2 ຊາມູເອນ 7:12 - ພຣະຄຳພີສັກສິ12 ເມື່ອເຈົ້າຕາຍໄປ ແລະຖືກຝັງໄວ້ກັບບັນພະບຸລຸດຂອງເຈົ້າແລ້ວ ເຮົາກໍຈະໃຫ້ລູກຊາຍຄົນໜຶ່ງຂອງເຈົ້າເປັນກະສັດ ແລະຈະໃຫ້ອານາຈັກຂອງລາວເຂັ້ມແຂງ. Uka jalj uñjjattʼäta |
ພວກເຂົາທັງໝົດໄດ້ມາເຕົ້າໂຮມກັນທີ່ວິຫານຂອງພຣະເຈົ້າ ແລະໃນທີ່ນັ້ນ ພວກເຂົາໄດ້ເຮັດພັນທະສັນຍາກັບໂຢອາດລູກຊາຍຂອງກະສັດ. ເຢໂຮຍອາດາໄດ້ກ່າວແກ່ພວກເຂົາວ່າ, “ນີ້ເປັນລູກຊາຍຂອງກະສັດຄົນທີ່ຜ່ານມາແລ້ວ. ບັດນີ້ ລາວຈະຕ້ອງຂຶ້ນເປັນກະສັດຕາມທີ່ພຣະເຈົ້າຢາເວໄດ້ສັນຍາໄວ້ວ່າ ເຊື້ອສາຍຂອງກະສັດດາວິດຈະຕ້ອງເປັນດັ່ງນັ້ນ.
ຕໍ່ໄປນີ້ ແມ່ນລາຍຊື່ບັນພະບູລຸດຂອງພຣະເຢຊູຄຣິດເຈົ້າ ເຊື້ອສາຍຄົນໜຶ່ງຂອງດາວິດຜູ້ທີ່ສືບເຊື້ອສາຍມາຈາກອັບຣາຮາມ. 2-6(ກ) ແຕ່ອັບຣາຮາມເຖິງກະສັດດາວິດມີບັນພະບູລຸດດັ່ງລາຍຊື່ຕໍ່ລົງໄປນີ້: ອັບຣາຮາມ, ອີຊາກ, ຢາໂຄບ, ຢູດາ ແລະ ອ້າຍນ້ອງຂອງຕົນ, ຕໍ່ມາ ແມ່ນເປເຣັດ ແລະ ເຊຣາ (ແມ່ຂອງພວກເຂົາຊື່ວ່າຕາມາ), ເຮຊະໂຣນ, ຣາມ, ອຳມີນາດາບ, ນາໂຊນ, ສານໂມນ, ໂບອາດ (ແມ່ຂອງລາວຊື່ວ່າຣາຮາບ), ໂອເບັດ (ແມ່ຂອງລາວຊື່ວ່າ ຣຸດ), ເຢຊີ ແລະ ກະສັດດາວິດ. 6(ຂ)-11 ແຕ່ດາວິດເຖິງສະໄໝທີ່ປະຊາຊົນອິດສະຣາເອນຖືກຈັບໄປເປັນຊະເລີຍໃນນະຄອນບາບີໂລນ ມີບັນພະບູລຸດດັ່ງລາຍຊື່ຕໍ່ລົງໄປນີ້: ດາວິດ, ໂຊໂລໂມນ (ແມ່ຂອງລາວເຄີຍເປັນເມຍຂອງອູຣີຢາ), ເຣໂຫໂບອາມ, ອາບີຢາ, ອາສາ, ເຢໂຮຊາຟັດ, ເຢໂຮຣາມ, ອຸດຊີຢາ, ໂຢທາມ, ອາຮາດ, ເຮເສກີຢາ, ມານາເຊ, ອາໂມນ, ໂຢສີຢາ ແລະ ເຢໂຮຍອາກິນກັບພວກອ້າຍນ້ອງຂອງຕົນ.