2 ຊາມູເອນ 7:21 - ພຣະຄຳພີສັກສິ21 ພຣະອົງກະທຳການນີ້ຕາມຄວາມພໍໃຈ ແລະຄວາມປະສົງຂອງພຣະອົງ. ພຣະອົງໄດ້ເຮັດການຍິ່ງໃຫຍ່ທັງໝົດເຫຼົ່ານີ້ ກໍເພື່ອແນະນຳແລະສັ່ງສອນຂ້າໃຊ້ຂອງພຣະອົງ. Uka jalj uñjjattʼäta |
ໃນເວລາໂມງນັ້ນ ພຣະເຢຊູເຈົ້າຊົງມີຄວາມຊື່ນຊົມຍີນດີ ດ້ວຍພຣະວິນຍານບໍຣິສຸດເຈົ້າ ຈຶ່ງຊົງກ່າວວ່າ, “ຂ້າແດ່ພຣະບິດາເຈົ້າ ອົງເປັນອົງພຣະຜູ້ເປັນເຈົ້າຂອງສະຫວັນ ແລະແຜ່ນດິນໂລກ, ຂ້ານ້ອຍສັນລະເສີນພຣະອົງ ເພາະພຣະອົງໄດ້ຊົງປົກບັງສິ່ງເຫຼົ່ານີ້ໄວ້ ຈາກຜູ້ມີປັນຍາ ແລະຜູ້ສະຫລາດ, ແຕ່ໄດ້ຊົງສຳແດງໃຫ້ແກ່ພວກເດັກນ້ອຍຮູ້ ຂ້າແດ່ພຣະບິດາເຈົ້າ ພຣະອົງຊົງເຫັນຊອບດັ່ງນັ້ນ.”
ບໍ່ແມ່ນເພາະພວກເຈົ້າເປັນຄົນຊອບທຳແລະເຮັດຖືກຕ້ອງ ທີ່ກຳລັງຈະເຂົ້າໄປໃນດິນແດນຂອງພວກເຂົາ. ແຕ່ເພາະພວກເຂົາຊົ່ວຮ້າຍ ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຈຶ່ງຈະຂັບໄລ່ພວກເຂົາອອກໄປຕໍ່ໜ້າພວກເຈົ້າ, ແລະເພື່ອຢາກຮັກສາພັນທະສັນຍາ ທີ່ພຣະເຈົ້າຢາເວໄດ້ເຮັດໄວ້ກັບປູ່ຍ່າຕາຍາຍຂອງພວກເຈົ້າຄື: ອັບຣາຮາມ, ອີຊາກ ແລະຢາໂຄບ.