາ​ໄດ້. ພຣະອົງ​ຈະ​ບໍ່​ໂກດຮ້າຍ​ຕະຫລອດໄປ, ແຕ່​ພຣະອົງ​ຍິນດີ ໂດຍ​ສຳແດງ​ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ​ແກ່​ພວກ​ຂ້ານ້ອຍ.


‘ໂອ ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ເອີຍ ຂ້ານ້ອຍ​ຮູ້​ວ່າ​ພຣະອົງ​ໄດ້​ສຳແດງ​ໃຫ້​ຂ້ານ້ອຍ​ຜູ້ຮັບໃຊ້​ຂອງ​ພຣະອົງ​ເຫັນ​ພຽງແຕ່ ເບື້ອງ​ຕົ້ນ​ຂອງ​ເຫດການ​ອັນ​ຍິ່ງໃຫຍ່​ແລະ​ອັດສະຈັນ​ຂອງ​ພຣະອົງ. ບໍ່ມີ​ພະ​ໃດໆ​ໃນ​ສະຫວັນ​ຫລື​ເທິງ​ແຜ່ນດິນ​ໂລກ ທີ່​ເຮັດ​ສິ່ງ​ອັດສະຈັນ​ເໝືອນ​ດັ່ງ​ພຣະອົງ​ໄດ້​ເຮັດ​ນັ້ນ


ເຮົາ​ແລະ​ເຮົາ​ເທົ່ານັ້ນ ທີ່​ເປັນ​ພຣະເຈົ້າ​ແທ້​ໃດ ນອກຈາກ​ເຮົາ​ນີ້​ໄປ​ບໍ່ມີ​ພະອື່ນ​ໃດ​ອີກ​ແລ້ວ; ມີ​ຜູ້ໃດ​ແດ່​ກ້າ​ຕໍ່ຕ້ານ​ແຜນການ​ຂອງເຮົາ ເຮົາ​ຂ້າ​ແລະ​ໃຫ້​ຊີວິດ ເຮັດ​ໃຫ້​ບາດເຈັບ​ແລະ​ປິ່ນປົວ​ດ້ວຍ.


ການ​ສຳແດງ​ສິ່ງ​ເຫຼົ່ານີ້​ແກ່​ພວກເຈົ້າ ເພື່ອ​ພິສູດ​ໃຫ້​ພວກເຈົ້າ​ຮູ້​ວ່າ ພຣະເຈົ້າຢາເວ​ທີ່​ເປັນ​ພຣະເຈົ້າ​ແລະ​ບໍ່ມີ​ພະ​ອື່ນ​ອີກ.


ສະນັ້ນ ໃນວັນນີ້ ຈົ່ງ​ຈົດຈຳ​ໄວ້​ແລະ​ຢ່າ​ລືມໄລ​ຈັກເທື່ອ​ວ່າ, ພຣະເຈົ້າຢາເວ​ແມ່ນ​ພຣະເຈົ້າ​ໃນ​ສະຫວັນ​ແລະ​ເທິງ​ແຜ່ນດິນ​ໂລກ. ບໍ່ມີ​ພຣະເຈົ້າ​ອົງ​ອື່ນ​ອີກ.


ບໍ່ມີ​ຜູ້ໃດ​ບໍຣິສຸດ​ດັ່ງ​ພຣະເຈົ້າຢາເວ ບໍ່ມີ​ພະ​ຄຸ້ມຄອງ​ອົງ​ໃດ​ເປັນ​ດັ່ງ​ພຣະເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka