Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 7:14 - ພຣະຄຳພີສັກສິ

14 ເຮົາ​ຈະ​ເປັນ​ພໍ່​ຂອງ​ລາວ​ແລະ​ລາວ​ຈະ​ເປັນ​ລູກ​ຂອງເຮົາ. ເມື່ອ​ລາວ​ເຮັດ​ຜິດ ເຮົາ​ກໍ​ຈະ​ລົງໂທດ​ລາວ​ດັ່ງ​ພໍ່​ລົງໂທດ​ລູກຊາຍ​ຂອງຕົນ.

Uka jalj uñjjattʼäta Copia luraña




2 ຊາມູເອນ 7:14
19 Jak'a apnaqawi uñst'ayäwi  

ແຕ່​ເຮົາ​ຈະ​ບໍ່​ເອົາ​ອານາຈັກ​ໄປ​ໝົດ​ຈາກ​ລາວ ເພາະ​ເຮົາ​ຍັງ​ຈະ​ໃຫ້​ລາວ​ມີ​ອຳນາດ​ໄປ​ຕະຫລອດ​ຊົ່ວຊີວິດ​ຂອງ​ລາວ. ເຮົາ​ຈະ​ເຮັດ​ເຊັ່ນ​ນີ້ ເພາະ​ເຫັນ​ແກ່​ດາວິດ​ຜູ້ຮັບໃຊ້​ຂອງເຮົາ​ທີ່​ເຮົາ​ໄດ້​ເລືອກເອົາ ແລະ​ເປັນ​ຜູ້​ທີ່​ໄດ້​ຖື​ຮັກສາ​ບັນດາ​ຂໍ້ຄຳສັ່ງ​ຂອງເຮົາ.


ຖ້າ​ເຈົ້າ​ຫລື​ເຊື້ອສາຍ​ຂອງ​ເຈົ້າ​ເຊົາ​ຕິດຕາມ​ເຮົາ ແລະ​ບໍ່​ເຊື່ອຟັງ​ບັນດາ​ກົດບັນຍັດ ແລະ​ຂໍ້ຄຳສັ່ງ​ຂອງເຮົາ​ທີ່​ໄດ້​ໃຫ້​ແກ່​ພວກເຈົ້າ, ແຕ່​ໄປ​ຮັບໃຊ້​ແລະ​ຂາບໄຫວ້​ບັນດາ​ພະອື່ນ;


ເຮົາ​ຈະ​ເປັນ​ພໍ່​ຂອງ​ລາວ ແລະ​ລາວ​ຈະ​ເປັນ​ລູກຊາຍ​ຂອງເຮົາ. ເຮົາ​ຈະ​ບໍ່​ຖອນ​ການ​ອຸ້ມຊູ​ລາວ​ດັ່ງ​ທີ່​ເຮົາ​ໄດ້​ເຮັດ​ກັບ​ໂຊນ ຜູ້​ທີ່​ເຮົາ​ໄດ້​ປົດ​ອອກ​ຈາກ​ການ​ເປັນ​ກະສັດ​ເພື່ອ​ໃຫ້​ເຈົ້າ​ຂຶ້ນ​ເປັນ​ກະສັດ​ແທນ.


ລາວ​ຈະ​ເປັນ​ຜູ້​ສ້າງ​ວິຫານ​ໃຫ້​ເຮົາ ແລະ​ລາວ​ຈະ​ເປັນ​ລູກຊາຍ​ຂອງເຮົາ ແລະ​ເຮົາ​ຈະ​ເປັນ​ພໍ່​ຂອງ​ລາວ. ເຊື້ອວົງ​ຂອງ​ລາວ​ຈະ​ປົກຄອງ​ຊາດ​ອິດສະຣາເອນ​ຕະຫລອດໄປ.”’


ພຣະອົງ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, ‘ໂຊໂລໂມນ ລູກຊາຍ​ຂອງ​ເຈົ້າ​ເທົ່ານັ້ນ​ຈະ​ເປັນ​ຜູ້​ສ້າງ​ວິຫານ​ຂອງເຮົາ. ເຮົາ​ໄດ້​ເລືອກເອົາ​ລາວ​ໃຫ້​ເປັນ​ລູກຊາຍ​ຂອງເຮົາ ແລະ​ເຮົາ​ຈະ​ເປັນ​ພໍ່​ຂອງ​ລາວ.


ຄວາມສຸກ​ເປັນ​ຂອງ​ຜູ້​ທີ່​ພຣະເຈົ້າ​ຕີສອນ​ເດີ​ ຢ່າ​ໂກດເຄືອງໃຈ​ເມື່ອ​ພຣະອົງ​ຕຳໜິ​ເຈົ້າ.


ກະສັດ​ກ່າວ​ວ່າ, “ເຮົາ​ຈະ​ປ່າວ​ປະກາດ​ຕາມ​ຄຳ ທີ່​ພຣະເຈົ້າຢາເວ​ໄດ້​ບອກ​ນັ້ນ” ພຣະອົງ​ໄດ້​ກ່າວ​ຕໍ່​ເຮົາ​ວ່າ, “ເຈົ້າ​ເປັນ​ລູກຊາຍ​ຂອງເຮົາ ເຮົາ​ເປັນ​ບິດາ​ຂອງ​ເຈົ້າ.”


ພຣະເຈົ້າຢາເວ​ກ່າວ​ວ່າ ເຮົາ​ສະຖິດ​ຢູ່​ກັບ​ພວກເຈົ້າ ເພື່ອ​ຊ່ວຍ​ພວກເຈົ້າ​ໃຫ້​ພົ້ນໄພ ແລະ​ທຳລາຍ​ທຸກ​ຊົນຊາດ ໃນ​ບ່ອນ​ທີ່​ພວກເຈົ້າ​ແຕກ​ກະຈັດ​ກະຈາຍ​ໄປ​ນັ້ນ ແຕ່​ເຮົາ​ຈະ​ບໍ່​ທຳລາຍ​ພວກເຈົ້າ​ແຕ່​ປະການ​ໃດ ເຮົາ​ຈະ​ປ່ອຍ​ໃຫ້​ພວກເຈົ້າ​ໄປ​ໂດຍ​ບໍ່​ຖືກ​ໂທດ​ກໍ​ບໍ່ໄດ້; ແຕ່​ເມື່ອ​ລົງໂທດ ເຮົາ​ກໍ​ຈະ​ເຮັດ​ຢ່າງ​ທ່ຽງທຳ.”


ແລ້ວ​ກໍ​ມີ​ສຽງ​ໜຶ່ງ​ດັງ​ມາ​ຈາກ​ທ້ອງຟ້າ​ວ່າ, “ທ່ານ​ຜູ້​ນີ້​ເປັນ​ບຸດ​ທີ່​ຮັກ​ຂອງເຮົາ​ເອງ ເຮົາ​ພໍໃຈ​ນຳ​ເພິ່ນ​ຫລາຍ.”


ເມື່ອ​ເຮົາ​ທັງຫລາຍ​ຖືກ​ທຳ​ໂທດ ໂດຍ​ອົງພຣະ​ຜູ້​ເປັນເຈົ້າ​ນັ້ນ ພວກເຮົາ​ກໍ​ຖືກ​ພຣະອົງ​ຊົງ​ຕີສອນ ເພື່ອ​ບໍ່​ໃຫ້​ເຮົາ​ຖືກ​ພິພາກສາ​ລົງໂທດ​ດ້ວຍ​ກັນ​ກັບ​ໂລກ.


ເຮົາ​ຈະ​ເປັນ​ບິດາ​ຂອງ​ພວກເຈົ້າ ແລ້ວ​ພວກເຈົ້າ​ຈະ​ເປັນ​ບຸດ​ຊາຍ​ ບຸດ​ຍິງ​ຂອງເຮົາ.” ອົງພຣະ​ຜູ້​ເປັນເຈົ້າ ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ ໄດ້​ຊົງ​ກ່າວ​ໄວ້​ດັ່ງນັ້ນ.


ຈົ່ງ​ຈົດຈຳ​ໄວ້​ວ່າ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ໄດ້​ຕີສອນ​ແລະ​ລົງໂທດ​ພວກເຈົ້າ​ເໝືອນ​ດັ່ງ​ພໍ່​ຕີສອນ​ລູກ.


ເພາະ​ພຣະເຈົ້າ​ບໍ່ເຄີຍ​ກ່າວ​ແກ່​ເທວະດາ​ຂອງ​ພຣະອົງ​ຕົນ​ໃດ​ວ່າ, “ທ່ານ​ເປັນ​ບຸດ​ຂອງເຮົາ ວັນ​ນີ້​ເຮົາ​ໃຫ້​ກຳເນີດ​ແກ່​ທ່ານ.” ແລະ​ກ່າວ​ອີກ​ວ່າ, “ເຮົາ​ຈະ​ເປັນ​ບິດາ​ຂອງທ່ານ ຝ່າຍ​ທ່ານ​ກໍ​ຈະ​ເປັນ​ບຸດ​ຂອງເຮົາ.”


ຜູ້​ທີ່​ໄດ້​ໄຊຊະນະ ຜູ້ນັ້ນ​ຈະ​ໄດ້​ຮັບ​ສິ່ງ​ເຫຼົ່ານີ້ ເປັນ​ມໍຣະດົກ ຄື​ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ ແລະ​ພວກເຂົາ​ຈະ​ເປັນ​ບຸດ​ຂອງເຮົາ.


ຝ່າຍ​ເຮົາ ເຮົາ​ຮັກ​ຜູ້ໃດ ເຮົາ​ກໍ​ຕິຕຽນ​ຂ້ຽນ​ສອນ​ຜູ້ນັ້ນ. ເຫດສະນັ້ນ ຈົ່ງ​ມີ​ໃຈ​ຮ້ອນຮົນ​ແລະ​ກັບໃຈ​ເສຍ​ໃໝ່.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka