Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 7:15 - ພຣະຄຳພີສັກສິ

15 ແຕ່​ເຮົາ​ຈະ​ບໍ່​ຖອນ​ຄວາມຮັກ​ອັນ​ໝັ້ນຄົງ​ຂອງເຮົາ​ໜີ​ຈາກ​ລາວ​ດັ່ງ​ທີ່​ໄດ້​ເຮັດ​ຕໍ່​ໂຊນ ຜູ້​ທີ່​ເຮົາ​ໄດ້​ປົດ​ອອກ​ຈາກ​ຕຳແໜ່ງ​ເພື່ອ​ໃຫ້​ເຈົ້າ​ໄດ້​ເປັນ​ກະສັດ.

Uka jalj uñjjattʼäta Copia luraña




2 ຊາມູເອນ 7:15
18 Jak'a apnaqawi uñst'ayäwi  

ເຮົາ​ຈະ​ເປັນ​ພໍ່​ຂອງ​ລາວ​ແລະ​ລາວ​ຈະ​ເປັນ​ລູກ​ຂອງເຮົາ. ເມື່ອ​ລາວ​ເຮັດ​ຜິດ ເຮົາ​ກໍ​ຈະ​ລົງໂທດ​ລາວ​ດັ່ງ​ພໍ່​ລົງໂທດ​ລູກຊາຍ​ຂອງຕົນ.


ເຈົ້າ​ຈະ​ມີ​ເຊື້ອສາຍ​ຢູ່​ເລື້ອຍໆ ແລະ​ເຮົາ​ຈະ​ໃຫ້​ອານາຈັກ​ຂອງ​ເຈົ້າ​ຄົງ​ຢູ່​ຕະຫລອດໄປ. ເຊື້ອວົງ​ຂອງ​ເຈົ້າ​ຈະ​ດຳລົງ​ສືບໆໄປ​ໂດຍ​ບໍ່​ສິ້ນສຸດ​ຈັກເທື່ອ.”’


ເຮົາ​ຈະ​ບໍ່​ເອົາ​ອານາຈັກ​ທັງໝົດ​ໄປ​ຈາກ​ລາວ; ແຕ່​ເຮົາ​ຈະ​ຈົ່ງ​ເຜົ່າໜຶ່ງ​ໄວ້​ໃຫ້​ລາວ​ເພື່ອ​ເຫັນ​ແກ່​ດາວິດ​ຜູ້ຮັບໃຊ້​ຂອງເຮົາ ແລະ​ເພື່ອ​ເຫັນ​ແກ່​ນະຄອນ​ເຢຣູຊາເລັມ ເມືອງ​ທີ່​ເຮົາ​ໄດ້​ເລືອກໄວ້​ເປັນ​ຂອງເຮົາ.”


ເຮົາ​ຈະ​ຮັກສາ​ຄຳສັນຍາ​ຂອງເຮົາ​ທີ່​ມີ​ຕໍ່​ລາວ​ໄວ້​ສະເໝີ ແລະ​ພັນທະສັນຍາ​ຂອງເຮົາ​ຈະ​ຢູ່​ກັບ​ລາວ​ຕະຫລອດໄປ.


ຖ້າ​ພວກເຂົາ​ບໍ່​ເອົາໃຈໃສ່​ຕໍ່​ຄຳແນະນຳ​ຂອງເຮົາ ແລະ​ທັງ​ບໍ່​ຮັກສາ​ຂໍ້ຄຳສັ່ງ​ຂອງເຮົາ​ດ້ວຍ.


ແຕ່​ເຮົາ​ຈະ​ບໍ່​ຢຸດຢັ້ງ​ທີ່​ຈະ​ໃຫ້​ຄວາມຮັກ​ແກ່​ດາວິດ ຫລື​ລົບລ້າງ​ຄຳສັນຍາ​ທີ່​ມີ​ກັບ​ລາວ​ນັ້ນ​ຖິ້ມ.


ເຮົາ​ຈະ​ບໍ່​ລະເມີດ​ພັນທະສັນຍາ​ທີ່​ມີ​ໄວ້​ກັບ​ລາວ ຫລື​ຖອນ​ຄຳສັນຍາ​ທີ່​ເຮົາ​ເຮັດ​ໄວ້​ກັບ​ລາວ​ນັ້ນ.


ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ​ແຕ່​ກ່ອນ​ນັ້ນ​ໄປ​ໃສ​ໝົດ? ຄຳສັນຍາ​ທີ່​ພຣະອົງ​ມີ​ໄວ້​ກັບ​ດາວິດ​ນັ້ນ​ຢູ່​ໃສ​ແລ້ວ?


“ເຮົາ​ຈະ​ປ້ອງກັນ ແລະ​ຮັກສາ​ນະຄອນ​ນີ້​ໄວ້​ເພື່ອ​ເຫັນ​ແກ່​ກຽດ​ຂອງ​ເຮົາເອງ ແລະ​ຍ້ອນ​ຄຳສັນຍາ​ທີ່​ເຮົາ​ໄດ້​ເຮັດ​ໄວ້​ກັບ​ດາວິດ​ຜູ້ຮັບໃຊ້​ຂອງເຮົາ.”


ບັດນີ້ ຈົ່ງ​ມາ​ຟັງ​ເຮົາ​ເທີ້ນ ໄພ່ພົນ​ຂອງເຮົາ​ເອີຍ ເຊີນ​ມາ​ຫາ​ເຮົາ​ແລະ​ພວກເຈົ້າ​ຈະ​ໄດ້​ຊີວິດ ເຮົາ​ຈະ​ເຮັດ​ພັນທະສັນຍາ​ກັບ​ພວກເຈົ້າ​ສືບໆໄປ ເຮົາ​ຈະ​ໃຫ້​ພອນ​ດັ່ງ​ທີ່​ເຮົາ​ໄດ້​ສັນຍາ​ກັບ​ດາວິດ.


ພຣະ​ຣາຊອຳນາດ​ຈະ​ເພີ່ມ​ຂຶ້ນ​ຢູ່​ສະເໝີ​ ພຣະ​ຣາຊອານາຈັກ​ຈະ​ມີ​ສັນຕິສຸກ​ໄປ​ເລື້ອຍໆ. ພຣະອົງ​ຈະ​ຂຶ້ນ​ປົກຄອງ​ສືບຕໍ່​ດາວິດ​ຜູ້​ເປັນ​ກະສັດ ທີ່​ອຳນາດ​ຫລັກ​ຄື​ຄວາມ​ຍຸດຕິທຳ​ແລະ​ຖືກຕ້ອງ ເລີ່ມ​ຕັ້ງແຕ່​ບັດນີ້​ຈົນເຖິງ​ເທົ່າ​ອະວະສານ ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ຕັ້ງໃຈ​ເຮັດ​ທຸກສິ່ງ​ນີ້.


ການ​ກະບົດ​ຕໍ່ສູ້​ພຣະອົງ​ເປັນ​ການ​ຊົ່ວຊ້າ​ເທົ່າ​ກັບ​ການ​ໃຊ້​ເວດມົນ​ຄາຖາ ແລະ​ຄວາມ​ອວດດີ​ກໍ​ເປັນ​ບາບ​ເທົ່າ​ກັບ​ການ​ຂາບໄຫວ້​ຮູບເຄົາຣົບ. ຍ້ອນ​ເຈົ້າ​ໄດ້​ປະຖິ້ມ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ ພຣະອົງ​ຈຶ່ງ​ປະຖິ້ມ​ເຈົ້າ ແລະ​ບໍ່​ໃຫ້​ເຈົ້າ​ເປັນ​ກະສັດ​ອີກ​ຕໍ່ໄປ.”


ຊາມູເອນ​ຕອບ​ວ່າ, “ເຮົາ​ຈະ​ບໍ່​ຄືນ​ເມືອ​ກັບ​ເຈົ້າ ເຈົ້າ​ໄດ້​ປະຖິ້ມ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ ແລະ​ພຣະເຈົ້າຢາເວ​ກໍ​ປະຖິ້ມ​ເຈົ້າ ຈາກ​ການ​ເປັນ​ກະສັດ​ຂອງ​ຊາດ​ອິດສະຣາເອນ.”


ຊາມູເອນ​ກ່າວ​ແກ່​ເພິ່ນ​ວ່າ, “ພຣະເຈົ້າຢາເວ​ໄດ້​ຈີກ​ອານາຈັກ​ອິດສະຣາເອນ​ອອກ​ຈາກ​ເຈົ້າ​ໃນ​ມື້ນີ້ ແລະ​ພຣະອົງ​ຈະ​ມອບ​ໃຫ້​ແກ່​ຄົນອື່ນ​ທີ່​ດີກວ່າ​ເຈົ້າ.


ພຣະວິນຍານ​ຂອງ​ພຣະເຈົ້າຢາເວ​ໄດ້​ໜີໄປ​ຈາກ​ກະສັດ​ໂຊນ ແລະ​ວິນຍານ​ຊົ່ວຮ້າຍ​ຈາກ​ພຣະເຈົ້າຢາເວ​ກໍໄດ້​ມາ​ທໍລະມານ​ເພິ່ນ.


ເພິ່ນ​ແກ້​ເຄື່ອງນຸ່ງ​ອອກ, ຟ້ອນລຳ ແລະ​ຮ້ອງໂຮ​ຢູ່​ຕໍ່ໜ້າ​ຊາມູເອນ. ແລ້ວ​ເພິ່ນ​ກໍ​ນອນ​ເປືອຍກາຍ​ຢູ່​ຕະຫລອດ​ວັນ​ຕະຫລອດ​ຄືນ. (ຄົນ​ຈຶ່ງ​ເວົ້າ​ຊ່າລື​ກັນ​ໄປ​ວ່າ, “ໂຊນ​ໄດ້​ກາຍເປັນ​ຜູ້ທຳນວາຍ​ແລ້ວ​ຫລື​ນີ້?”)


Jiwasaru arktasipxañani:

Anuncios ukanaka


Anuncios ukanaka