2 ຊາມູເອນ 7:11 - ພຣະຄຳພີສັກສິ11 ນັບຕັ້ງແຕ່ເວລາທີ່ເຮົາໄດ້ແຕ່ງຕັ້ງໃຫ້ມີຜູ້ປົກຄອງເໜືອຊາວອິດສະຣາເອນປະຊາກອນຂອງເຮົາ; ເຮົາຈະໃຫ້ເຈົ້າພົ້ນຈາກເຫຼົ່າສັດຕູທັງປວງຂອງເຈົ້າ. ຫລາຍກວ່ານັ້ນ ພຣະເຈົ້າຢາເວກ່າວແກ່ເຈົ້າວ່າພຣະເຈົ້າຢາເວຈະໃຫ້ເຈົ້າມີເຊື້ອສາຍຫລາຍຄົນ. Uka jalj uñjjattʼäta |
ຂ້າແດ່ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ພຣະເຈົ້າຂອງຊາດອິດສະຣາເອນເອີຍ ດ້ວຍວ່າ, ພຣະອົງໄດ້ເປີດເຜີຍເລື່ອງທັງໝົດນີ້ໃຫ້ຂ້ານ້ອຍຜູ້ຮັບໃຊ້ຂອງພຣະອົງໄດ້ຮູ້ ແລະໄດ້ບອກຂ້ານ້ອຍວ່າພຣະອົງຈະເຮັດໃຫ້ເຊື້ອສາຍຂອງຂ້ານ້ອຍເປັນກະສັດ, ດັ່ງນັ້ນ ຂ້ານ້ອຍຈຶ່ງກ້າພາວັນນາອະທິຖານຕໍ່ພຣະອົງເຊັ່ນນີ້.
ຖ້າເຈົ້າເຊື່ອຟັງເຮົາທຸກຢ່າງ, ປະຕິບັດຕາມບັນດາກົດບັນຍັດຂອງເຮົາ ແລະເຮັດໃຫ້ເຮົາພໍໃຈໂດຍປະຕິບັດຕາມຂໍ້ຄຳສັ່ງຂອງເຮົາ ດັ່ງດາວິດຜູ້ຮັບໃຊ້ຂອງເຮົາໄດ້ປະຕິບັດນັ້ນ ເຮົາກໍຈະຢູ່ກັບເຈົ້າເລື້ອຍໄປ. ເຮົາຈະໃຫ້ເຈົ້າເປັນກະສັດຂອງອິດສະຣາເອນ ແລະຈະໃຫ້ມີເຊື້ອສາຍປົກຄອງສືບແທນເຈົ້າ ດັ່ງທີ່ເຮົາໄດ້ປະຕິບັດຕໍ່ດາວິດນັ້ນ.