2 ຊາມູເອນ 7:16 - ພຣະຄຳພີສັກສິ16 ເຈົ້າຈະມີເຊື້ອສາຍຢູ່ເລື້ອຍໆ ແລະເຮົາຈະໃຫ້ອານາຈັກຂອງເຈົ້າຄົງຢູ່ຕະຫລອດໄປ. ເຊື້ອວົງຂອງເຈົ້າຈະດຳລົງສືບໆໄປໂດຍບໍ່ສິ້ນສຸດຈັກເທື່ອ.”’ Uka jalj uñjjattʼäta |
ເພາະສະນັ້ນ ພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນເອີຍ ບັດນີ້ ຈົ່ງຮັກສາຄຳສັນຍາອື່ນໆທີ່ພຣະອົງໄດ້ເຮັດໄວ້ກັບພໍ່ຂອງຂ້ານ້ອຍດ້ວຍ ເມື່ອພຣະອົງໄດ້ບອກເພິ່ນວ່າ ຈະມີຜູ້ໜຶ່ງຈາກເຊື້ອສາຍຂອງເພິ່ນ ເປັນກະສັດປົກຄອງຊາດອິດສະຣາເອນສືບໄປ. ເມື່ອເຂົາໄດ້ປະຕິບັດຢ່າງຕັ້ງໜ້າຕາມກົດບັນຍັດຂອງພຣະອົງ ດັ່ງທີ່ເພິ່ນໄດ້ປະຕິບັດມານັ້ນ.
ພວກເຂົາຈະອາໄສຢູ່ໃນດິນແດນທີ່ເຮົາໄດ້ມອບໃຫ້ແກ່ຢາໂຄບຜູ້ຮັບໃຊ້ຂອງເຮົາ ຄືດິນແດນບ່ອນທີ່ປູ່ຍ່າຕາຍາຍຂອງພວກເຂົາໄດ້ອາໄສຢູ່. ພວກເຂົາຈະອາໄສຢູ່ທີ່ນັ້ນຕະຫລອດໄປ ແລະລູກຂອງພວກເຂົາຕະຫລອດທັງເຊື້ອສາຍທຸກຄົນກໍຈະອາໄສຢູ່ທີ່ນັ້ນດ້ວຍ. ຜູ້ຮັບໃຊ້ຂອງເຮົາດັ່ງດາວິດຈະເປັນກະສັດປົກຄອງພວກເຂົາຕະຫລອດໄປ.