Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 7:19 - ພຣະຄຳພີສັກສິ

19 ແຕ່​ເຖິງ​ປານນັ້ນ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ເອີຍ ບັດນີ້​ພຣະອົງ​ຍັງ​ກະທຳ​ຫລາຍ​ເພີ່ມຕື່ມ​ອີກ ໂດຍ​ໄດ້​ສັນຍາ​ໄວ້​ກ່ຽວກັບ​ເຊື້ອສາຍ​ຂອງ​ຂ້ານ້ອຍ​ໃນ​ພາຍຂ້າງໜ້າ. ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ເອີຍ ພຣະອົງ​ໃຫ້​ຜູ້ໜຶ່ງ​ໄດ້​ຮູ້​ເຫັນ​ເລື່ອງ​ນີ້.

Uka jalj uñjjattʼäta Copia luraña




2 ຊາມູເອນ 7:19
12 Jak'a apnaqawi uñst'ayäwi  

ເຮົາ​ໄດ້​ມອບ​ອານາຈັກ​ຂອງ​ໂຊນ​ກັບ​ເມຍ​ທັງຫລາຍ​ຂອງ​ລາວ​ໃຫ້​ເຈົ້າ ເຮົາ​ໄດ້​ມອບ​ຊາວ​ອິດສະຣາເອນ ແລະ​ຊາວ​ຢູດາ​ໃຫ້​ເປັນ​ຂອງ​ເຈົ້າ. ຖ້າ​ສິ່ງ​ເຫຼົ່ານີ້​ຍັງ​ບໍ່​ພຽງພໍ​ສຳລັບ​ເຈົ້າ ເຮົາ​ອາດ​ໃຫ້​ເຈົ້າ​ຫລາຍກວ່າ​ນີ້​ອີກ​ຫລາຍ​ເທົ່າ​ກໍໄດ້.


ເອລີຊາ​ກ່າວ​ຕໍ່ໄປ​ວ່າ, “ພຣະເຈົ້າຢາເວ​ກະທຳການ​ນີ້​ໄດ້​ຢ່າງ​ງ່າຍດາຍ ແລະ​ພຣະອົງ​ຈະ​ໃຫ້​ພວກທ່ານ​ຮົບ​ຊະນະ​ພວກ​ໂມອາບ.


ແຕ່​ບັດນີ້ ພຣະອົງ​ຊໍ້າ​ຍັງ​ຈະ​ເຮັດ​ຫລາຍ​ໄປ​ກວ່າ​ນັ້ນ​ອີກ; ຂ້າແດ່​ພຣະເຈົ້າ ພຣະອົງ​ໄດ້​ສັນຍາ​ໄວ້​ກັບ​ເຊື້ອສາຍ​ຂອງ​ຂ້ານ້ອຍ​ໃນ​ພາຍ​ຄັ້ງໜ້າ ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ເອີຍ ພຣະອົງ​ໄດ້​ເຮັດ​ກັບ​ຂ້ານ້ອຍ ດັ່ງ​ເຮັດ​ກັບ​ບຸລຸດ​ຜູ້​ຍິ່ງໃຫຍ່​ຄົນ​ໜຶ່ງ.


ຂ້າແດ່​ພຣະເຈົ້າ ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ​ນັ້ນ​ກໍ​ປະເສີດ​ຍິ່ງ ມະນຸດ​ພົບພໍ້ ການ​ຄຸ້ມຄອງ​ໃຕ້​ຮົ່ມ​ປີກ​ຂອງ​ພຣະອົງ.


ມີ​ບາງ​ໂຕ​ໃນ​ພວກເຈົ້າ​ຈະ​ບໍ່​ພໍໃຈ​ກິນ​ຫຍ້າ​ຢ່າງດີ​ທີ່ສຸດ; ພວກເຈົ້າ​ຢຽບຢໍ່າ​ຫຍ້າ​ທີ່​ຕົນ​ບໍ່​ກິນ ພວກເຈົ້າ​ດື່ມ​ນໍ້າໄສ ແລ້ວ​ກໍ​ກວນ​ນໍ້າ​ທີ່​ຍັງເຫລືອ​ໃຫ້​ຂຸ່ນ


ທ່ານ​ໄດ້​ນຳ​ພວກເຮົາ​ອອກ​ມາ​ຈາກ​ດິນແດນ​ທີ່​ອຸດົມສົມບູນ​ໃນ​ປະເທດ​ເອຢິບ ເພື່ອ​ຈະ​ຂ້າ​ພວກເຮົາ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ນີ້​ຍັງ​ບໍ່​ພໍ​ບໍ? ທ່ານ​ຍັງ​ຈະ​ມາ​ຕັ້ງ​ຕົວ​ເປັນ​ນາຍ​ເໜືອ​ຫົວ​ເຮົາ​ອີກ​ບໍ?


ພວກເຈົ້າ​ຖື​ເປັນ​ເລື່ອງ​ເລັກນ້ອຍ​ຊັ້ນບໍ ທີ່​ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ໄດ້​ຕັ້ງ​ພວກເຈົ້າ​ໄວ້​ຕ່າງຫາກ​ຈາກ​ຊຸມຊົນ ເພື່ອ​ວ່າ​ພວກເຈົ້າ​ຈະ​ໄດ້​ເຂົ້າ​ໃກ້ຊິດ​ພຣະອົງ ແລະ​ເຮັດ​ພິທີ​ຕ່າງໆ​ຢູ່​ໃນ​ຫໍເຕັນ​ສັກສິດ​ຂອງ​ພຣະເຈົ້າຢາເວ ພ້ອມ​ທັງ​ເຮັດ​ໜ້າທີ່​ຮັບໃຊ້​ຊຸມຊົນ​ດ້ວຍ.


ເພື່ອ​ໃນ​ຄາວ​ຕໍ່ໄປ ພຣະອົງ​ຈະ​ໄດ້​ຊົງ​ສຳແດງ​ພຣະຄຸນ​ອັນ​ອຸດົມ​ເຫລືອລົ້ນ​ຂອງ​ພຣະອົງ ຊຶ່ງ​ພຣະອົງ​ໄດ້​ຊົງ​ເມດຕາ​ເຮົາ​ທັງຫລາຍ​ໃນ​ພຣະຄຣິດເຈົ້າ​ເຢຊູ.


ຊາຍ​ຜູ້ນັ້ນ​ໄດ້​ຕອບ​ວ່າ, “ເຮົາ​ບໍ່​ເປັນ​ຝ່າຍ​ໃດ​ໝົດ ເຮົາ​ມາ​ນີ້​ໃນ​ຖານະ​ເປັນ​ຜູ້​ບັນຊາການ​ກອງທັບ​ຂອງ​ພຣະເຈົ້າຢາເວ.” ໂຢຊວຍ​ຈຶ່ງ​ກົ້ມຂາບ​ລົງ​ພື້ນດິນ ແລະ​ຖາມ​ວ່າ, “ທ່ານເອີຍ ຂ້ານ້ອຍ​ເປັນ​ຜູ້ຮັບໃຊ້​ຂອງທ່ານ ທ່ານ​ຢາກ​ຈະ​ໃຫ້​ຂ້ານ້ອຍ​ເຮັດ​ຫຍັງ?”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka