Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 7:2 - ພຣະຄຳພີສັກສິ

2 ແລ້ວ​ກະສັດ​ກໍໄດ້​ເວົ້າ​ກັບ​ຜູ້ທຳນວາຍ​ນາທານ​ວ່າ, “ເບິ່ງດູ ເຮົາ​ເອງ​ຢູ່​ໃນ​ເຮືອນ​ທີ່​ສ້າງ​ດ້ວຍ​ໄມ້ແປກ, ແຕ່​ຫີບ​ຂອງ​ພຣະເຈົ້າ​ພັດ​ຢູ່​ໃນ​ຫໍເຕັນ.”

Uka jalj uñjjattʼäta Copia luraña




2 ຊາມູເອນ 7:2
24 Jak'a apnaqawi uñst'ayäwi  

ອູຣິຢາ​ຕອບ​ວ່າ, “ຫີບ​ພັນທະສັນຍາ, ທະຫານ​ອິດສະຣາເອນ ແລະ​ຊາວ​ຢູດາ​ຢູ່​ຍັງ​ໃນ​ສະໜາມຮົບ; ໂຢອາບ​ຜູ້​ບັນຊາການ​ຂອງ​ຂ້ານ້ອຍ ແລະ​ພວກ​ນາຍ​ທະຫານ​ຍັງ​ຕັ້ງ​ຄ້າຍພັກ​ຢູ່​ທີ່​ນອກເມືອງ; ເຫດໃດ​ຂ້ານ້ອຍ​ຈຶ່ງ​ຈະ​ກັບ​ເມືອ​ເຮືອນ, ກິນ​ດື່ມ ແລະ​ນອນ​ນຳ​ເມຍ​ໄດ້? ຕາບໃດ​ທີ່​ກະສັດ​ຍັງ​ມີ​ຊີວິດ​ຢູ່ ແລະ​ຕາບໃດ​ວິນຍານ​ຂອງ​ກະສັດ​ມີ​ຊີວິດ​ຢູ່ ຂ້ານ້ອຍ​ຈະ​ບໍ່​ເຮັດ​ຢ່າງ​ນັ້ນ​ເລີຍ.”


ຕໍ່ມາ ພຣະເຈົ້າຢາເວ​ໄດ້​ສົ່ງ​ຜູ້ທຳນວາຍ​ນາທານ​ໄປ​ຫາ​ກະສັດ​ດາວິດ. ນາທານ​ໄດ້​ໄປ​ຫາ​ເພິ່ນ ແລະ​ກ່າວ​ວ່າ, “ຍັງ​ມີ​ສອງ​ຄົນ​ຢູ່​ໃນ​ເມືອງ​ດຽວກັນ ຜູ້ໜຶ່ງ​ເປັນ​ຄົນ​ຮັ່ງມີ ແລະ​ຜູ້ໜຶ່ງ​ອີກ​ເປັນ​ຄົນ​ຍາກຈົນ.


ກະສັດ​ຮີຣາມ​ແຫ່ງ​ຕີເຣ​ໄດ້​ສົ່ງ​ຄະນະທູດ​ການຄ້າ​ມາ​ຫາ​ກະສັດ​ດາວິດ ພ້ອມ​ທັງ​ສົ່ງ​ໄມ້ແປກ, ຊ່າງ​ໄມ້, ຊ່າງ​ກໍ່​ເພື່ອ​ສ້າງ​ວັງ​ຂອງ​ກະສັດ​ດາວິດ.


ຫີບ​ຂອງ​ພຣະເຈົ້າຢາເວ​ໄດ້​ຖືກ​ຫາມ​ມາ​ວາງ​ໄວ້​ຢູ່​ໃນ​ຫໍເຕັນ ບ່ອນ​ທີ່​ກະສັດ​ດາວິດ​ໄດ້​ຈັດຕຽມ​ໄວ້. ແລ້ວ​ກະສັດ​ດາວິດ​ກໍ​ຖວາຍ​ເຄື່ອງ​ບູຊາ​ເພື່ອ​ຄວາມ​ສາມັກຄີທຳ​ຊ້ອງ​ພຣະພັກ​ພຣະເຈົ້າຢາເວ.


ນາທານ​ຈຶ່ງ​ບອກ​ກະສັດ​ດາວິດ​ທຸກສິ່ງ​ຕາມ​ທີ່​ພຣະເຈົ້າ​ໄດ້​ສຳແດງ​ໃຫ້​ແກ່​ຕົນ​ຮູ້​ນັ້ນ.


ເມື່ອ​ນາທານ​ໄດ້​ມາ​ເຖິງ​ຣາຊວັງ ຣາຊິນີ​ບັດເຊບາ​ກໍ​ຍັງ​ກຳລັງ​ເວົ້າ​ຢູ່.


ແຕ່​ປະໂຣຫິດ​ຊາດົກ, ເບນາອີຢາ​ລູກຊາຍ​ຂອງ​ເຢໂຮຍອາດາ, ຜູ້ທຳນວາຍ​ນາທານ, ຊີເມອີ, ເຣອີ, ແລະ​ບັນດາ​ທະຫານ​ປ້ອງກັນ​ຕົວ​ກະສັດ​ດາວິດ​ບໍ່ໄດ້​ເຂົ້າ​ຂ້າງ​ອາໂດນີຢາ.


ອາຊາຣີຢາ ລູກຊາຍ​ຂອງ​ນາທານ​ເປັນ​ຫົວໜ້າ​ຜູ້ປົກຄອງ​ແຂວງ​ຕ່າງໆ. ປະໂຣຫິດ​ຊາບຸດ ລູກຊາຍ​ຂອງ​ນາທານ​ເປັນ​ທີ່ປຶກສາ​ຂອງ​ກະສັດ.


ແລ້ວ​ກະສັດ​ໂຊໂລໂມນ​ກໍ​ກ່າວ​ຕໍ່ໄປ​ວ່າ, “ກະສັດ​ດາວິດ​ພໍ່​ຂອງ​ຂ້າພະເຈົ້າ​ໄດ້​ວາງແຜນ​ສ້າງ​ວິຫານ​ສຳລັບ​ນາມຊື່​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ


ກະສັດ​ຮີຣາມ​ແຫ່ງ​ຕີເຣ​ໄດ້​ສົ່ງ​ຄະນະທູດ​ການຄ້າ​ມາ​ພົບ​ກະສັດ​ດາວິດ. ເພິ່ນ​ໄດ້​ຈັດ​ຫາ​ໄມ້​ສົນສີດາ ແລະ​ຊ່າງ​ກໍ່ ຊ່າງ​ໄມ້​ມາ​ເພື່ອ​ສ້າງ​ວັງ​ໃຫ້​ກະສັດ​ດາວິດ.


ພວກເຂົາ​ໄດ້​ນຳ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າ​ໄປ​ສູ່​ຫໍເຕັນ ຊຶ່ງ​ກະສັດ​ດາວິດ​ໄດ້​ຈັດຕຽມ​ໄວ້​ແລະ​ນຳ​ເອົາ​ຫີບ​ເຂົ້າ​ໄປ​ໄວ້​ໃນ​ທີ່ນັ້ນ. ແລ້ວ​ພວກເຂົາ​ກໍໄດ້​ຖວາຍ​ເຄື່ອງ​ບູຊາ​ແລະ​ຖວາຍບູຊາ​ເພື່ອ​ຄວາມ​ສາມັກຄີທຳ​ແກ່​ພຣະເຈົ້າ.


ກະສັດ​ດາວິດ​ກ່າວ​ແກ່​ລາວ​ວ່າ, “ລູກເອີຍ ພໍ່​ຢາກ​ຈະ​ສ້າງ​ວິຫານ​ເພື່ອ​ນາມຊື່​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພໍ່.


ປະຫວັດ​ຂອງ​ກະສັດ​ດາວິດ ແຕ່ຕົ້ນ​ຈົນ​ຈົບ​ແມ່ນ​ໄດ້​ຖືກ​ບັນທຶກ​ໄວ້ ໃນ​ບົດ​ບັນທຶກ​ຂອງ​ຜູ້ທຳນວາຍ​ສາມ​ຄົນ ດັ່ງນີ້: ຊາມູເອນ, ນາທານ ແລະ​ກາດ.


ສ່ວນ​ຫີບ​ຂອງ​ພຣະເຈົ້າ​ນັ້ນ​ໄດ້​ຕັ້ງ​ຢູ່​ນະຄອນ​ເຢຣູຊາເລັມ ຄື​ຮັກສາ​ໄວ້​ໃນ​ຫໍເຕັນ​ບ່ອນ​ທີ່​ກະສັດ​ດາວິດ​ໄດ້​ສ້າງ​ຂຶ້ນ ເມື່ອ​ເພິ່ນ​ໄດ້​ນຳ​ຫີບ​ນັ້ນ​ມາ​ຈາກ​ກີຣີອາດ​ເຢອາຣີມ.


ກະສັດ​ໄດ້​ເຮັດ​ຕາມ​ຄຳສັ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ໃຫ້​ແກ່​ກະສັດ​ດາວິດ​ໂດຍ​ຜ່ານ​ທາງ​ກາດ ຜູ້ທຳນວາຍ​ຂອງ​ກະສັດ ແລະ​ຜ່ານ​ທາງ​ຜູ້ທຳນວາຍ​ນາທານ; ເພິ່ນ​ໄດ້​ໃຫ້​ຊາວ​ເລວີ​ປະຈຳ​ຢູ່​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ​ໂດຍ​ໃຫ້​ມີ​ພິນ​ແລະ​ມີ​ແສ່ງ


ປະຫວັດ​ຂອງ​ກະສັດ​ໂຊໂລໂມນ​ຕັ້ງແຕ່​ຕົ້ນ​ຈົນ​ຈົບ ແມ່ນ​ໄດ້​ຖືກ​ບັນທຶກ​ໄວ້​ໃນ ປຶ້ມ​ປະຫວັດສາດ​ຂອງ​ຜູ້ທຳນວາຍ​ນາທານ ໃນ ປຶ້ມ​ຄຳທຳນວາຍ​ຂອງ​ອາຮີຢາ​ແຫ່ງ​ຊີໂລ ແລະ​ໃນ ປຶ້ມ​ນິມິດ​ຂອງ​ຜູ້ທຳນວາຍ​ອິດໂດ ທີ່​ກ່າວ​ເຖິງ​ຣາຊການ​ຂອງ​ກະສັດ​ເຢໂຣໂບອາມ ລູກຊາຍ​ຂອງ​ເນບັດ​ແຫ່ງ​ອິດສະຣາເອນ​ເຊັ່ນກັນ.


ຂ້າແດ່​ພຣະເຈົ້າຢາເວ ໂຜດ​ຈື່ຈຳ​ສິ່ງ​ທີ່​ເພິ່ນ​ໄດ້​ສາບານ ສາບານ​ກັບ​ອົງ​ຊົງ​ຣິດ​ອຳນາດ​ຍິ່ງໃຫຍ່​ຂອງ​ຢາໂຄບ​ວ່າ,


ຈົນກວ່າ​ຂ້ານ້ອຍ​ຈັດຫາ​ສະຖານທີ່​ສຳລັບ​ພຣະເຈົ້າຢາເວ​ສະຖິດ ຄື​ທີ່ຢູ່​ສຳລັບ​ອົງ​ຊົງ​ຣິດ​ອຳນາດ​ຍິ່ງໃຫຍ່​ຂອງ​ຢາໂຄບ.”


ເພິ່ນ​ໄດ້​ນຳ​ຫີບ​ນັ້ນ​ມາ​ໄວ້​ທີ່​ຫໍເຕັນ​ສັກສິດ ແລະ​ກາງ​ຜ້າກັ້ງ​ບັງ​ໄວ້ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ນັ້ນ​ທຸກປະການ.


“ປະຊາຊົນ​ຂອງເຮົາ​ເອີຍ ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຢູ່​ໃນ​ເຮືອນ​ທີ່​ກໍ່ສ້າງ​ຢ່າງດີ ໃນ​ເມື່ອ​ວິຫານ​ຂອງເຮົາ​ຍັງ​ຮົກຮ້າງ​ເພພັງ​ຢູ່?


ພວກ​ສາວົກ​ຂອງ​ພຣະອົງ ຈຶ່ງ​ລະນຶກເຖິງ​ຖ້ອຍຄຳ​ທີ່​ໄດ້​ຂຽນ​ໄວ້​ວ່າ, “ຄວາມ​ຮ້ອນໃຈ​ສຳລັບ​ວິຫານ​ຂອງ​ພຣະອົງ ກໍ​ເປັນ​ດັ່ງ​ໄຟ​ທີ່​ໄໝ້​ຢູ່​ພາຍ​ໃນ​ຂ້ານ້ອຍ.”


ເພິ່ນ​ເປັນ​ທີ່​ພໍພຣະໄທ​ພຣະເຈົ້າ. ສະນັ້ນ ເພິ່ນ​ຈຶ່ງ​ຂໍຮ້ອງ​ພຣະອົງ​ໄດ້​ອະນຸຍາດ​ໃຫ້​ເພິ່ນ​ຫາ​ບ່ອນ​ຢູ່​ໃຫ້​ພຣະເຈົ້າ​ຂອງ​ຢາໂຄບ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka